ປັກ​ກິ່ງ​ປີ2008 "ນິທານ​ສອງ​ເມືອງ"ຂອງ​ສອງເດັກ

(GMT+08:00) 2008-07-07 13:48:51 cri
-----------------------------------------------------------------------------------------------------------------

ທີ່​ນີ້,ວິທະຍຸ​ສາກົນ​ແຫ່ງ​ປ​ະ​ເທດ​ຈີນ. ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ, ວັນ​ທີ10​ມິຖຸນາ​ນີ້, ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ສິ້ນ​ສຸດ​ການ​ສົ່ງ​ຕໍ່​ຢູ່​ເມືອງ​ລີ້​ຈ່ຽງ ​ແຂວງ​ຢຸນນານ, ຢູ່​ຕົວ​ເມືອງ​ທີ່​ເຄີຍ​ເກີດ​ແຜ່ນດິນ​​​ໄຫວອັນ​ຮ້າຍ​ແຮງ ​ແລະ ຕົວ​ເມືອງ​ທີ່​​ໄດ້​ສ້າງສາ​ຄືນ​ໃໝ່ຫຼັງ12​ປີ​ຢ່າງ​ເປັນ​ມະຫັດ​ສະ​ຈັນ​ນີ້, ການ​ສົ່ງ​ຕໍ່​ທວນ​ໄຟ​​ແບບ​ມື​ຕໍ່​ມື​ຈະ​ສ້າງ​ຄວາມ​ຮູ້ສຶກ​ຫຍັງ​ໃຫ້​ແກ່​ພວກ​​ເຮົາ​ເດ່? ຕໍ່​ໄປ​ເຊີນ​ຟັງ​ລາຍ​ລະອຽດ:


 ທ່ານ​ຜູ່​ຟັງ​, ສຽງ​ເພງ​ມ່ວນໆ​ເມື່ອ​ກີ້​ນີ້,​ແມ່ນ​ການ​ຮ້ອງ​ຮ່ວມ​ໝູ່​ຂອງ​ພວກ​ເດັກນ້ອຍ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແຂວງ​ຢຸນນານ​ຢູ່​ສະຖານ​ທີ່​ສົ່ງ​ຕໍ່​ທວນ​ໄຟ. ​ເພງ​ຂອງ​ພວກ​ເຂົາ​ເຈົ້າ​ຮ້ອງ​ວ່າ,"ຮອຍ​ຍິ້ມ​ໃນ​ແສງ​ທຽນ,​ເຮັດ​ໃຫ້​ຂ້ອຍ​ຄ່ອຍໆກະ​ຕຸ້ນ​ໃຈ, ລາ​ອອກ​ຈາກ​ບາດ​ເຈັບ​​ໃນ​ອະດີດ, ​​ໃຈ​ຂອງ​ຂ້ອຍ,​ເຈົ້າ​ເຂົ້າ​ໃຈ​ທີ່​ສຸດ." ວັນ​ທີ10​ມິຖຸນາ​ນີ້,ຢູ່​ເມືອງ​ລີ້​ຈ່ຽງ​ ​ແຂວງ​ຢຸນນານ, ຄວາມ​ກະ​ຕຸ້ນ​ໃຈ​ຂອງ​ຂ້ອຍ​ຂຶ້ນ​ກັບ​ພວກ​ເດັກນ້ອຍ​ສອງ​ຕົວ​ເມືອງ.

ຕອນ​ເຊົ້າ​ວັນ​ທີ10 ມິຖຸນາ​ນີ້, ຜູ່​ສົ່ງ​ຕໍ່​ທວນ​ໄຟ​ຜູ່​ເດັກ​ສອງ​ຄົນ ຈ່າງ​ເຈິ​ລານ ​ເດັກ​ຍິງ ​ເຜົ່າ​ຊ່ຽງ ທີ່ມາ​ຈາກ​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ເວີ້​ນຊວນ ​ແລະ ​ເຮີ​ເຈີ້ນ​ເຊີ່ງເດັກ​ຊາຍ ​ເຜົ່າ​ນ້າ​ຊີ່ ທີ່​ມາ​ຈາກ​ເມື​ອງລີ້​ຈ່ຽງ​ໄດ້​ພ້ອມ​ກັນ​ສຳ​ເລັດ​ການ​ສົ່ງ​ຕໍ່​ທວນ​ໄຟ​ຕອນ​ທຳ​ອິດ​ຢູ່​ເມືອງ​ລີ້​ຈ່ຽງ. ​ໃຫ້​ສອງ​ເດັກ​ເປັນ​ຜູ່​ສົ່ງ​ຕໍ່​ທວນ​ໄຟ​ຕອນ​ທຳ​ອິດ,

