ຕ້ານ​ການ​ກໍ່​ການ​ຮ້າຍ

(GMT+08:00) 2008-07-03 15:39:19 cri
-----------------------------------------------------------------------------------------------------------------

ທີ່​ນີ້ ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ສະບາຍດີ ທ່ານ​ຜູ່​ຟັງ​ທີ່​ໂຄລົບ,ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າ​ສູ່​ລາຍການ​ປັກ​ກິ່ງ 2008.  ທ່ານ​ຜູ່​ຟັງ,​ຫນຶ່ງ​ອາທິ​ດກ່ອນ, ການ​​ເຝິກຊ້ອມອັນນາ​ລ໋ອກ​ຕ້ານ​ການ​ກໍ່​ການ​ຮ້າຍ​ລະດັບ​ຊາດ​ຈີນ​​ຊາງ​ເສີງ​ເລກ5​ນັ້ນ​ໄດ້​​ເປີດ​ພິທີ​ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ. ການ​ເຝິກຊ້ອມ​​ເທື່ອ​ນີ້​ໄດ້​ກ່ຽວ​ພັນ​ເຖິງ​ຂະ​ແຫນງການຕ່າງໆ​ເຊັ່ນ: ຂະ​ແຫນງຮັກສາ​ຄວາມ​ສະຫງົບ  ຕຳຫຼວດ​ປະກອບ​ອາວຸດ  ກອງທັບ  ສາທາລະນະ​ສຸກ ອະນຸລັກ​ສິ່ງ​ແວດ​ລ້ອມ ອຸຕຸນິຍົມ​ແລະ​ຄົມມະນາຄົມ​ເປັນ​ຕົ້ນ,ມີຈຸດປະສົງ​​ເພື່ອ​​ເພີ່ມ​ຄວາມ​ສາມາດ​ປະສານ​ງານ​ລະຫວ່າ​ລະບົບ​ຮັກສາ​ຄວາມ​ສະຫງົບ​ກັບ​ລະບົບ​ຕ້ານ​ການ​ກໍ່​ການ​ຮ້າຍ​ໃນ​ເວລາ​ງານ​ກິລາ​ໂອ​ລິ​ມປິ​ກປັກ​ກິ່ງ,ຍົກ​ສູງຄວາມ​ສາມາດ​​ໃນ​ການ​ປ້ອງ​ກັນ​ແລະ​ຈັດການ​ຕໍ່​ເຫດການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຊະນິດ​ຕ່າງໆ​ຢ່າງຮອບ​ດ້ານ.  ​ໃນ​ລາຍການ​ປັກ​ກິ່ງ 2008 ພາກ​ນີ້,  ພວກ​ເຮົາ​ຈະ​ເວົ້າ​ກ່ຽວ​ກັບ​ສະພາບ​ການທີ່​ກ່ຽວຂ້ອງ​.

 ທ່ານ​ຜູ່​ຟັງ, ທີ່​ຟັງ​ມາ​ນັ້ນ​ແມ່ນສະພາບ​ການ​ຂອງ​ສະຖານ​ທີ່ທີ່ຖືກ​ໂຈມ​ຕີ​ດ້ວຍ​ເຄມີ​ຢູ່​ສະຫນາມ​ບານສົ່ງ​ຢູ່​ຫາດ​ຊາຍ​ເຊິ່ງ​ເປັນ​ລາຍການ​ເຝິກຊ້ອມ​ອັນ ນາ​ລ໋ອກ​ເທື່ອ​ທຳ​ອິດ​​ໃນ​ການ​ເຝິກຊ້ອມ​ຕ້ານ​ການ​ກໍ່​ການ​ຮ້າຍ​ລະດັບ​ຊາດ​ຊາງ​ເສີງ​ເລກ5. ສະຖານ​ທີ່​​ເຝິກຊ້ອມ​ຕັ້ງ​ຢູ່​ສະຫນາ​ມກິລາບານ​ສົ່ງ​ຢູ່​ຫາດ​ຊາຍ​ຂອງ​ສວນ​ອຸ​ທິຍານ​​ເສົາ​ຢາງ​ປັກ​ກິ່ງ,​ ແຫ່ງນີ້​​ແມ່ນ​ສະຫນາມ​​ແຂ່ງ​ຂັນບານ​ສົ່ງ​ຢູ່​ຫາດ​ຊາຍ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.  ສະພາບ​ການ​ເຝິກຊ້ອມ​ອັນນາ​ລ໋ອກແມ່ນ:  ​ໃນ​ມື້​ຫນຶ່ງ​ເດືອນ​ຫນຶ່ງ​ຂອງ​ປີ 2008,ການ​ແຂ່ງຂັນ​ບານ​ສົ່ງ​ຢູ່​ຫາດ​ຊາຍ​ຮອບ​ຫນຶ່ງ​ໄດ້​ເລີ່​ມດຳ​ເນີນ​ໃນ 30 ນາທີ​ກ່ອນ, ລົດຕູ້​ຄັນ​ຫນຶ່ງ​ໄດ້​ເກີດ​ກາ​ນລະ​ເບີດ​ຢູ່​ບ່ອນ​​ເຂົ້າ​ປະຕູ​ຂອງ​ທິດຕາ​ເວັນ​ອອກ​​ສະຫນາມກິລາ​ບານ​ສົ່ງ,ລົດ​ເກ໋ງ 2 ຄັນ​ໄດ້​​ເກີດ​ໄຟ, ອາກາດມີກິ່ນ​ເຫມັນ​ຮ້າຍ​ແຮງ​,ຄົນທັງ​ຫຼາຍ​ທີ່ຢູ່​​ພື້ນ​ໄດ້​ເກີດ​ອາການ​ຕ່າງໆ​ເຊັ່ນ:ວິນ​ຫົວ ປວດຮາກ​ແລະ​​ໄອ​ເປັນຕົ້ນ.  ຫຼັງ​ຈາກ​ໄດ້​ຮູ້​ແຈ້ງ​ສະພາບ​ດັ່ງກ່າວ​ແລ້ວ,ກອງ​ບັນຊາ​ການ​ຕ້ານ​ກໍ່​ການ​ຮ້າຍ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ເລີ່​ມດຳ​ເນີນ​ແຜນການ​ຢ່າ​ງວ່ອງ​ໄວ, ສຸມ​ກຳລັງ​ຕ້ານ​ການ​ກໍ່​ການ​ຮ້າຍ​ຊະນິດ​ຕ່າງໆ,​ເພື່ອ​ຈັດການ​ຕໍ່​ເຫດການ​ຢູ່​​ແຫ່ງນັ້ນ.

