ເຂດ​ປະສົບ​ໄພ​ແຜ່ນ​ດິນ​ໄຫວ​ຈີນ​ບໍ່​ມີ​ການ​ລະ​ບາດ​ຂອງ​ພະ​ຍາດ​ຮ້າຍ​ແຮງ

(GMT+08:00) 2008-06-10 15:01:56 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​CRI:ວັນ​ທີ 10 ມິຖຸນາ​ນີ້,ທ່ານ​ມາວ​ຊູນ​ອ່ານ ​ໂຄສົກ​ກະຊວງ​ສາທາ​ລະນະ​ສຸກ​ຈີນ​ຖະ​ແ​ຫຼງ​ວ່າ,ນັບ​ມາ​ຮອດ​ປະຈຸ​ບັນ,​ເຂດ​ປະສົບ​​ໄພ​ແຜ່ນດິນ​ໄຫວ​​ແຂວງ​​ເສ​ສວນ​ຈີນ​ບໍ່​ມີ​ສະພາບ​ພະຍາດ​ຕິ​ດ​​ແປດ​ຮ້າຍ​ແຮງ​ແລະ​ບັນຫາ​ດ້ານ​ສາ​ທາ​ລະ​ນະ​ສຸກ​ກະ​ທັນ​ຫັນ.

ພາຍ​ຫຼັງ​ເມືອງ​​ເວິ້ນ​ຊ່ວນ​ແຂວງ​ເສ​ສວນ​ເກີດ​ແຜ່ນ​ດິນ​ໄຫວ​ຮ້າຍ​​ແຮງ​ໃນ​ວັນ​ທີ 12 ພຶດສະ​ພາ​ແລ້ວ​ນີ້,ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ໄດ້​ສົ່ງ​ແພດ​ໝໍ ​ເຈົ້າ​ໜ້າທີ່​ປ້ອງ​ກັນ​ພະຍາດ​ແລະ​ຜູ້​ຕິດຕາມ 1 ໝື່ນ​ກວ່າ​ຄົນ.ປະຈຸ​ບັນ,ວຽກ​ງານ​ກອບ​ກູ້​ປິ່ນ​ປົວ​ດ່ວນ​ຂະ​ໜາດ​​ໃຫຍ່​ໄດ້​ສິ້ນ​ສຸດ​ລົງ​ໂດຍ​ພື້ນຖານ​ແລ້ວ;ວຽກ​ງານ​ປ້ອງ​ກັນ​ພະຍາດ​ແລະ​ຕິດຕາມ​ອະນາ​ໄມພວມ​ດຳ​ເນີນ​​ໄປ​ເປັນ​ຢ່າງດີ.

ທ່ານ​ມາວ​ຊູນ​ອ່ານ​ກ່າວ​ວ່າ,​ເພື່ອ​ຮັບປະ​ກັນບໍ່​​ໃຫ້​​ເກີດ​ການລະ​ບາດ​ຂອງພະ​ຍາດ​ຮ້າຍ​ແຮງ​ພາຍຫຼັງ​ໄພ​ທຳ​ມະ​ຊາດ,ພາກ​ສ່ວນ​ສາ​ທາ​ລະນະ​ສຸກ​ຈະ​ສືບ​ຕໍ່​ໃຊ້​ມາດ​ຕະ​ການ​ພະຍາ​ຍາມ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ແລະ​ນ້ຳ​ດື່ມ​ຂອງ​ປະຊາຊົນ​ເຂດ​ປະສົບ​​ໄພ;​ເພີ່ມ​ທະວີ​ການ​ຕິດຕາມຕໍ່​ສະພາບ​ພະຍາດ​ຕິດ​ແປດ;ພ້ອມ​ກັນ​ນັ້ນ,ສັກ​ຢາ​ວັກ​ແຊງປ້ອງ​ກັນ​ພະຍາດ​ຕັບ​ອັກ​ເສບຊະນິດ​ອາ​ແລະ​ພະຍາດ​ອື່ນໆ​ໃຫ້​ກຸ່ມ​ຄົນ​ສ່ຽງ,ປ້ອງ​ກັນ​ບໍ່​ໃຫ້​ມີ​ການລະບາດ​ຂອງພະຍາດ​ຕິດ​ແປດຮ້າຍ​ແຮງ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>