ນີ້​ແມ່ນ​ເທື່ອ​ທຳ​ອິດ​ໃນ​ການ​ສົ່ງ​ຕໍ່​ທວນ​ໄຟ​ງາ​ນກິລາ​ໂອ​ລິ​ມປີກ​ປັກ​ກິ່ງ, ​ແຕ່​ວ່າ,ສິ່ງ​ທີ່​ຍິ່ງ​ພິ​ເສດ​ນັ້ນ​ແມ່ນ​ນິທານ​ກະ​ຕຸ້ນ​ໃຈ​ຄົນ​ຂອງ​ສອງ​ເດັກ.

ຈ່າງ​ເຈິ​ລານ ປີ​ນີ້ ອາຍຸ13​ປີ, 2​ອາທິດ​ກ່ອນ ລາວ​ຫາ​ກໍ່​ມາ​ຮອດ​ໂຮງຮຽນລູກ​ກຳພ້າຊົນ​ເຜົ່າ​ເມືອງ​ລີ້​ຈ່ຽງ, ​ແຕ່​ປະສົບ​ການ​ທີ່​ເສຍ​ແມ່​ໃນ​ແຜ່ນດິນ​ໄຫວ ​ແລະ ລາ​ອອກ​ຈາກ​ບ້ານ​ເກີດ​ໂດຍ​ຕົນ​ກໍ່​ເຮັດ​ໃຫ້​ຈ່າງ​ເຈິ​ລານ​ສອດ​ຄ່ອງ​ກັບ​ສະພາບ​ແວດ​ລ້ອມ​ໃໝ່​ຍາກ​ຫຼາຍ, ​ແຕ່​ພາຍ​ໃຕ້​ການ​ຕັ້ງ​ໃຈ​ດູ​ແລ​ຂອງ​ຄູ​ສອນ ​ແລະ ​ເພື່ອນ​ຮຽນ, ຈາກ"​ເບິ່ງ​ໄປ​ໃນ​ແງ່​ຮ້າຍ"ປ່ຽນ​​ເປັນ"​ເບິ່ງ​ໄປ​ໃນ​ແງ່​ດີ",ຈ່າງ​ເຈິ​ລານ​ພຽງ​ໃຊ້1​ອາທິດ​ເທົ່າ​ນັ້ນກໍ່​ສຳ​ເລັດ​ແລ້ວ, ຄູ​ສອນ​ຂອງ​ລາວ​ບອກ​ວ່າ,

