ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-27 18:09:10    
ພວກ​ເຂົາ​ເຈົ້າ​ລ້ວນ​ແຕ່​ແມ່ນ​ຜູ່​ຍິ່ງ​ໃຫຍ່

cri

ໂດຍ​ປະ​ເຊີນ​ໜ້າ​ກັບ​ໄພພິບັດ​ອັນ​ຮ້າຍ​ແຮງ​, ປະຊາ​ຄົມ​ໂລກ​ກໍພາກັນ​​ຍື່ນມື​ຊ່ວຍ​ເຫຼືອ. ຫຼາຍ​ປະ​ເທດ ​ເຊັ່ນ, ຣັດ​ເຊຍ, ຍີ່​ປຸ່ນ, ສ.​ເກົາຫຼີ​ ​ແລະ ສິງກະ​ໂປ​ເປັນ​ຕົ້ນ​ໄດ້​ສົ່ງ​ໜ່ວຍ​ຊ່ວຍ​ເຫຼືອກູ້​​ໄພ​ໄປ​​ເຂດ​ປະສົບ​ໄພ, ​ເຢັຍລະ​ມັນ,ຝຣັ່ງ, ອີ​ຕາ​ລີ, ກູ​ບາ, ຣັດ​ເຊຍ, ຍີ່​ປຸ່ນ ​ແລະ ປະ​ເທ​ດອື່ນໆ​ກໍ່​​ໄດ້​ສົ່ງ​ໜ່ວຍ​​ແພດ​ໄປ​ຊ່ອຍ, ຍັງ​ມີ​​ອາສາ​ສະໝັກ​ທີ່​ມາ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ. ພວກ​ເຂົາ​ເຈົ້າ​ໄດ້ນຳ​ເອົາ​ຄວາມສະ​ໜັບສະ​ໜູນ ​ແລະ ກຳລັງ​ໃຈ​ຈາກ​ປະຊາຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກມາ​ນຳ. ຜູ່ທີ່​ມາ​ຈາກ​ປະ​ເທດຕ່າງ​ກັນ​ເຫຼົ່າ​ນີ້, ສ່ຽງ​ໄພ​ອັນຕະລາຍທີ່​ຍັງ​ມີ​ການສັ່ນ​ສະ​ເທືອ​ນຕາມ​ມາ, ຊ່ວຍ​ເຫຼືອ​ປະຊາຊົນຈີນ​ຜູ່​ປະສົບ​ໄພ​. ພວກ​ເຂົາ​ເຈົ້າ​ກໍ່​ແມ່ນ​ຜູ່​ຍິ່ງ​ໃຫຍ່​ທີ່​ທ່ານ​ບານ​ກີ​ມູນ​ເວົ້າ​ເຖິງ​ນັ້ນ​ຄື​ກັນ.

ປັດຈຸບັນ, ມວນ​ມະນຸດ​ຍັງ​ບໍ່​ ​ສາມາດ​ຄວບ​ຄຸມ​ໄພ​ແຜ່ນດິນ​ໄຫວ, ​ໄພ​​ຊືນາ​ມີ ​ແລະ ​ໄພ​ພູ​ໄຟ​ລະ​ເບີ​ດ​ໄດ້​ເທື່ອ​ເປັນ​ຕົ້ນ. ​ແຕ່​ຕໍ່ໜ້າ​ໄພພິບັດ, ມະນຸດ​​ເຮົາສາມາດ​ເລືອກ​ການ​ກະທຳ​ຂອງ​ຕົນ​ໄດ້. ​ໃນ​ເວລາ​ກູ້​ໄພ, ການ​ສະຫຼະຕົນ​ເອງ ​ແລະ ການປະກອບ​ສ່ວນຂອງ"ຜູ່​ຍິ່ງ​ໃຫຍ່"​ເຫຼົ່າ​ນີ້, ກໍ່​​ແມ່ນການ​ເລືອກ​​ເອົາ​ຄວາມ​ຮັກ​​ແພງຂອງ​ມະນຸດ. ການ​ກະທຳ​ຂອງ​ພວກ​ເຂົາ​ເຈົ້າ, ​ໄດ້​ເຮັດ​ໃຫ້​ຄວາມ​ເສຍ​ຫາຍ​ຍ້ອນໄພພິບັດຫຼຸດ​ໜ້ອຍ​ລົງ, ​​ເຮັດ​ໃຫ້​ມະນຸດ​ມີຄວາມ​ສາມາດ​ກູ້​ໄພ​​ເພິ່ມຂຶ້ນ, ​ເຮັດ​ໃຫ້​ມະນຸດ​ຍິ່ງ​ເຂັ້ມ​ແຂງ​ກວ່າ​ເກົ່າ, ​ເຮັດ​​ໃຫ້​ສັງຄົມ​ມະນຸດ​ຍິ່ງ​ກົມກຽວ​ກັນ. ການ​ປະພຶດຂອງປະຊາຊົນ​ຈີນ​ ​ແລະ ປະຊາ​ຄົມ​ໂລກ ​ໃນ​ແຜ່ນດິນ​ໄຫວ​ເທື່ອ​ນີ້​ກໍ່​ແມ່ນ​ແບບຢ່າງ​ດີ​ເດັ່ນ.

ນະ​ທີ່​ນີ້, ພວກ​ເຮົາ​ຂໍສະ​ແດງ​ຄວາມ​ເຄົາລົບນັບຖື​ຢ່າງ​ສູງ​ຕໍ່"ຜູ່​ຍິ່ງ​ໃຫຍ່" ໝົດທຸກ​ຄົນ!


1 2