ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ອາ​ຊຽນ​ໃນດ້ານ​ຜະ​ລັງ​ງານ​ນີວ​ເຄຼຍ

(GMT+08:00) 2008-06-16 19:25:45 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 16 ມິຖຸນາ​ນີ້,ຢູ່​ບາງກອກ,"ການ​ສຳ​ມະ​ນາ​ອາ​ຊຽນບວກ 3​ ກ່ຽວ​ກັບ​ການ​ນຳ​ໃຊ້​ພະລັງງານ​ຢ່າງ​ປອດ​​ໄພ​"ໄດ້​ໄຂ​ຂຶ້ນ.

ທ່ານ​ວາງຈູ່ງທາງ ຮອງ​ຫົວໜ້າ​ກົມ​ຄວາມ​ປອດ​ໄພ​ດ້ານ​ນີວ​ເຄຼຍ​ແຫ່ງ​ຊາດ​ຈີນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ,​ໃນ​ດ້ານ​ການ​ນຳ​​ໃຊ້​ພະລັງງານ​ນີວ​ເຄຼຍຢ່າງ​ປອດ​ໄພ,ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຫຼວງ​ຫຼາຍ,​ແລະ​ໄດ້​ສ້າງ​ແລະ​ປະກາດ​ໃຊ້ກົດ​ໝາຍຂໍ້​ກຳນົດທີ່​ເຂັ້ມ​ງວດ​ຕາມ​ມາດຕະຖານ​ສາກົນ.​ໄດ້​ມີ​ກົນ​ໄກ​ໝູນ​ເດີນ​ແລະ​ບົດຮຽນ​ທີ່​ຄົບ​ຊຸດ​ໃນ​ດ້ານ​ກົດ​ລະບຽບ​ຄວາມ​ປອດ​ໄພ ສິ່ງ​ກໍ່ສ້າງ​ຄວາມ​ປອດ​​ໄພ​ ການ​ປະກອບ​ແລະ​ອົບຮົມ​ນັກວິຊາການ​ໃນ​ການ​ນຳ​ໃຊ້​ພະລັງານ​ນີວ​ເຄຼຍ,​ແລະຍິນ​ດີ​ຮ່ວມ​ມື​ກັບປະ​ເທດ​ອາຊຽນ​ໃນ​ດ້ານ​ການ​ພັດທະນາ​ແລະ​ນຳ​ໃຊ້​ພະລັງງານ​ນີວ​ເຄຼຍ.

ໃນ​ການ​ສຳ​ມະ​ນາດັ່ງກ່າວ,ທ່ານ​ຄຸຣຸຈິດ ນາ​ຄອນທັບ ຮອງ​ເລຂາ​ປະຈຳການ​ກະ​ຊວງ​ພະລັງງານ​ໄທ​ກ່າວ​ວ່າ,ປະ​ເທດ​ອາ​ຊຽນພວມ​ພິຈາ​ລະນາ​ການ​ນຳ​ໃຊ້​ພະລັງງານ​ນີວ​ເຄຼຍ​ເຂົ້າ​ໃນ​ທາງ​ສັນ​ທິພາບ,ຕົ້ນຕໍ​ແມ່ນ​ໃຊ້​ມາຜະລິດ​ໄຟຟ້າ,ບໍ່​ແມ່ນ​ເພື່ອ​ຜະລິດ​ອາວຸດ​ນີວ​ເຄຼຍ.ທ່ານ​ກ່າວ​ວ່າ,​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໂປ່​ງ​ໃສ,​ເວທີ​ປຶກສາ​ຫາລື​ໄດ້​ເຊີນ​ 3 ປະ​ເທດຄູ່​ເຈລະຈາ​ຄື ຈີນ ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ພ້ອມ​ດ້ວຍ​ອົງການ​ພະລັງງານ​ປະລະມານູ​ສາກົນ​ຫຼື IAEA ​ເຂົ້າຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>