ກອງ​ປະຊຸມ​ສຸດ​ຍອດ​ທຶນ​ສາກົນ​ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ປໍ​ອາວອັດ​ລົງ​ຢູ່​ລອນ​ດອນ

(GMT+08:00) 2008-06-06 12:57:20 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 5 ມິຖຸນາ​ນີ້,ກອງ​ປະຊຸມ​ສຸດ​ຍອດທຶນ​ສາກົນ​ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ປໍ​ອາວ​ທີ່​ໄຂ​ເປັນ​ເວລາ 3 ວັນ​ໄດ້​ອັດ​ລົງ​ຢູ່​ລອນ​ດອນ.

ກອງ​ປະຊຸມ​ເທື່ອ​ນີ້​ມີ​ຫົວ​ຂໍ້​ຫຼັກວ່າ"ກະ​ແຈ​ຂອງວິ​ສາ​ຫະກິດ​ຈີນທີ່​ໄຂ​ປະຕູ​ຕະຫຼາດ​ທຶນ​ສາກົນ",ຜູ້​ຮ່ວມ​ປະຊຸມ​ໄດ້ລົງ​ເລິກ​ຄົ້ນຄວ້າ​ຫາລື​ຫົວ​ຂໍ້​ຕ່າງໆ​ເຊັ່ນ​ພາຍ​ໃຕ້​ສະຖານະ​ການ​ເສດ​ຖະກິດ​ທົ່ວ​ໂລກ​ໃນ​ປະຈຸ​ບັນ​ນີ້,ນະ​ໂຍບາຍ​ຂອງວິ​ສາ​ຫະກິດ​ຈີນ​ໃນ​ການລະດົມ​ທຶນ​ແລະ​ການ​ລົງທຶນ​ໃນ​ຕະຫຼາດ​ທຶນ​ສາກົນ ການ​ເຂົ້າຊື້​ວິ​ສາ​ຫະກິດ​ແລະ​ເຂົ້າ​ຕະຫຼາດ​ຫຸ້ນ​ຕ່າງປະ​ເທດ​​ເປັນ​ຕົ້ນ.

ທ່ານ​ລົງ​ຢົງ​ທູ ຫົວ​ໜ້າ​ກອງ​ເລຂາ​ຂອງ​​ເວທີ​ປຶກ​ສາ​ຫາລື​ອາຊີ​ປໍ​ອາວ​ກ່າວ​ວ່າ,ກອງ​ປະຊຸມ​ເທື່ອ​ນີ້​ໄດ້​ສ້າງ​ພື້ນ​ຖານ​ໃຫ້​​ແກ່​ການ​ຂະ​ຫຍາຍ​ຕົວ​ຕື່ມ​ອີກ​ໃນ​ທົ່ວ​ໂລກຂອງ​ເວທີປຶກສາ​ຫາລື​ອາຊີ​ປໍ​ອາວ​ໃນ​ຕໍ່ໜ້າ​ນີ້.ວິ​ສາ​ຫະກິດ​ຈີນ​ຄວນ​ນຳ​ໃຊ້​ເຄື່ອງມື​ລົງທຶນ​ໃນ​ສາກົນ​ຢ່າງ​ເຕັມທີ່,​ເຂົ້າ​ຕະຫຼາດ​ຫຼັກຂອງສາກົນ,​ເລັ່ງລັດ​ການ​ຫັນ​ເປັນສາກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>