ສະຖານີວິທະຍຸສາກົນແຫ່ງປະເທດຈີນ

(GMT+08:00) 2008-06-04 10:05:18 cri
-----------------------------------------------------------------------------------------------------------------

ວິທະຍຸສາກົນແຫ່ງປະເທດຈີນ (China Radio International) ຊື່ຫຍໍ້ CRI ຕັ້ງຢູ່ເຂດຊານເມືອງພາກຕາເວັນຕົກປັກກິ່ງນະຄອນ
ຫຼວງຈີນ,  ແມ່ນວິທະຍຸກະຈາຍສຽງແຫ່ງຊາດພຽງແຫ່ງດຽວຂອງຈີນທີ່ກະຈາຍສຽງຕໍ່ທົ່ວໂລກ.  ນອກຈາກມີສຳນັກຂ່າວປະຈຳ
ຢູ່ບັນດາແຂວງກຳແພງນະຄອນ ເຂດປົກຄອງຕົນເອງ ແລະເຂດບໍລິຫານພິເສດຮົງກົງແລະມາກາວແລ້ວວິທະຍຸສາກົນແຫ່ງ ປະເທດຈີນຍັງ ໄດ້ຕັ້ງສຳນັກຂ່າວ 27 ແຫ່ງຢູ່ຕ່າງປະເທດ. ແຕ່ລະມື້, ໃຊ້ເຕັກນິກອັດສຽງດີຈີຕອນທີ່ກ້າວໜ້າໃນໂລກ,  ຈັດທຳ ລາຍການກະຈາຍ ສຽງດ້ວຍພາສາຕ່າງປະເທດ 38 ພາສາ, ພາສາຈີນກາງແລະພາສາຈີນທ້ອງຖີ່ນ 4 ພາສາເຊັ່ນພາສາກວງ
ໂຈວ,   ພາສາແຕຈິວ,ພາສາໝິ້ນໜານແລະພາສາຮັກກາ,  ແຕ່ລະມື້ກະຈາຍສຽງ 200 ວ່າຊົ່ວໂມງຕໍ່ພາຍໃນປະເທດແລະຕ່າງ
ປະເທດ,  ຖືກຂະໜານນາມເປັນສະພານແລະສາຍພານແຫ່ງການພົວພັນແລະແລກປ່ຽນລະຫວ່າງຈີນກັບຕ່າງປະເທດ,  ແມ່ນ ຊ່ອງທາງທີ່ວ່ອງໄວທີ່ສຸດ,ສະດວກທີ່ສຸດແລະມີປະສິດທິຜົນທີ່ສຸດໃນການຊອກຮູ້ປະເທດຈີນ.ປີ 2001,  ໄດ້ຮັບຈົດໝາຍຈາກຜູ້
ຟັງ 9 ແສນ 1 ໝື່ນສະບັບ. ແຕ່ປີ1984 ເປັນຕົ້ນມາ,   ວິທະຍຸສາກົນແຫ່ງປະເທດຈີນໄດ້ເປີດພາກກະຈາຍສຽງພາສາຕ່າງປະ
ເທດຕໍ່ພາຍໃນປະເທດສອງພາກ(ຄື FM 88,7 ແມັດ ແລະFM 91,5 ແມັດ),ແຕ່ລະມື້ໄດ້ກະຈາຍລາຍການດ້ວຍ 9 ພາສາເຊັ່ນ: ພາສາອັງກິດ, ພາສາແອສປາຍ, ພາສາອາລັບ,ພາສາຝຣັ່ງ, ພາສາເຢຍລະມັນ, ພາສາເກົາຫຼີ, ພາສາຍີ່ປຸ່ນ,  ພາສາລັດເຊຍແລະ
ພາສາກວງໂຈວ.