ຢູ່​ສະຫນາມກິ​ລາ​​ແຫ່ງ​ນີ້,​ເຈົ້າ​ຫນ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​ກອງ​ບັນຊາ​ການ​ເຝິກຊ້ອມ​ກ່າວ​ວ່າ,  ນອກຈາກ​ການ​ຈັດການ​ຕໍ່​ເຫດການ​ລະ​ເບິດ​ດ້ວຍ​ເຄມີ​ແນວ​ໃດ,ການ​ເຝິກຊ້ອມອັນນາ​ລ໋ອກ​ຊາງ​ເສີງ​ເລກ5ຍັງ​ຈະ​ກ່ຽວ​ພັນ​ເຖິງ​​ເນື້ອ​ໃນຮັບ​ມື​ກັບການ​ຈີ້​​ເອົາລົດ​ເມ​ຂອງ​ນັກ​ກິລາ​ແນວ​ໃດ​ເ​ແລະ​ອື່ນໆ.  ທ່ານ​ກ່າວ​ວ່າ:

  ການ​ເຝິກຊ້ອມ​ຊາງ​ເສີງ​ເລກ 5 ເທື່ອ​ນີ້​ແມ່ນ​ການ​ເຝິກຊ້ອມ​ທີ່​ມີ​ຂະຫນາດ​ໃຫຍ່​ກວ່າ​ຫມູ່​​ເທື່ອສຸດ​ທ້າຍ​ກ່ອນ​ງານ​ກິລາ​ໂອ​ລິ​ມປິກ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ລວມ​ໃນ​ການ​ຮັກສາ​ຄວາມ​ສະຫງົບ​ໂອ​ລິ​ມປິກ.

 ຂ່າວ​ແຈ້ງວ່າ,​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ສູ້ຣົບຕົວ​ຈິງ, ນອກຈາກການ​ເຝິກຊ້ອມອັນນາ​ລ໋ອກຈຳນວນ​ຫນຶ່ງ, ການ​ເຝິກຊ້ອມ​ເທື່ອ​ນີ້ຍັງ​ມີ​ການ​ເຝິກຊ້ອມ​ຕ່າງໆ​ເຊັ່ນ:​ ຈຳນວນ​ທີ່​ຕ້ອງການຈັດ​ສົ່ງ​ຈາກ​ຖັນ​ແຖວ​ສຸກ​ເສີນ ສະຖານ​ທີ່​ທີ່​ເລີ່​ມ​ເຕົ້າ​ໂຮມ​ກຳລັງ​ພະ​ລາ​ທິການ ຈຳນວນ​ປະ​ເພດ​ທີ່ພາ​ອຸປະກອນ​ພ້​ອ​ມດ້ວຍລະບຽບ​ການ​ຈັດການ​ຕໍ່​ຢູ່ພື້ນໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ເປັນຕົ້ນ.ທັງ​ຫມົດ​ເຫຼົ່ານ​ນີ້​ຈະ​ເຝິກຊ້ອມ​ຕາມ​ສະພາບ​ການ​ຕົວ​ຈິງ.

