ນິທານຂອງສື່ໝ້າກວ່າງ
-----------------------------------------------------------------------------------------------------------------
ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການອາລະຍະທຳຈີນ. ໃນປະຫວັດວິຊາການຂອງຈີນ, ມີໜັງສືປະຫວັດສາດທີ່ຍິ່ງໃຫຍ່ຂອງຈີນສອງເຫຼັ້ມຕ້ອງກ່າວເຖິງ, ເຫຼັ້ມໜຶ່ງແມ່ນ "ສືຈີ້" ແຕ່ງໂດຍຊື່ໝາຊ່ຽນກ່ອນ ຄ.ສ.ສອງສະຕະວັດ, ອີກເຫຼັ້ມໜຶ່ງແມ່ນ "ຈື່ຈື້ຖົ່ງຈ້ຽນ" ຮຽບຮຽງໂດຍຊື່ໝາກ່ວງເມື່ອສະຕະວັດທີ 11. ໃນລາຍການອາລະຍະທຳຈີນພາກນີ້, ຂ້າພະເຈົ້າຂໍສະເໜີຊື່ໝາກ່ວງແລະໜັງສື "ຈື່ຈື້ຖົ່ງຈ້ຽນ" ທີ່ເພິ່ນຮຽບຮຽງນັ້ນສູ່ທ່ານຟັງ.
ຊື່ໝາກ່ວງເກີດໃນຄອບຄົວຂຸນນາງເມື່ອປີ 1019, ໃນສະໄໝນັ້ນ ຈີນພວມຢູ່ໃນລາຊະວົງຊົ້ງ, ຊື່ໝາກ່ວງໄດ້ຮັບການສຶກສາເປັນຢ່າງດີຕັ້ງແຕ່ເດັກ, ແລະເປັນເດັກທີ່ສະຫຼາດສະຫຼຽວແລະມີສະຕິປັນຍາທີ່ສຸດ. ໃນພື້ນເມືອງຈີນໄດ້ມີນິທານເລື່ອງ "ຊື່ໝາກ່ວງທຸບໄຫ" ເລົ່າລືກັນຢ່າງກວ້າງຂວາງຄືດັ່ງນີ້: ໃນເວລາຍັງເປັນເດັກນ້ອຍ, ມີມື້ໜຶ່ງ ຊື່ໝາກ່ວງພວມຫຼິ້ນກັບສ່ຽວນ້ອຍຢູ່ໃນເດີ່ນບ້ານ, ໃນເດີ່ນບ້ານມີໄຫໃຫຍ່ໄຫໜຶ່ງ, ໃນໄຫມີນ້ຳເຕັມໄຫ, ມີສ່ຽວນ້ອຍຜູ່ໜຶ່ງປິນຂຶ້ນປາກໄຫ ແລະຕົກໃສ່ໄຫຍ້ອຍບໍ່ລະວັງ, ເດັກນ້ອຍອື່ນໆຫຼາຍຄົນຕື່ນຕົກໃຈຈົນກະວົນກະວາຍທີ່ສຸດ, ມີແຕ່ຊື່ໝາກ່ວງທີ່ຍັງເດັກເຮັດໃຈເຢັນແລະໃຊ້ພິກໄຫວ, ເອົາຫີນກ້ອນໃຫຍ່ທຸບໃສ່ໄຫນ້ຳຈົນແຕກ, ແລະກອບກູ້ເອົາສ່ຽວນ້ອຍໄດ້ໃນທີ່ສຸດ.
ໃນການຮ່ຳຮຽນ, ຊື່ໝາກ່ວງມີມານະຈິດຕ່າງກັບຄົນທຳມະດາ. ຕາມບັນທຶກໃນໜັງສືປະຫວັດສາດ, ໃນເວລາອາຍຸ 7 ຂວບ, ຊື່ໝາກ່ວງມັກອ່ານປື້ມປະຫວັດສາດບູຮານທີ່ສຸດ, ເພື່ອຂ້ຽວເລັ່ງການຮ່ຳຮຽນ, ເພິ່ນໄດ້ເອົາໄມ້ທ່ອນໜຶ່ງມາເຮັດເປັນໝອນ, ໃນຍາມກາງຄືນ ເມື່ອພິກຄີງ, ທ່ອນໄມ້ຈະກິ້ງ, ເພິ່ນກໍ່ຈະຕື່ນຈາກນອນ, ແລະລຸກຂຶ້ນໃນທັນທີ ໄຕ້ຕະກຽງອ່ານໜັງສືເລີຍ. ກໍ່ຍ້ອນຄວາມຂະຫຍັນໝັ່ນພຽນຄືແນວນີ້, ຊື່ໝາກ່ວງສອບເສັງເຂົ້າຮັບລາຊະການໄດ້ເມື່ອອາຍຸ 19 ປີ, ແລະກາຍເປັນນັກການເມືອງທີ່ຊື່ດັງໃນລາຊະວົງຊົ້ງ.
