"ຮັງ​ນົກ"​ສຳ​ເລັດ​ລົງຢ່າງ​ເປັນ​ທາງ​ການ

(GMT+08:00) 2008-06-28 18:57:20 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ​ໂດຍ​ຜ່ານ​ການ​ກໍ່ສ້າງ​ທີ່​ເປັນ​ເວລາ 4 ປີ, "ຮັງ​ນົກ"​ເຊິ່ງ​ເປັນ​ສະໜາມກິລາ​​ແຫ່ງ​ຊາດ​ຈີນ​ໄດ້​ສ້າງ​ສຳ​ເລັດ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 28 ມິຖຸນາ​ນີ້.

ສະໜາມກິລາ​ແຫ່ງ​ຊາດ​ຈີນ"ຮັງ​ນົກ"​ແມ່ນ​ສະໜາມກິລາ​ຫຼັກຂອງ​ງານ​ກິລາ​ໂອ​ລິ​ມ​ປິກ​ຄັ້ງ​ທີ 29, ສາມາດ​ບັນຈຸ​ເກືອ​ບ​​ແສນ​ຄົນ. ສິ່ງ​ກໍ່ສ້າງ​ທັງ​ໝົດ​ມີ​ຮູບ​ນອກ​ເປັນ​ມົນ​ຮູບ​ໄຂ່, ​ເບິ່ງ​ຈາກ​ເບື້ອງ​ຂ້າງ​​ແລ້ວ​ຄື​ອານ​ມ້າ. ບ່ອນ​ນັ່ງ​ຜູ້​ຊົມ​ແບ່ງ​ເປັນ​ສາມ​ຊັ້ນ, ຍ້ອນ​ວ່າ​ຢູ່​ສະໜາມກິລາ​ບໍ່​ມີ​ເສົາ​ເລີຍ, ການ​ຊົມ​ຈິ່ງ​ສະດວກ​ທີ່​ສຸດ. ​ເຫຼັກ​ກ້າ​ພິ​ເສດ 11 ​ໂຕນ​ທີ່​ຈີນ​ຜະລິດ​ເອງ​ສາມາດ​ຄ້ຳ​ນ້ຳໜັກ​ຂອງ​ສິ່ງ​ກໍ່ສ້າງ​ໄດ້​ເປັນ​ຢ່າງ​ດີ.

ພິທີ​ໄຂ​ແລະ​ປິດ​ງານ​ກິລາ​ໂອ​ລິ​ມປິກ​ແລະ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ປັກ​ກິ່ງ​ລ້ວນ​ແຕ່​ຈັດ​ຂຶ້ນ​ຢູ່​ສະໜາມກິລາ"ຮັງ​ນົກ". ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ, "ຮັງ​ນົກ"ຈະ​ແມ່ນ​ສະໜາມກິລາ​ທີ່​ກຳ​ເນີ​ດຫຼຽນ​ຄຳ​ຫຼາຍ​ກວ່າ​ໝູ່.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>