ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຢູ່​​ແຂວງ​ຫູ​ນານ​ສິ້ນ​ສຸດ ລົງ

(GMT+08:00) 2008-06-05 15:43:42 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວ cri:ວັນ​ທີ 5 ມິຖຸນາ​ນີ້ ​ໄຟ​ສັກສິດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ສົ່ງຕໍ່ຢູ່​ເມືອງ​ຊ່ຽງ​ຖານ​ແລະ​ເມືອງ​ຊາວ​ຊານ ທາງ​ພາກ​ກາງຂອງ​ຈີນ​ຢ່າງ​ສຳ​ເລັດ​ຜົນ, ​ແ​ລ້ວ​ໄດ້​ສິ້ນ​ສຸດ​ການ​ສົ່ງຕໍ່ຢູ່​ແຂວງ​ຫູ​ນານ.

ການສົ່ງຕໍ່ຢູ່​ເມືອງ​ຊ່ຽງ​ຖານ​​ໄດ້​ເລີ່​ມຕົນ​ຢູ່​ສະຫນາມ​ຫລວງ​ຕົ່ງ​ຟ່າງ​ຫົງ, ​ໄປ​ຮອດສະຫນາມກິລາ​ຂອງ​ມະຫາວິທະຍາ​ໄລ​ຊ່ຽງ​ຖານ.​ຫລັງ​ຈາກ​ນັ້ນ​ໄດ້​ເດີນທາງ 57 ກິ​ໂລ​ແມັດ,​ໄຟ​ສັກສິດ​ຖືກ​ສົ່ງ​ໄປ​ຮອດ​ເມືອງ​ຊາວ​ຊານ ບ້ານ​ເກີດ​ຂອງ​ທ່ານ​ເຫມົາ​ເຈີ​ຕົງ, ​ແລະ​ໄດ້ສິ້ນ​ສຸດ​ການສົ່ງຕໍ່ຢູ່​ເມືອງ​ນີ້​ໃນ​ເວລາ 13 ​ໂມງມື້​ດຽວ​ກັນ.ໄລຍະ​ທາງ​ສົ່ງຕໍ່​ໃນ​ມື້​ດັ່ງກ່າວ​ຍາວ 82 ກິ​ໂລ​ແມັດປາຍ,ມີ 205 ຄົນ​ໄດ້​ເຂົ້າຮ່ວມ​ການ​ສົ່ງຕໍ່.

ວັນ​ທີ 6 ມິຖຸນາ​ນີ້, ​ໄຟ​ສັກສິດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ສົ່ງຕໍ່ຢູ່​ເມືອງ​ກຸ້ຍ​ລິນ​ເຂດປົກຄອງ​ຕົນ​ເອງ​​ເຜົ່າ​ຈ້ວງ​ກວາງຊີ​​ທາງ​ພາກ​​ໃຕ້​ຂອງ​ຈີນ.


1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>