ອາ​ເມ​ລິ​ກາຍອມ​ຮັບວ່າ​ໄດ້​ມີ​ຄວາມ​ຜິດພາດ​ເລື້ອຍໆ​ໃນ​ໄລຍະ​ຕົ້ນ​ຂອງ​ສົງຄາມ​ອີຣັກ

(GMT+08:00) 2008-07-01 12:01:13 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ສານ​ຊີ​ນຮວາ:ວັນ​ທີ 30 ມິຖຸນາ​ນີ້,ສະ​ຖາ​ບັນ​ຄົ້ນຄວ້າ​ຍຸດທະວິທີ​ທະຫານບົກ​ອາ​ເມ​ລິ​ກາ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ສະບັບ​ໜຶ່ງ​ຂຽນ​ວ່າ,​ໃນ​ໄລຍະ​ຕົ້ນ​ຂອງ​ສົງຄາມ​ອີຣັກ,ກອງ​ທະຫານ​ອາ​ເມ​ລິ​ກາ​ໄດ້​ກໍ່​ຄວາມ​ຜິດ​ພາດເລື້ອຍໆ,ບໍ່​ໄດ້​ຈັດ​ວາງ​ກອງ​ທະຫານ​ຢ່າງ​ພຽງພໍ​ເພື່ອ​ຄວບ​ຄຸມ​ສະພາບ​ການ​ຂອງ​ອີຣັກ.ນີ້​ແມ່​ນກອງ​ທັບອາ​ເມ​ລິ​ກາຍອມ​ຮັບຄວາມ​ຜິດພາດ​ຂອງຕົນ​ໃນການວາງຍຸ​ດໂທ​ບາຍ​ໃນສົງຄາມ​ອີຣັກ​ເປັນ​ເທື່ອ​ທຳ​ອິດ.

ບົດ​ລາຍ​ງານ​ຂຽນ​ວ່າ,ພາຍ​ຫຼັງ​ອາ​ເມ​ລິ​ກາ​ກໍ່​ສົງຄາມ​ອີຣັກຂຶ້ນ​ແລ້ວ,ຈຶ່ງ​ພົບວ່າ​ສະພາບ​ຕົວ​ຈິງ​ຕ່າງກັນ​ກັບ​ການ​ຄາດ​ຄະ​​ເນ​ໄວ້​ລ່ວງ​ໜ້າ​ຢ່າງ​ຫຼວງ​ຫຼາຍ.​ຫວ່າງ​ເດືອ​ນພຶດສະພາ​ຫາ​ເດືອນ​ສິງຫາ​ປີ 2003,ກອງ​ທະຫານ​ອາ​ເມ​ລິ​ກາ​ໄດ້​ກໍ່​ຄວາມ​ຜິດ​ພາດ​ທີ່​ໜັກ​ໜ່ວງ​ກວ່າ​ໝູ່​ຢູ່​ອີຣັກ,​ໃນ​ນັ້ນ,ລວມທັງ​ການ​ສັ່ງ​ຍຸບກອງທັບ​ອີຣັກ ອອກ​ຄຳ​ສັ່ງຫ້າມ​ສະມາຊິກ​ພັກ​ຟື້ນ​ຟູ​ສັງຄົມ​ອາຣັບທີ່​ນຳ​ໂດຍຊັດ​ດາ ຮຸດ​ເຊັນສືບ​ຕໍ່​ດຳລົງຕຳແໜ່​ງ​ແລະ​ປ່ຽນ​ສຳນັກງານ​ໃຫຍ່​ກອງ​ທະຫານ​ປະສົມ​ປະຈຳ​ອີຣັກ.

ນັບ​ແຕ່​ສົງຄາມ​ອີຣັກ​ໄດ້​ເລີ່​ມຕົ້ນ​ໃນ​ເດືອນມີນາ​ປີ 2003 ຈົນ​ຮອດ​ປະຈຸ​ບັນ,​ອາ​ເມ​ລິ​ກາ​ໄດ້​ໃຊ້​ງົບປະມານ 650 ຕື້​ໂດ​ລາ,​ແລະ​ພາ​ໃຫ້​ທະຫານ​ອາ​ເມ​ລິ​ກາ 4100 ກວ່າ​ຄົນ​ເສຍ​ຊີວິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>