ວິທະຍຸສາກົນແຫ່ງປະເທດຈີນຍັງໄດ້ພ້ອມກັນກັບວິທະຍຸກະຈາຍສຽງຂອງ 10 ກວ່າປະເທດແລະເຂດແຄວ້ນເຊັ່ນ:ອັງກິດ,ຝຣັ່ງ,
ສະວິສ, ລັດເຊຍ,  ແອສປາຍ,ການາດາ,ມາລີ,ເບຼຊິນ,ກູບາ,ອາເມລິກາ,ລຸກຊຳບວກແລະອາຟິຼກາໃຕ້ເປັນຕົ້ນຖ່າຍທອດລາຍການ
ຂອງກັນຫຼືເຊົ່າເຄື່ອງຖ່າຍທອດລາຍການຂອງວິທະຍຸພວກເຮົາທີ່ກະຈາຍຕໍ່ອາເມລິກາເໜືອ, ອາເມລິກາລາຕິນ, ເອີລົບ, ອາຟິຼກາ ແລະອາຊີຕາເວັນຕົກລວມ 20 ພາສາ.   ວິທະຍຸສາກົນແຫ່ງປະເທດຈີນ ຍັງໄດ້ສ້າງການພົວພັນຮ່ວມມືກັບວິທະຍຸກະຈາຍສຽງ
ແລະສະຖານີໂທລະພາບຂອງຫຼາຍປະເທດແລະເຂດແຄວ້ນໃນໂລກ.

ໂດຍປເຊີນກັບສະຖານະການໃໝ່ທີ່ແກ່ງແຍ່ງກັນລະຫວ່າງສື່ມວນຊົນໃນທົ່ວໂລກວິທະຍຸສາກົນແຫ່ງປະເທດຈີນໄດ້ຕັ້ງໜ້າສະ
ແຫວງການພັດທະນາຫຼາຍດ້ານຢ່າງຄົບວົງຈອນ. ວັນທີ 26 ທັນວາປີ 1998,  ແວບໄຊວິທະຍຸສາກົນແຫ່ງປະເທດຈີນໄດ້ປະ
ກາດຂ່າວຕໍ່ພາຍນອກຢ່າງເປັນທາງການ,ລາຍການກະຈາຍສຽງ 43 ພາສາກໍຮັບຟັງທາງອິນເຕີເນັດໄດ້ແລ້ວ,  ອັນໄດ້ກາຍເປັນ ແວບໄຊນຶ່ງທີ່ມີຂະໜາດໃຫຍ່ກວ່າໝູ່ແລະມີເນື້ອໃນອຸດົມສົມບູນກວ່າໝູ່ເຊິ່ງມີພາສາຫຼາຍກວ່າໝູ່,ມີທັງຕົວໜັງສື,ຮູບພາບແລະ
ສຽງ.

ວິທະຍຸສາກົນແຫ່ງປະເທດຈີນກຳເນີດເກີດຂຶ້ນຢູ່ໃນຖ້ຳອຽນອານເເມື່ອວັນທີ 3 ທັນວາປີ1941,  ມາຮອດປັດຈຸບັນໄດ້ເດີນຜ່ານ
ໄລຍະທາງໃນທ່າມກາງຝົນລົມແດງ 60 ກວ່າປີແລ້ວ, ດຽວນີ້, ວິທະຍຸສາກົນແຫ່ງປະເທດຈີນພວມອີງໃສ່ຈິດໃຈຮັກໜ້າທີ່ວຽກ
ງານ, ນ້ຳໃຈປະກອບສ່ວນ,ບຸກເບີກແລະປະດິດສ້າງ, ຖືໂອກາດທີ່ຈີນເຂົ້າຮ່ວມອົງການການຄ້າໂລກ, ຖືໂອກາດສ້າງຕັ້ງເປັນກຸ່ມ ວິທະຍຸຮູບເງົາແລະໂທລະພາບຈີນ, ອອກແຮງສຸດຂີດເພື່ອສ້າງຕົນເອງໃຫ້ກາຍເປັນສື່ມວນຊົນທັນສະໄໝທີ່ມີວິທະຍຸກະຈາຍສຽງ,ໂທລະພາບແລະອິນເຕີເນັດ,ແລະມີກຳລັງແກ່ງແຍ່ງໃນໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>