ຕາມບັນທຶກໄວ້ໃນໜັງສືປະຫວັດສາດຝ່າຍທາງການ, ຊື່ໝາກ່ວງແມ່ນນັກການເມືອງທີ່ໃຈຊື່ໃຈເດັດແລະເປັນນັກປະຫວັດສາດທີ່ມີຄວາມຮູ້ອຸດົມສົມບູນ, ເພິ່ນປອດໃສໄຮ້ມົນທິນ ມົວເມົານຳວິຊາການ, ຮັກສາຄວາມດຸໝັ່ນແລະປະຢັດມັດທະຍັດຕະຫຼອດຊີວິດ. ຕາມເວົ້າກັນວ່າ, ພາຍຫຼັງເມຍຂອງຊື່ໝາກ່ວງຕາຍແລ້ວ, ໃນຄອບຄົວບໍ່ມີເງິນຈັດພິທີສົ່ງສະການ, ຊື່ໝາຄ່າງ ລູກຊາຍຂອງເພິ່ນແລະຍາດພີ່ນ້ອງເຫັນວ່າ ຄວນຢືມເງິນເພື່ອຈັດພິທີຂະໜາດໃຫຍ່ໃຫ້ມີໜ້າມີຕາ, ແຕ່ຊື່ໝາກ່ວງບໍ່ເຫັນດີນຳ, ແລະສອນລູກຊາຍວ່າຄວນຖືການປະຢັດມັດທະຍັດເປັນສິ່ງລ້ຳຄ່າ. ໃນທີ່ສຸດ, ເພິ່ນເອົາທີ່ດິນຂອງຕົນຜືນໜຶ່ງໄປຈຳນອງກັບຜູ່ອື່ນ, ຈັດການສົ່ງສະການແບບງ່າຍດາຍ. ຊື່ໝາກ່ວງໄດ້ຮັບຄວາມຍ້ອງຍໍຈາກຄົນຮຸ້ນຫຼັງໃນເລື່ອງດັ່ງກ່າວ.
ຍ້ອນສົນໃຈນຳປະຫວັດສາດ, ໃນເວລາອາຍຸ 40 ກວ່າປີ, ຊື່ໝາກ່ວງເລີ່ມ ຂຽນບົດປະພັນປະຫວັດສາດໃນເວລານອກໂມງການ. ເພິ່ນໄດ້ຮຽບຮຽງໜັງສືປະຫວັດສາດຈີນໃນສະໄໝບູຮານເຊັ່ນ ໜັງສື "ບັນທຶກລາຊະວົງໂຈ່ວ" ແລະໜັງສື "ບັນທຶກລາຊະວົງສິນ" ເປັນຕົ້ນ, ແລະຖະຫວາຍໃຫ້ຮ້ອງເຕ້ທອດພະເນດ. ເມື່ອຮ້ອງເຕ້ໄດ້ທອດພະເນດແລ້ວກໍ່ຊົງພໍພະໄທທີ່ສຸດ, ເລີຍຕັດສັ່ງໃຫ້ຊື່ໝາກ່ວງຂຽນຕໍ່ຕາມລຳດັບຂອງຍຸກສະໄໝ, ແລະຊົງຕັ້ງຫ້ອງການແລະແຕ່ງຜູ່ຊ່ອຍໃຫ້ເພິ່ນ. ໃນເວລານັ້ນ ພໍດີຊື່ໝາກ່ວງໄດ້ຖອນຕົວອອກຈາກລາຊະສຳນັກຊົ່ວຄາວຍ້ອນມູນເຫດການເມືອງ, ເພິ່ນໝົກໝົ້ນຂຽນບົດປະພັນ. ເມື່ອໄດ້ພະຍາຍາມຢ່າງລຳບາກກາກກຳມາເປັນເວລາ 15 ປີ, ບົດປະພັນປະຫວັດ ສາດທີ່ຊື່ດັງຄື "ຈື່ຈື້ຖົ່ງຈ້ຽນ" ໄດ້ຂຽນສຳເລັດໃນທີ່ສຸດ. ຕາມເວົ້າກັນວ່າ, ພຽງແຕ່ສະບັບຮ່າງຂອງບົດປະພັນດັ່ງກ່າວ ກໍ່ກອງໄວ້ເຕັມໆໄດ້ສອງຫ້ອງ.
ບົດປະພັນ "ຈື່ຈື້ຖົ່ງຈ້ຽນ" ຂຽນສຳເລັດໃນປີ 1084, ມີ 294 ມ້ວນ. ປະຫວັດສາດທີ່ບັນທຶກໄວ້ໃນປື້ມນີ້ໄດ້ເລີ່ມຈາກກ່ອນຄ.ສ.ປີ 403 ຈົນຮອດຄ.ສ.ປີ 959, ກວມປະຫວັດສາດຈີນ 1362 ປີ. ຊື່ໝາກ່ວງຫວັງໃຫ້ຜູ່ປົກຄອງຈົ່ງຖອດຖອນບົດຮຽນທາງບວກແລະທາງລົບຈາກເຫດການປະຫວັດສາດສະໄໝກ່ອນ, ສະນັ້ນຈຶ່ງໄດ້ຕັ້ງຊື່ບົດປະພັນນີ້ເປັນ "ຈື່ຈື້ຖົ່ງຈ້ຽນ". ທີ່ຈິງແລ້ວ, ຄວາມໝາຍຂອງການແຕ່ງບົດປະພັນ "ຈື່ຈື້ຖົ່ງຈ້ຽນ" ໄດ້ລື່ນກາຍຄວາມໝາຍເດີມຂອງຊື່ໝາກ່ວງຢ່າງຫຼວງຫຼາຍ, ມັນບໍ່ພຽງແຕ່ເປັນການຖອດຖອນບົດຮຽນຂອງຜູ່ປົກຄອງເທົ່ານັ້ນ, ແລະກໍ່ເປັນຊັບສົມບັດດ້ານຄວາມຮູ້ຂອງທົ່ວສັງຄົມອີກດ້ວຍ, ປະຫວັດສາດຫຼາຍພັນປີທີ່ໄດ້ບັນທຶກໄວ້ເປັນລາຍລັກອັກສອນຂອງຈີນມີຄວາມເປັນມາອັນຈະແຈ້ງ, ກໍ່ຍ້ອນມີບົດປະພັນປະຫວັດສາດທີ່ຍິ່ງໃຫຍ່ຄືແນວນີ້.