ການ​ຝຶກ​ຊ້ອມ​ຕ້ານ​ການ​ກໍ່​ການ​ຮ້າຍ​ລະ​ດັບ​ຊາດ​ຂອງ​ຈີນ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບ​ງາມ

(GMT+08:00) 2008-06-14 16:58:01 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ cri:ການຝຶກ​ຊ້ອມຕ້ານ​ການກໍ່​ການຮ້າຍ​ລະດັບ​ຊາດ​ທີ່​​ໃສ່​ຊື່ວ່າ ກຳ​ແພງ​ຍັກ​ເລກ 5 ຂອງ​ຈີນ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ເປັນ​ເວລາ 4 ວັນນັ້ນ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ​ໃນ​ວັນ​ທີ 14 ມິຖຸນາ​ນີ້.ການຝຶກ​ຊ້ອມ​ໄດ້​ກວດກາ​ແຜນງານ​ແລະ​ກົນ​ໄກ​ດຳ​ເນີນ​ງານ​ໃນ​ການ​ຊຳລະ​ເຫດການ​ກໍ່ການຮ້າຍ​ທີ່​ເກີດ​ຂຶ້ນ​ກະທັນ​ຫັນ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິມປິກ,​​ໄດ້​ຮັບ​ຜົນຕາມ​ທີ່​ຄາດ​ໄວ້​ລ່ວງ​ຫນ້າ.

ຜູ່​ຮັບຜິດຊອບ​ຂອງ​ກອງ​ບັນຊາ​ການ​ຝຶກ​ຊ້ອມ​ແນະນຳ​ວ່າ, ການ​ຝຶກ​ຊ້ອມ​ໄດ້​ກວດກາ​ລະດັບ​ກະກຽມ​ແລະ​ຄວາມ​ສາມາດ​ແກ້​ໄຂ​ບັນຫາ​ຂອງ​ກຳ ລັງ​ຕ້ານ​ການກໍ່ການ​ຮ້າຍ​ຕ່າງໆ,​ແລະ​​ໄດ້​ປະສານ​ງານ​ລະຫວ່າງ​ລະບົບ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ກັບ​ລະບົບ​ຕ້ານ​ການກ​ກໍ່​ການ​ຮ້າຍ​​ຕື່ມ​ອີກ,​​ ​ໄດ້​ທຳ​ການ​ກະກຽມ​ຢ່າງຮອບດ້ານ​ເພື່ອ​ປ້ອງ​ກັນ​ແລະ​ແກ້​ໄຂ​ເຫດການ​ກໍ່ການ​ຮ້າຍ​ຕ່າງໆ​ທີ່​ເກີດ​ຂຶ້ນໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມ ປິກປັກ​ກິ່ງ.

ການ​ຝຶກ​ຊ້ອມ​ກວດກາກາ​ນຊຳລະ​ເຫດການ​ຫລອນ​ໂຈມ​ຕີ​ດ້ວຍ​ການກໍ່ການ​ຮ້າຍ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ​ລະດັບ​ຊາດ​ກຳ​ແພງ​ຍັກ​ເລກ 5 ​ແມ່ນ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 11 ມິຖຸນາ​ນີ້, ການ​ຝຶກ​ຊ້ອມ​ມີ​ເນື້ອ​ໃນ​ຕ່າງໆ​ເຊັ່ນ​ການ​ຊຳລະ​ການລະ​ເບີດ​ເຄມີ​ແລະ​ອື່ນໆ, ມີ​ພາກສ່ວນ​ຕ່າງໆ​ເຊັ່ນ ການ​ປ້ອງ​ກັນ​ຄວາມ​ສະຫງົບ ຕຳຫລວດ​ປະກອບ​ອາວຸດ​ແລະ​ກອງທັບ​ພ້ອມ​ກັນ​ເຂົ້າຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>