"​ໃນ​ເວລາ​ຫາ​ກໍ່​ມາ​​ໂຮງ​ຮຽນ,ອາລົມ​ຈິດ​ຂອງ​ຈ່າງ​ເຈິ​ລານ​ບໍ່​ໝັ້ນ​ທ່ຽງ​ຫຼາຍ,​ເມື່ອ​ເວົ້າ​ເຖິງ​ແມ່​,ກໍ່​ຮູ້ສຶກ​ລາວ​ຜິດ​ປົກກະຕິ, ​ແລະ​ຮ້ອງ​​ໃຫ້ລາ​ອອກ​ຈາກ​ແຫ່ງ​ນີ້​ເລື້ອຍໆ, ບາງ​ເທື່ອ​ຍັງ​ໄຫ້​ຢ່າງ​ລັບໆ. ​ແຕ່​ປັດຈຸບັນ​ໄດ້​ດີ​ຂຶ້ນ​ກວ່າ​ເກົ່າ​ຫຼາຍ​ແລ້ວ,ປັດຈຸບັນ,​ເລົ່າ​ນິທານ​ຈຳນວນ​ໜຶ່ງ​ກັບ​ພວກ​ເຮົາ​ເລື້ອຍໆ,​ສ່ວນ​ເນື້ອ​ໃນ​ນິທານ​ສ່ວນ​ຫຼາຍ​ໃຫ້​ຄົນ​ເບີກບານ​ມ່ວນ​ຊື່ນ, ປັດຈຸບັນ,ອາລົມ​ຈິດ​ຂອງ​ລາວ​ໄດ້​ດີ​ຂຶ້ນ​ຫຼາຍ​ແລ້ວ."    ປັດຈຸບັນ,ຄຸນ​ພໍ່ ທີ່​ກຳລັງ​ສ້າງສາບ້ານ​ເກີດ​ຄືນ​ໃໝ່​ຢູ່​ເມືອງ​ເວີ້​ນຊວນ​ໄດ້​ກາຍ​ເປັນຄົນ​ຄິດ​ເຖິງ​ກວ່າ​ໝູ່​ຂອງ​ຈ່າງ​ເຈິ​ລານ,ຫຼັງ​ຈາກ​ໄດ້​ສຳ​ເລັດ​ການ​ສົ່ງ​ຕໍ່​ທວນ​ໄຟ​ຕອນ​ທຳ​ອິດ,ການ​ເວົ້າຄຳ​ທຳ​ອິດ​ຂອງ​ຈ່າງ​ເຈິ​ລານ​ກໍ່​ແມ່ນ​ຄຳ​ປອບ​ໃຈ​ພໍ່:

"ຂ້ອຍ​ຢາກ​ເວົ້າ​ຕໍ່​ພໍ່ວ່າ,​ໃຫ້​ເພິ່ນ​ດຳລົງ​ຊີວິດ​ໃນ​ບ້ານ​ຢ່າງ​ດີ,ທຸກໆ​ມື້​ກໍ່​​ເບີກບານ​ມ່ວນ​ຊື່ນ,ຢ່າ​ຄິດ​ແມ່​ອີກ​ແລ້ວ,ຂ້ອຍ​ດີ​ຫຼາຍ​ຢູ່​ແຫ່ງ​ນີ້, ​ເພິ່ນ​ຢ່າ​ເປັນ​ຫ່ວງ, ຄົນ​ທັງຫຼາຍ​ຢູ່​ແຫ່ງ​ນີ້​ມີ​ມິດ​ຕະພາບ​ຫຼາຍ​ຕໍ່​ພວກ​ເຮົາ,​ເອົາ​ໃຈ​ໃສ່​ນຳ​ພວກ​ເຮົາ​ຫຼາຍ,​ພວກ​ເພື່ອນ​ຮຽນ​ກໍ່​ດີ​ຫຼາຍ,ຫຼິ້ນ​ນຳ​ພວກ​ເຂົາ​ເຈົ້າ,ທຸກ​ມື້​ກໍ່​ຮູ້ສຶກ​ມ່ວນ​ຊື່ນ​ຫຼາຍ."

 ຖ້າ​ເວົ້າ​ວ່າ ການ​ເບິ່ງ​​ໄປ​ໃນ​ແງ່​ດີ​ຂອງ​ຈ່າງ​ເຈິ​ລານ​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ເຫັນ​ຄວາມ​ຫວັງ​ທີ່​ສ້າງສາ​ເຂດ​ປະສົບ​ໄພ​ຄືນ​ໃໝ່, ​ເຮີ​ເຈິ້ນ​ເຊີ່ງ ​ເດັກ​ຊາຍ ​ເຜົ່າ​ນ້າ​ຊີ​ທີ່​ເກີດ​ໃນ​ວັນ​ທີ3 ກຸມພາ ປີ1996 ມື້​ທີ່​ເກີດ​ແຜ່ນດິນ​​ໄຫວ​ເມືອງ​ລີ້​ຈ່ຽງນັ້ນ​ກໍ່​ສາມາດ​ເວົ້າ​ວ່າ​​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຫ້າວຫັນ​ກູ້​ໄພ​ຂອງ​ນັກ​ລົບ. ​ເຮີ​ເຈິ້ນ​ເຊີ່ງ ​ເຕີ​ບ​ໂຕ​ຂຶ້ນ​ໃນ​ຂະນະ​ດຽວ​ກັນ​ກັບ​ເມືອງ​ລີ້​ຈ່ຽງ​ໃໝ່​ນັ້ນ ບໍ່​ມີ​ຄວາມ​ຈື່​ຈຳ​ໂດຍ​ກົງ​ຕໍ່​ໄພພິບັດ​ເທື່ອ​ນັ້ນ, ​ແຕ່​​ເມື່ອ​ເວົ້າ​ເຖິງ​ແຜ່ນດິນ​ໄຫວ​ເວີ້​ນຊວນ​ທີ່​ຮ້າຍ​ແຮງ​ກວ່າ​ນັ້ນ,​ແມ່​ຂອງ​​ເຮີ​ເຈິ້ນ​ເຊີ່ງ ຜູ່ໄດ້​ປະສົບ​ໄພ​ແຜ່ນດິນ​ໄຫວ​ອັນ​ຮ້າຍ​ແຮງ​ເທື່ອ​ນັ້ນພັດ​ຮ້ອງ​ໄຫ້​ຂຶ້ນ:

