ຂ່າວ​ສານ​ສູນ​ກາງ​ເກົາ​ຫຼີ​ແຈ້ງ​ຂ່າວ​ວ່າ, ສ.ປ.ປ​ເກົາ​ຫຼີ​ກັບ​ຍີ່​ປຸ່ນ​ຟື້ນ​ຟູ​ສາຍ​ສຳ​ພັນ​ທາງ​ການ​ທູດ​ເປັນ​ປົກ​ກະ​ຕິ​ສອດ​ຄ່ອງ​ກັບ​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ

(GMT+08:00) 2008-06-23 18:56:37 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນຮວາ: ວັນ​ທີ 23 ມິຖຸນາ​ນີ້, ຂ່າວສານ​ສູນ​ກາງ​ເກົາຫຼີ​ແຈ້ງ​ຂ່າວ​ວ່າ, ສ.ປ.ປ​ເກົາຫຼີກັບ​ຍີ່​ປຸ່ນຟື້ນ​ຟູ​ສາຍສຳພັນ​ທາງ​ການ​ທູດ​ເປັນ​ປົກກະຕິ​, ພັດທະນາ​ການ​ພົວພັນ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ສອດຄ່ອງ​ກັບ​ຄວາມ​ປາຖະໜາ​ແລະ​ຜົນ​ປະ​ໂຫຍ​ດ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ການ​ພົວພັນ​ທີ່​ບໍ່​ເປັນປົກກະຕິ​ໃນ​ໄລຍະ​ຍາວ​ນານ​ລະຫວ່າງ​ສ.ປ​.ປ​ເກົາຫຼີກັບ​ຍີ່​ປຸ່ນບໍ່​ມີ​ຜົນ​ດີ​ຕໍ່​ທັງ​ສອງ​ຝ່າຍ.

ຂ່າວ​ແຈ້ງວ່າ, ບັນລຸ​ການ​ພົວພັນ​ລະຫວ່າງ​ສ.ປ.ປ​ເກົາຫຼີກັບ​ຍີ່​ປຸ່ນ​ເປັນ​ປົກກະຕິ​ກໍ່​ແມ່ນ​ເນື້ອ​ໃນ​ທີ່ກຳນົດ​ໄວ້​ໃນ​ເອ​ກະ​ສານ​ຮ່ວມ​ກັນ​ທີ່​ຜ່ານ​ໃນ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ. ປະຈຸ​ບັນ, ການ​ບັນລຸ​ແຫຼມ​ເກົາຫຼີປອດ​ນິວ​ເຄຼຍ​ໄດ້ມີ​ຄວາມ​ຄືບໜ້າ​ຕື່ມ​ອີກ. ​ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວ​ນີ້, ຖ້າ​ຍີ່​ປຸ່ນຍັງ​ຍຶດໝັ້ນ​ປະຕິບັດ​ນະ​ໂຍບາຍ​ເປັນ​ປໍ​ລະ​ປັກ​ກັນ​ກັບສ.ປ.ປ​ເກົາຫຼີ, ມີ​ແຕ່​ຈະ​ກາຍ​ເປັນ "ຄວາມ​ຫຍຸ້ງຍາກ" ​ໃນ​ການ​ເຈລະຈາ 6 ຝ່າຍ.

ຂ່າວ​ແຈ້ງວ່າ, ການ​ເຈລະຈາ​ວຽກ​ງານ​ລະຫວ່າງ​ລັດ​ຖະ​ບານ​ສ.ປ.ປ​ເກົາຫຼີ​ກັບ​ລັດ​ຖະ​ບານ​ຍີ່​ປຸ່ນ​ທີ່​ຈັດ​ຂຶ້ນ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ​ໄດ້​​ເຊັນ​ສັນຍາ​ຕ່າງໆ, ​ໄດ້​​ສ້າງ​ການ​ບຸກທະລຸ​ເພື່ອ​ປັບປຸງ​ການ​ພົວພັນ​ລະຫວ່າງ​ສ.ປ​.ປ​ເກົາຫຼີກັບ​ຍີ່​ປຸ່ນ, ​ໄດ້ຮັບ​ຄວາມ​ຍ້ອງ​ຍໍ​ຈາກ​ປະຊາ​ຄົມ​ໂລກ. ​ແຕ່ວ່າ, ອິດ​ທິພົນ​ຮັກສາ​ຄອງ​ເກົ່າປີກ​ຂວາ​ຈຳນວນ​ໜຶ່ງ​ຂອງ​ຍີ່​ປຸ່ນພັດ​ເວົ້ານັ້ນ​ເວົ້າ​ນີ້ກ່ຽວ​ກັບ​ເລື່ອງ​ນີ້, ​ເຈຕະນາ​ຂັດຂວາງ​ການ​ປັບປຸງການ​ພົວພັນ​ລະຫວ່າງສ.ປ.ປ​ເກົາຫຼີກັບ​ຍີ່​ປຸ່ນ, ​ແລະ​ຫວັງ​ຢາກ​ສວຍ​ໃຊ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດຂອງ​ພັກ​ການ​ເມືອງ​​ຕົນເອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>