ທ່ານ​ເຟິງ​ຊາວ​ເຊ

(GMT+08:00) 2008-06-29 18:58:15 cri
-----------------------------------------------------------------------------------------------------------------

ງານ​ວາງ​ສະ​ແດງ​ຮູບ​ແຕ້ມ​ສີ​ນ້ຳ​ມັນ​ຂອງ​ທ່ານ​ເຟິງ​ຊາວ​ເຊ​ທີ່​ມີ​ຫົວ​ເລື່ອງ​ວ່າ:ນົກ ກາງ​ແກ​ຢູ່​ຕາ​ເວັນ​ອອກ​ກາງ​ທີ່​ພວມ​ວາງ​ສະ​ແດງ​ຢູ່​ຫໍ​ວິຈິດ​ຕະກຳ​ຈີນ​ນັ້ນ,​ໄດ້​ເຮັດ​ໃຫ້​ວົງ​ການ​ວິ​ຈິດ​ຕະ​ກຳ​ແລະ​ຜູ່​ຊົມ​ຈີນ​ມີ​ຄວາມ​ຊື່ນ​ຊົມ​ຢ່າງ​ແຮງ​ກ້າ.ຮູບ​ແຕ້ມ​ສີ ນ້ຳ​ມັນ​ທີ່​ຖື​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ​ເປັນ​ຫົວ​ຂໍ້​ນີ້​ແມ່ນ​ຜົນ​ງານ​ທີ່​​ໃຫ້​ຄວາມສົນ​ໃຈ​ນຳ​ເຫດ​ການ​ໃຫຍ່​ໃນ​ໂລກ​ທີ່ມີ​ຫນ້ອຍ​ໃນ​ປະ​ຫວັດ​ວິ​ຈິດ​ຕະ​ກຳ​ຂອງ​ຈີນ.ສຽງ​ຮຽກ​ຮ້ອງ​​ໃຫ້​ມີ​ສັນ​ຕິ​ພາບ​ຂອງ​ທ່ານ​ເຟິງ​ຊາວ​ເຊດ້ວຍ​ສໍ​ຟອຍ​ນັ້ນ​ໄດ້​ເຮັດ​ໃຫ້​ຄົນ​ທັງ​ຫລາຍ​ຕອບ​ສະ​ຫນອງ.

ງານ​ວາງ​ສະ​ແດງ​ຮູບ​ແຕ້ມ​ສີ​ນ້ຳ​ມັນ​ຂອງ​ທ່ານ​ເຟິງຊາວ​ເຊ​ທີ່​ພາດ​ຫົວ​ເລື່ອງ​ວ່າ:ນົກ​ກາງ​ແກ​ຢູ່​ຕາ​ເວັນ​ອອກ​ກາງ​ໄດ້​ວາງສະ​ແດງ​ຮູບ​ແຕ້ມ​ແຜ່ນ​ໃຫຍ່​ທີ່​ກວ້າງ 2 ​ແມັດ​ເຄິ່ງ​ແລະ​ສູງ 2 ​ແມັດ​ລວມ 18 ​ແຜ່ນ.​ເມື່ອ​ຍ່າງ​ເຂົ້າ​ຫ້ອງ ວາງ​ສະ​ແດງ,ຜູ່​ຊົມ​ກໍ່​ຖືກ​ດຶງ​ດູດ​ສາຍ​ຕາ​ຈາກ​ຮູບ​ແຕ້ມ​ຊື່​ນົກ​ກາງ​ແກ​ຢູ່​ຕາ​ເວັນ​ອອກ​ກາງ.​ໃນ​ຮູບ​ນີ້, ນົກ​ກາງ​ແກ​ສີ​ຂາ​ຖືກ​ບາດ​ເຈັບ,​ເລືອດ​ອອກ​ເຕັມ​ໂຕ, ພວມ​ກົ້ມ​ຫົວ​ລົງ​ຄາບ​ເອົາ​ບັງ​ພັນ​ບາດ​ທີ່​ຕິດ​ເລືອດ.​ໃນ​ທ່າມ​ກາງ​ຄວັນ​ຫມື້,ຢູ່​ທາງ​ຫລັງ​ຂອງ​ນົກ​ກາງ​ແກ​ຈະ​​ເຫັນ​ທຸງ​ຂອງ​ອິສ​ຣາ​ແອນ​ແລະ​ປາ​ເລັສ​ຕິນ,​ເຮັດ​ໃຫ້​ຜູ່​ຊົມ​ກຶກ​ກອງ​ເຖິງ​ຫລາຍ​ບັນ​ຫາ.​ໃນ​ຫລາຍ​ປີ​ມາ​ນີ້,ຄົນ​ທັງ​ຫລາຍ​​ໄດ້​ຮູ້​ດີ​ກ່ຽວ​ກັບ​ສະ​ພາບ​ການ​ໃນຕາ​ເວັນ​ອອກ​ກາງ​ຈາກ​ສື່​ມວນ​ຊົນ​ຕ່າງໆ,​ແຕ່​ສະ​ພາບ​ການ​ຂອງ​ຕາ​ເວັນ​ອອກ​ກາງ​ພັດ​ປະ​ກົດ​ຕົວ​ຢູ່​ຕໍ່​ຫນ້າ​ຜູ່​ຊົມ​ໂດຍ​ກົງ​​ແບບ​ນີ້​ຍິ່ງ​ສະ​ເທືອ​ນ​ໃຈ​ຜູ່​ຊົມ​ຫລາຍ.​ໃນ​ ​ຮູບ​ແຕ້ມ​​ແຜ່ນ​ໃຫຍ່ 18 ​ແຜ່ນ,ນົກ​ກາງ​ແກ​ໄດ້​ປະ​ກົດ​ຕົວ​ດ້ວຍ​ຮູບ​ການ​ຕ່າງໆ, ຮູບ​ແຕ້ມ​ແຕ່​ລະ​ແຜ່ນ​ສ້າງ​ຄວາມ​ສະ​ເທືອ​ນ​ໃຈ​​ໃຫ້​ແກ່​ຜູ່​ຊົມ,ຄວາມ​ສົນ​ໃຈ​ດ້ານ​ມະນຸດ​ສະ​ທຳ​ແລະ​ສຽງ​ຮຽກ​ຮ້ອງ​ສັນ​ຕິ​ພາບ​ຂອງ​ຜູ່​ແຕ້ມ​ໄດ້​ຮັບ​ການ​ຍ້ອງ​ຍໍ​ຈາກ​ຜູ່​ຊົມ.

1 2 3 4 5 6
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>