ຈີນ​ຈະ​ຮັບ​ປະ​ກັນ​ໃຫ້​ຄົມ​ມະ​ນາ​ຄົມ​ສະ​ດວກ, ຄຸນ​ນະ​ພາ​ບອາ​ກາດ​ໄດ້​ມາດ​ຕະ​ຖານ, ​ແລະ​ອາ​ຫານ​ມີ​ຄວາມ​ປອດ​ໄພ​ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ

(GMT+08:00) 2008-06-13 11:53:54 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ໜັງສືພິມ​ເຢິນມິນ​ຢື້​ປ້າວ: ຕອນ​ບ່າຍ​ວັນ​ທີ 12 ມິຖຸນາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຊີ​ຈິ້ນ​ພິງ ຮອງ​ປະ​ທານ​ປະ​ເທດ​ຈີນກ່າວ​ເນັ້ນ​ວ່າ, ​ໃນ​ໄລຍະ​ສຳຄັນ​ສຸດ​ທ້າຍ​ຂອງ​ວຽກ​ງານ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ຕ້ອງ​ອອກ​ແຮງ​ສຸດ​ຂີດ​ຮັບປະກັນ​ໃຫ້​ຄົມມະ​ນາຄົມ​ສະດວກ, ຄຸນ​ນະພາ​ບອາກາດ​ໄດ້​ມາດ​ຕະ ຖານ, ​ແລະ​ອາຫານ​ມີ​ຄວາມ​ປອດ​ໄພໃນ​ໄລຍະຈັດ​ງານ​ກິລາ​ໂອ​ລິມປິກ, ຈັດ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ມີ​ສີສັນ​ພິ​ເສດ​, ​ລະດັບ​ສູງພ້ອມ​ທັງ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ທີ່​ດີ​​ເລີດ​ຄື​ກັນ.

ໃນ​ເວລາ​ສຳຫຼວດ​ວຽກ​ງານ​ຄົມມະ​ນາຄົມ, ຄຸນ​ນະພາ​ບອາກາດ​ແລະ​ຄວາມ​ປອດ​ໄພ​ຂອງ​ອາຫານ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມ ປິກ, ທ່ານ​ຊີ​ຈີ້​ນພິງ​ກ່າວ​ວ່າ, ຕ້ອງ​ຮັບປະກັນ​ໃຫ້​ຄົມມະ​ນາຄົມ​ໂດຍ​ສະ​ເພາະ​​ແມ່ນ​ລະບົບ​ຂົນ​ສົ່ງ​ທີ່​ໃຊ້​ລາງ​ຄວາມ​ປອດ​ໄພ, ​ເພີ່ມ ຄວາມ​ແຮງ​ປັບປຸງ​ສິ່ງ​ແວດ​ລ້ອມ​, ຮັບປະກັນ​ຄຸນ​ນະພາ​ບອາກາດ, ສ້າງ​ກົນ​ໄກ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ອາ​ຫານ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ໃຫ້​ສົມບູນ​ແລະ​ໃຫ້​ມີ​ປະສິດ​ທິພາບໃນ​ໄລຍະ​ຍາວ​ນານ, ຮັບປະກັນ​ຄວາມ​ປອດ​ໄພ​ ​ຄຸນ​ນະພາ​ບອາຫານ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຈາກ​ແຫຼ່ງ​ຜະ​ລິດ​ຈົນ​ຮອດ​ໂຕະ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>