ໄຂ​ການສຳ​ມະ​ນາ​ກູ້​ໄພ​ສາກົນ​ກອງ​ທັບອາ​ຊຽນບວກ 3

(GMT+08:00) 2008-06-10 14:07:22 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 10 ມິຖຸ​ນາ​ນີ້,ການ​ສຳ​ມະ​ນາ​ກູ້​ໄພ​ສາກົນ​ກອງທັບ​ອາ​ຊຽນບວກ 3 ຄື​ອາ​ຊຽນ​ກັບ​ຈີນ ຍີ່ປຸ່ນ​ແລະ​ສ.​​ເກົາຫຼີ​ໄດ້​​ໄຂ​ຂຶ້ນ​ຢູ່​ສະ​ຖາ​ບັນບັນ​ຊາການ​ກອງ​ທັບ​ບົກ​ຊື​ເຈຍ​ຈ່ວງຂອງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ທີ່ຢູ່ພາກ​​ເໜືອ​ຈີນ.​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ແລະຜູ້​ບັນຊາ​ການ​ກອງ​ທັບ​ກູ້​ໄພທີ່​ມາ​ຈາກ 10 ປະ​ເທ​ດອາ​ຊຽນ ຈີນ ຍີ່ປຸ່ນ​ແລະ​ສ.​ເກົາຫຼີພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ກອງ​ເລຂາ​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມ​.

ການ​ສຳ​ມະ​ນາທີ່​ຈະ​ດຳ​ເນີນ​ເປັນ​ເວລາ 3 ວັນ​ເທື່ອ​ນີ້ຈະ​ປິ່ນອ້ອມ​ຫົວ​ຂໍ້ຄື​ການ​ຮ່ວມ​ມື​ຢ່າງ​ຕິດ​ແທດ​ຕົວ​ຈິງລະຫວ່າງ​ກອງ​ທັບ​ຂອງ​ປະ​ເທດ​ອາ​ຊຽນກັບ​ຈີນ ຍີ່ປຸ່ນ​ແລະ​ສ.​​ເກົາຫຼີ​ໃນ​ການ​ກູ້​ໄພ​ສາກົນ,ດຳ​ເນີນ​ການ​ຫາລື​ແລະ​ການ​ແລ​ກປ່ຽນ​ກ່ຽວ​ກັບ​ບັນຫາ​ການ​ຮັບປະກັນ​ດ້ານ​ກົດໝາຍ ການ​ສ້າງ​ກົນ​ໄກ​ປະສານ​ງານ​ແລະ​ລະບຽບ​ການ​ເຮັດ​ວຽກ​ຕາມ​ມາດຕະຖານ​ຂອງ​ການ​ກູ້​ໄພ​ສາກົນຂອງ​ກອງທັບ​ພາຍ​ໃຕ້​ຂອບ​ອາ​ຊຽນບວກ 3​.

ໃນ​ພິທີ​ໄຂ​,ພົນ​ຕີ​ຊຽນລີ້​ຮວາ ຫົວ​ໜ້າ​ຫ້ອງການ​ພົວພັນ​ກັບ​ຕ່າງປະ​ເທດ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ,ກອງທັບ​ປະ​ເທດ​ຕ່າງໆ​ເພີ່ມ​ທະວີ​ການ​ແລ​ກປ່ຽນ​ແລະ​ກາ​ນຮ່ວມ​ມື​ໃນ​ຂົງ​ເຂດ​ກູ້​ໄພ​ນັ້ນ,ມີ​ຜົນ​ດີ​ຕໍ່​ການ​ຖອດ​ຖອນ​ບົດຮຽນ​ນຳ​ກັນ,ຮ່ວມ​ກັນຍົກ​ສູງ​ຄວາມ​ສາມາດ​ແລະ​ລະດັບ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>