ພະແນກພາສາລາວ

(GMT+08:00) 2008-06-04 10:00:58 cri
-----------------------------------------------------------------------------------------------------------------

ພາກ​ພາ​ສາ​ລາວ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ສ້າງ​ຕັ້ງ​ເມື່ອ​ວັນ​ທີ 15 ທັນ​ວາ​ປີ 1956. ປັດ​ຈຸ​ບັນ ກະ​ຈາຍ​ສຽງ​ຕໍ່​ປະ​ເທດ​ລາວ​ມື້​ລະ​ສອງ​ເທື່ອ,​ເທື່ອ​ລະນຶ່ງ​ຊົ່ວ​ໂມງ.

ວິ​ທະ​ຍຸ​ສາ​ກົນ​ພາກ​ພາ​ສາ​ລາວ ລາຍ​ງານ​ຂ່າວ​ຫຼ້າ​ສຸດ​ຂອງ​ຈີນ​ແລະ​ຂອງ​ໂລກ​ທຸກ​ມື້,ລາຍ​ງານ​ແລະ​ວິ​ເຄາະ​ວິ​ໄຈ​ຂ່າວ​ສຳ​ຄັນ​ດ້ານ​ການ​ເມືອງ, ​ເສດ​ຖະ​ກິດ,ວັດ​ທະ​ນະ​ທຳ​ແລະ​ອື່ນ​ໆຂອງ​ຈີນ​ແລະ​ຕ່າງ​ປະເ​ທດ. ​ນອກ​ນີ້​ຍັງ​ມີ​ຄໍ​ລຳ​ສະ​ເພາະ​ເຊັ່ນ​ລາຍ​ການ "ແຈ້ງ​ຂ່າວ​ເສດ​ຖະ​ກິດ​ຈີນ"​ລາຍ​ງານ​ສະ​ພາບ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ;​ລາຍ​ການ "ປ່ອງ​ຢ້ຽມ​ໂລກ" ພາ​ທ່ານ​ຊອກ​ຮູ້​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ແລະ​ສັງ ຄົມ​ຮີດ​ຄອງ​ປະ​ເພນີ​ແລະ​ເລື່ອງ​ແປກ​ແນວ​ມ່ວນ​ຊວນ​ຮູ້​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ;​ລາຍ​ການ​"ເພື່ອນ​ມິດ​ຜູ້​ຟັງ" ຕອບ​ແກ້​ບັນ​ຫາ​ຂອງ​ເພື່ອນ​ຜູ້​ຟັງ​ແລະ​ເຜີຍ​ແຜ່​ມິດ​ຕະ​ພາບ​ຈີນ​ລາວ​ລາຍ​ການ​"ສຸກ​ສາ​ລາ" ສະ​ເໜີ​ຄວາມ​ຮູ້​ສຸກ​ຂາ​ນາ​ໄມ​ແລະ​ວິ​ທີ​ບຳ​ລຸງ​ສຸກ​ຂະ​ພາບ​ແລະ​ລາຍ​ການ​ອື່ນ​ໆ. 

   ຊົມ​ເຊີຍ​ທ່ານ​ຮັບ​ຟັງ ລາຍ​ການ​ຂອງ​ພວກ​ເຮົາ,  ສະ​ເໜີ​ຄວາມ​ຄິດ​ຄວາມ​ເຫັນ​ແລະ​ຝາກ​ຈົດ​ໝາຍ​ມາ​ຮ່ວມ​ລາຍ​ການ​ຂອງ​ພວກ​ເຮົາ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>