ການ​ເຝິກຊ້ອມ​ທີ່​ດຳ​ເນີນ​​​ໃນ​ຕອນ​ບ່າຍ​ວັນ​ທີ 11 ມິຖຸນາ​ນີ້​ຕົ້ນຕໍ​ແມ່ນ​ເພື່ອກວດກາຄວາມ​ໄວ​ຂອງ​ກອງ​ຮັກ​ສາ​ຄວາມ​ສະຫງົບ​ຢູ່​ສະຫນາມກິລາ​ແລະ​ຄວາມ​ສາມາດທີ່​ວັກ​ແທກ​ຢາ​ພິດ​ດ້ວຍ​ເຄມີ  ຄວາມ​ສາມາດ​ບັນຊາ​ການ​ແລະ​ປະສານ​ງານ​ຂອງ​ກອງ​ບັນຊາ​ການຮັກສາ​ຄວາມ​ສະຫງົບ​ທຸກ​ຂັ້ນ  ຄວາມ​ສາມາດ​ຮັບ​ມື​ຂອງ​ກຳລັງ​ດັບ​ເພີງ ຄວາມ​ສາມາດ​ຄວບ​ຄຸມ​ແລະ​ຍົກ ຍ້າຍ​ຂອງ​ກອງ​ບັນຊາ​ການ​ຢູ່ພື້ນ​ການ​ລະ​ເບີດ​ໃນ​ການຈັດການ​ຕໍ່​ເຫດການ​ໂຈ​ມຕີ​​ກໍ່​ການ​ຮ້າຍດ້ວຍ​ເຄມີພ້ອມ​ດ້ວຍ​ກົນ​ໄກ​ສົມທົບ​​ຂອງ​ພາກສ່ວນກວດກາ​ອະນາ​ໄມແລະ​ຄວາມ​ສາມາດຮັບ​ປິ່ນປົວຂອງ​ໂຮງຫມໍ​ແລະ​ການ​ນຳ​ໃຊ້​ຈັດ​ສົ່ງ​ຂອງ​ກຳລັງຈັດການ​ຕໍ່ວິຊາ​ສະ​ເພາະລະດັບ​ຊາດ​ເປັນຕົ້ນຫຼັງ​ຈາກ​​ເຂດ​ສະ ຫນາມກິລາ​ໂອ​ລິ​ມປິກ​ເກີດ​ການລະ​ເບີດ​ດ້ວຍ​ເຄມີ. ​ເຈົ້າ​ຫນ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​ກອງ​ບັນຊາ​ການ​ເຝິກຊ້ອມ​ກ່າວ​ວ່າ:

ການ​ເຝິກຊ້ອມ​ທີ່​ລະ​ເບີດ​ດ້ວຍ​ເຄມີ​ໃນ​ມື້ນີ້ຕົ້ນຕໍ​ສະ​ແດງ​ເນື້ອ​ໃນ​ໃນ​ສອງ​ດ້ານ​ດັ່ງກ່າວ,ຫນຶ່ງ​ແມ່ນ​ຍົກ​ຍ້າຍ​ປະຊາຊົນ​ໄປ​ບ່ອນ​ອື່ນ,ປະຈຸ​ບັນ,ຢູ່​ສະ ຫນາມ​ກິລາມີ​ປະຊາຊົນ​ທີ່​ລອກ​ແບບ​ເປັນຜູ່​ຊົມ 400 ກວ່າ​ຄົນ,ຫຼັງ​ຈາກ​ເກີດ​ການ​ໂຈມ​ຕີ​ດ້ວຍ​ການ​ກໍ່​ການ​ຮ້​າຍອັນນາ​ລ໋ອກແລ້ວ, ຢູ່​ແຫ່ງ​ນີ້,ປະຊາຊົນ​ຕ້ອງ​​ຫນີ​ຈາກ​ແຫ່ງ​ນີ້​ຢ່າງມີ​ລະບຽບການໃຕ້​ການ​ນຳພາ​ຂອງຕຳຫຼວດ​ແລະ​ທະຫານ​​, ການ​ຍົກຍ້າຍ​ໃນ​ໄລຍະ​ທີ​ຫນຶ່ງ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ,ຈະ​ດຳ​ເນີນ​ຈັດການ​ຕໍ່ຢ່າງ​ບັງ​ເກີດ​ຜົນ​ຢູ່​ພື້ນທີ່​ໂຈມ​ຕີ​ດ້ວຍການ​ກໍ່​ການ​ຮ້າຍອັນນາ​ລ໋ອກ​ໃນ​ທັນທີ,ຕ້ອງ​ເຕົ້າ​ໂຮມ​ກຳລັງວິຊາ​ສະ​ເພາະ​ຕ່າງໆ​ເຊັ່ນ:​ດັບ​ເພີງ ສາທາ ລະນະ​ສຸກ​ ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ກອງທັບ.

