ພື້ນ​ຖານ​ຂອງ​ການ​ພັດ​ທະ​ນາ​ຕະ​ຫລາດ​ທຶນ​ຂອງ​ຈີນ​ຢ່າງ​ຫມັ້ນ​ທ່ຽງ​ແລະ​ປອດ​ໃສ​ນັ້ນ​ຈະ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ

(GMT+08:00) 2008-06-23 10:42:10 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 22 ມິຖຸນາ​ນີ້ ຢູ່​ປັກ​ກິ່ງ, ທ່ານ​ຊ້າງ​ຝູລິນ ປະທານ​ຄະນະ​ກຳມະການ​ຕິດຕາມ​ກວດກາ​ຫລັກ​ຊັບ​ຈີນ​ກ່າວ​ວ່າ,ພື້ນຖານ​ຂອງ​ການ​ພັດທະນາ​ຕະຫລາດ​ທຶນ​ຂອງ​ຈີນ​ຢ່າງ​ຫມັນທ່ຽງ​ແລະ​ປອດ​ໃສ​ນັ້ນຈະ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ.

ຫວ່າງ​ມໍ່ໆ​ນີ້, ​ໂດຍ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການຈໍລະ​ຈອນ​ຂອງ​ທຶນ​ສາກົນ​ແລະ​ການ​ພັດທະນາ​ຂອງ​ເສດຖະກິດ​ພາຍ​ໃນ​ປະ​ເທດ,ຕະຫລາດ​ທຶນ​ຈີນ​ໄດ້​ປັ່ນ​ປ່ວນ​ຫລາຍ​,​ເຮັດ​ໃຫ້​ຜູ່ລົງທຶນ​ບໍ່​ມີ​ຄວາມ​ຫມັນ​ໃຈ.​ໃນ​ກອງ​ປະຊຸມ​ວຽກ​ງາ​ນທີ່​ກ່ຽວຂ້ອງ​ຂອງ​ຄະນະ​ກຳມະການ​ຕິດຕາມ​ກວດກາ​ຫລັກ​ຊັບ​ຈີນ,ທ່ານ​ຊ້າງ​ຝູລິນ​ກ່າວ​ວ່າ, ປັດຈຸບັນ,ການ​ພັດທະນາ​ຕະຫລາດ​ທຶນ​ຈີນ​ມີ​ການ​ຄ້ຳປະກັນ​ອັນ​ແຂງ​ແຮງ​ຈາກພື້ນຖານ​ດ້ານ​ເສດຖະກິດ​ ສະພາບ​ແວດ​ລ້ອມ​ດ້ານ​ລະ​ລຽບ​ການ​ແລະ​ເງື່ອນ​ໄຂ​ພາຍ​ໃນ​ທີ່​ດີ,ສະນັ້ນ ພື້ນຖານ​ທີ່​ເຮັ​ດ​ໃຫ້​ຕະຫລາດ​ທຶນ​ຈີນ​ຂະຫຍາຍຕົວ​ຢ່າງ​ຫມັ້ນທ່ຽງ​ແລະ​ປອດ​ໃສ​ຈະ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ.

ທ່ານ​ຊ້າງ​ຝູລິນ​ຊີ້​ອອກ​ວ່າ,ຕະຫລາດ​ໃດ​ກໍ່​ລ້ວນ​ແຕ່​ພັດທະນາ​ໄປ​ໃນ​ທ່າມກາງ​ຄວາມ​ລະ​ອິດລະ​ອ້ຽວ.​ເບິ່ງ​ຈາກ​ໄລຍະຍາວ​​ໄກ​ແລ້ວ​ເຫັນ​ວ່າ, ຕະຫລາດທຶນ​ຈີນ​ຈະ​ພັດທະນາ​ຢ່າງ​ຫມັ້ນທ່ຽງ​ແລະ​ປອດ​ໃສ​ໄດ້,​ແລະ​ເສັ້ນທາງ​ທີ່​ພັດທະນາ​ແບບ​ຍືນ​ຍົງ​ຢ່າງ​ຍາວ​ນານ​ນັ້ນກໍ່​ຈະ​ບໍ່​ປ່ຽນ​ແປງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>