ປັກ​ກິ່ງ​ຈຳ​ກັດ​ການ​ອອກ​ເດີນ​ທາງ​ຂອງ​ລົດ​ຍົນ​ເພື່ອ​ຮັບ​ປະ​ກັນ​ຄົມ​ມະ ນາ​ຄົມ​ແລະ​ຄຸນ​ນະ​ພາບ​ຂອງ​ອາ​ກາດ​ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ

(GMT+08:00) 2008-06-20 18:52:49 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊີ​ນຮວາ: ​ເພື່ອ​ຮັບປະກັນ​ຄົມມະນາຄົມ​ແລະ​ຄຸນ​ນະພາ​ບຂອງ​ອາກາດ​ໃນ​ງານ​ກິລາ​ໂອ​ລິ​ມປິກ​​ແລະ​ງານ​ກິລາ​ໂອ​ລິ​ມປິ​ກຄົນ​ພິການ​ປັກ​ກິ່ງ,ວັນ​ທີ 20 ມິຖຸນາ​ນີ້ ນະຄອນຫລວງ​ປັກ​ກິ່ງ​ໄດ້​ປະກາດ​ແຈ້ງ​ການວ່າ,​ຈຳກັດ​ການ​ອອກ​ເດີນທາງ​ຂອງ​ລົດ​ປັກ​ກິ່ງ​ແລະ​ລົດ​ຕ່າງ​ຖີ່​ນທີ່​ເຂົ້າມາ​ປັກ​ກິ່ງ​ຕາມ​​ເລກ​ປ້າຍ​ລົດທີ່​ເປັນ​ເລກ​ຄີກ​ແລະ​ເລກ​ຄູ່ແຕ່​ວັນ​ທີ 20 ກໍລະກົດ​ຫາ​ວັນ​ທີ 20 ກັນຍາ​ປີ​ນີ້,ລົດ​ຂອງກົງຈັກ​ແລະ​ຫົວຫນ່ວຍ​ຕ່າງໆ 70% ​ຈະ​ຈອດ​ບໍ່​ແລ່ນ​ອອກ​ມາ.



ລົດ 20 ກວ່າ​ປະ​ເພດ​ເຊັ່ນລົດ​ເມ ລົດ​ແທກ​ຊີ ລົດ​ໂດຍສານ​ຂະຫນາດ​ໃຫຍ່ ລົດ​ຕຳຫລວດ ລົດ​ພະຍາບານ​ແລະ​ລົດ​ທີ່​ມີ​ໃບ​ອະນຸຍາດ​ສະ​ເພາະ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ຄະນະ​ກຳມະການ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເບີກ​ໃຫ້​ນັ້ນ​ແລະ​ອື່ນໆ​ບໍ່​ຖືກ​ຈຳກັດ.ພ້ອມ​ກັນນັ້ນ, ​ເລີ່​ມ​ແຕ່​ວັນ​ທີ 1 ກໍລະກົດ​ປີ​ນີ້​ໄປ, ນະຄອນຫລວງ​ປັກ​ກິ່ງ​ຍັງ​ຈະ​ໃຊ້​ມາດ​ຕະການ​ລະອຽດ​ກ່ຽວ​ກັບ​ການຈຳກັດ​ລົດ​ທີ່​ມີ​ການ​ມົນ​ລະ​ພິດ​ຫລາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>