ປັກ​ກິ່ງ​ຈະ​ອຳ​ນວຍ​ການ​ບໍລິ​ການ​ແນະ​ນຳ​ດ້ານ​ຄົມ​ມະນາ​ຄົມ​ດ້ວຍ​ຫຼາຍ​ພາ​ສາ

(GMT+08:00) 2008-06-29 16:51:05 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 29 ມິຖຸ​ນາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ໄຈ​ຊ່ວງເຮີ ຮອງ​ຫົວໜ້າ​ພະ​ແນ​ກຄຸ້ມ​ຄອງ​ຄົມມະ​ນາ​ຄົມ​ນະຄອນ​ປັກ​ກິ່ງ​ກ່າວ​ວ່າ,​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມ​ປິກ,ປັກ​ກິ່ງ​ຈະ​ອຳນວຍ​ການ​ບໍລິ​ການ​ດ້ານ​ຂໍ້​ມູນ​ຂ່າວສານ​ຄົມມະນາຄົມ​ຢ່າງຮອບດ້ານ​ໃຫ້​ແກ່​ແຂກ​ຈີນ​ແລະ​ຕ່າງປະ​ເທດ​ພ້ອມ​ດ້ວຍ​ຊາວ​ເມືອງ​ປັກ​ກິ່ງ,ຍັງ​ຈະ​ອຳ​ນວຍ​ການ​ບໍລິການ​ໃຫ້​ຄຳ​ປຶກສາ​ດ້ານ​ຄົມມະ​ນາຄົມ​ທາງ​ໂທລະສັບ 24 ຊົ່ວ​ໂມງ​ດ້ວຍ​ຫຼາຍ​ພາສາ​ໃຫ້​ແກ່​ແຂກ​ຕ່າງປະ​ເທດ.

"​​​​ເລີ່​ມ​ແຕ່ວັນ​ທີ 20 ກໍ​ລະ​ກົດ​ປີ​ນີ້​ເປັນ​ຕົ້ນ​ໄປ,ໂທລະ​ສັບ​ໃຫ້ການ​ບໍລິການ​ດ້ານ​ຂໍ້​ມູນ​ຂ່າວສານ​ຄົມມະນາຄົມໝາຍ​ເລກ 122 ຈະ​ເປີດ​ການ​ບໍລິການ​ໃຫ້​ຄຳ​ປຶກສາ​ດ້ານ​ຄົມມະນາຄົມ​ດ້ວຍ​ຫຼາຍ​ພາສາ​ເຊັ່ນ ພາສາ​ອັງກິດ ຝະຣັ່ງ ​ເຢຍລະ​ມັນ​ແລະ​ແອັສປາຍ​ເປັນ​ຕົ້ນ,​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່ແຂກ​ຈີນ​ແລະ​ຕ່າງປະ​ເທດຫຼວງ​ຫຼາຍ."

ນອກ​ນີ້,ຂ່າວ​ແຈ້ງວ່າ,​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ,ປັກ​ກິ່ງ​ຍັງ​ຈະ​ຮ່ວມ​ມື​ກັບ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ແລະ​ສື່​ມວນ​ຊົນ​ອື່ນໆ,ອອກ​ອາກາດລາຍ​ການ​ຄົມມະນາຄົມ​ດ້ວຍພາສາ​ຕ່າງປະ​ເທດ,​ແນະນຳ​ສະພາບ​ການ​ຄົມມະນາ​ຄົມປະຈຳ​ວັນ​ຂອງ​ປັກ​ກິ່ງ​ແລະ​ຂອງເຂດ​ອ້ອມ​ຂ້າງສະໜາມກິລາ​​ໂອ​ລິ​ມປິກ​ໃຫ້​ແຂກ​ຕ່າງປະ​ເທດ​ຊາບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>