   ຢູ່​ທິດຕາ​ເວັນ​ຕົກສ​ຽງ​​ໃຕ້​ຂອງ​ສະຫນາມ​ກິລາບານ​ສົ່ງ​ຢູ່​ຫາດ​ຊາຍ​ຂອງ​ສວນ​ອຸທິຍານ​ເສົາ​ຢາງ,ຍັງ​ມີ​ໂຮງຮຽນ​ປະຖົມ​ຫຼັງ​ຫນຶ່ງ​ກໍ​ເຂົ້າ​ຮ່ວມ​ການ​ເຝິກຊ້ອມເທື່ອ​ນີ້,ຫຼັງ​ຈາກ​ການ​ລະ​ເບີດ​ດ້ວຍ​ເຄມີ​​ອັນນາ​ລ໋ອກ​​ເກີດ​ຂຶ້ນແລ້ວ,​ໂຮງຮຽນ​ດັ່ງກ່າວໄດ້ຍົກຍ້າຍ​ອາຈານ​ແລະ​ນັກ​ຮຽນ​ໄປ​ບ່ອນ​ອື່ນ​ຕາມ​ການຈັດ​ວາງ​ທີ່​ກ່ຽວຂ້ອງ.  ສິ່ງ​ທີ່​ເຮັດ​ໃຫ້​ຄົນສົນ​ໃຈ​ນຳ​ແມ່ນຍົນ​ເອຣິກົບ​ແຕ​ໃຫມ່ລຳ​ຫນຶ່ງ​ທີ່​ກອງ​ການບິນ​ຕຳ​ຫຼວດປັກ​ກິ່ງ​ຈັດ​ສັນ​​​ເພື່ອ​ການ​ຮັກສາ​ຄວາມ​ສະຫງົບ​ໃນ​ງານ​ກິລາ​ໂອ​ລິ​ມປິກເຈົ້າ​ຫນ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​ກອງ​ບັນຊາ​ການ​ເຝິກຊ້ອມ​ກ່າວ​ວ່າ:

 ນີ້​ແມ່ນ​ລຳ​ຫນຶ່ງ​ຂອງຍົນ​ເອຣິກົບ​ແຕ 4 ລຳ​ທີ່​ອົງການ​ຮັກສາ​ຄວາມ​ສະຫງົບ​ປັກ​ກິ່ງ​ຈັດ​ສັນ​​ເພື່ອ​ການ​ຮັກສາ​ຄວາມ​ສະຫງົບ​ໂອ​ລິ​ມປິກ, ບົດບາດ​ຂອງ​ມັນ​ໃນ​ການ​ສູ້​ຣົບ​ແມ່ນການຂົ່ມຂູ່​ນຳ​ພວກ​ລັດທິ​ກໍ່​ການ​ຮ້າຍ​ແລະ​ພວກ​ລັດທິ​ອາ​ຊະ​ຍາ​ກຳ,ບົດບາດ​ອີກ​ແມ່ນ​ການ​ຕິດຕາມ​ຄຸ້ມ​ຄອງ​ແລະ​ຊ່ອຍ​ເຫຼືອ​ເຂົາ​ເຈົ້າ​​ຈາກທາງ​ອາກາດ.


ການ​ເຝິກຊ້ອມ​ຕ້ານ​ກາ​ນກໍ່​ການ​ຮ້າຍຊາງ​ເສີງ​ເລກ 5 ​ທີ່​ດຳ​ເນີນ​ເປັນ​ເວລາ 1 ອາທິດ​ໄດ້​ມີ​​ເນື້ອ​ໃນ​ຕ່າງ​ໆ​ເຊັ່ນ: ຈັດການ​ຕໍ່​ການ​ໂຈມ​ຕີ​ລະ​ເບີດ​ດ້ວຍ​ເຄມີ​ແລະ​ຈີ້​ລັດ​ເມ​ຂອງ​ນັກ​ກິລາ​ເປັນຕົ້ນ,​ການ​ເຝິກຊ້ອມອັນ​ນາ​ລ໋ອກ​ແມ່ນ​ການ​ເຝິກຊ້ອມ​ທີ່​ມີ​ກອງທັບ​ແລະ​ອຸປະກອນ​ແທ້​.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ,ທີ່​ຟັງ​ມານັ້ນ​ແມ່ນ​ລາຍການ​ປັກ​ກິ່ງ 2008 ລາຍການ​ປັກ​ກິ່ງ 2008 ພາກ​ນີ້ ຂໍ​ຈົບ​ລົງພ​ຽງ​ເທົ່າ​ນີ້ ພົບ​ກັນ​ໃຫມ່​ລາຍການ​ຫນ້າ ສະບາຍດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>