ຈີນ​ຈັດ​ການ​ຝຶກ​ຊ້ອມ​ຕ້ານ​ການ​ກໍ່​ການ​ຮ້າຍ​ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ

(GMT+08:00) 2008-06-25 10:32:31 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ຈາກ​ຫນັງສື​ພິມ​ປະຊາຊົນ​ລາຍ​ວັນ​ຂອງ​ຈີນ:ການ​ຝຶກ​ຊ້ອມ​ຕ້ານ​ການກໍ່ການ​ຮ້າຍ​ລະດັບ​ຊາດ​ຂອງ​ຈີນ​ແລະ​ການ​ຝຶກ​ຊ້ອມ​ທີ່​ໃສ່​ຊື່ວ່າ ປິ່ນ​ຫ້າ​ຍ​ເລກ 6 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ທຽນ​ສິນ ທາງ​ພາກ​​ເຫນືອ​ຂອງ​ຈີນ​ໃນ​ວັນ​ທີ 24 ມິຖຸນາ​ນີ້.

ທ່ານ​ເມິ້ງ​ຈ້ຽນຈູ້ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ໄດ້​ຊົມ​ການ​ຝຶກ​ຊ້ອມ,​ແລະ​ໄດ້​ໄປ​ກວດກາ​ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງສະຫນາມກິລາ​ໂອ​ລິ​ມປິກ.

ທ່ານ​ເມິ້ງ​ຈ້ຽນຈູ້​ກ່າວ​ວ່າ, ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ໂດຍ​ສະ​ເພາະ​ແມ່ນ​ວຽກ​ງານ​ຕ້ານ​ການກໍ່ການ​ຮ້າຍ​ແມ່ນ​ພື້ນຖານ​ສຳຄັນ​ທີ່​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຢ່າງ​ສຳ​ເລັດ​ຜົນ.​ເບິ່ງ​ຈາກ​ສະພາບ​ປະຕິບັດ​ໂຄງການ​ຝຶກ​ຊ້ອມ​ທີ່​​ໄດ້​ດຳ​ເນີນ​ມາ, ​ເຫັນ​ວ່າຖືກຕ້ອງກັບ​ຄວາມ​ຕ້ອງການ​ຕົວ​ຈິງ​ໃນ​ການ​ຕ້ານ​ການກໍ່​ການ​ຮ້າຍ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ, ການ​ຝຶກ​ຊ້ອມ​ແມ່ນ​ສຳ​ເລັດ​ຜົນດີ​ທີ່​ສຸດ.ທ່ານ​ກ່າວ​ເນັ້ນວ່າ, ​ໃນ​ໄລຍະ​ຕໍ່​ໄປ, ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ໄດ້​ສ້າງ​ແຜນການ​ລະອຽດ​ກວ່າ​ເກົ່າ, ຜັນ​ຂະຫຍາຍ​ມາດ​ຕະການ​ປ້ອງ​ກັນ​ດ້ານ​ລາຍ,​ເພື່ອ​ຮັບປະກັນ​ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ​ໄດ້​ຮັບ​ໄຊຊະນະ.

ຂ່າວ​ແຈ້ງວ່າ​ການ​ຝຶກ​ຊ້ອມ​ເທື່ອ​ນີ້​ມີ​ສາມ​ລາຍການ,​ແລະ​ດຳ​ເນີນ 2 ມື້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>