"ຂ້ອຍ​ເສົ້າ​ສະຫຼົດ​ໃຈ​ທີ່​ສຸດ,ຂ້ອຍ​ລືມ​ແຜ່ນດິນ​ໄຫວ​ຮ້າຍ​ແຮງ​ເທື່ອ​ນັ້ນ​​ບໍ່​ໄດ້​ໂດຍ​ຕະຫຼອດ, ຂ້ອຍ​ກໍ່​ໄດ້​ໄຫ້, ຂ້ອຍ​ຢາກ​ເດີນທາງ​ໄປ​ສູ່​ເມືອງ​ເວີ້​ນຊວນ, ຊ່ວຍ​ຍ້າຍ​ດິນ​ຈີ້​ກ້ອນ​ໜຶ່ງ​ກໍ່​ດີ, ຂ້ອຍ​ກໍ່​ຢາກ​ຊ່ວຍ​ພວກ​ເຂົາ​ເຈົ້າ​ແທ້ໆ, ​ແຕ່​ຂ້ອຍ​ເຮັດ​ຫຍັງ​ບໍ່​ໄດ້,​ແຕ່​ປະຊາຊົນ​ຍ່ອມ​ຈະ​ຢືນ​ຂຶ້ນ ກໍ່​ຄື​ພວກ​ເຮົາ, ​ເວີ້​ນຊວນ ຢ່າ​ກົວ."

​ເວົ້າ​ສຳລັບ​ສອງ​ຕົວ​ເມືອງ​ທີ່​ລ້ວນ​ແຕ່​ໄດ້​ປະສົບ​ໄພ​ພິບັດ​ຄື​ກັນ, ພວກ​ເດັກ​ແມ່ນ​ຄວາມ​ຫວັງ​ໃຫຍ່​ກວ່າ​ໝູ່, ກໍ​ຄື ຢູ່​ໃນ​ພິທີ​ສິ້ນ​ສຸດການ​ສົ່ງ​ຕໍ່​ທວນ​ໄຟ,ພວກ​ເດັກ140​ຄົນ​ຈາກ​ເຂດ​ປະສົບ​ໄພ​​ເກົ່າ​ ​ແລະ ​ໃໝ່​ສົ່ງສ​ຽງວ່າ, ​ເມືອງ​ເວີ້​ນຊວນ​ໃນ​ອະ​ນາຄົດ ກໍ່​ແມ່ນ​ເມືອງ​ລີ້​ຈ່ຽງ​ໃນ​ປັດຈຸບັນ!"

"​ເມືອງ​ລີ້​ຈ່ຽງ​ແມ່ນ​ບ້ານ​ຂອງ​ພວກ​ເຮົາ,ກໍ່​ແມ່ນ​ບ້ານ​ຂອງ​ພວ​ກ​ເຈົ້າ,​ເມືອງ​ເວີ້​ນຊວນ​ໃນ​ອະນາຄົດ,ກໍ່​ຈະ​ງາມ​ຫຼາຍທີ່​ສຸດ,​ໄພ​ພິບັດ​ບໍ່​ມີ​ອາລົມ​ຈິດ​,​ແຕ່​ມີ​ຄວາມ​ຮັກ​ໃນ​ໂລກ​ຄົນ​ເຮົາ, ​ເມືອງ​ເວີ້​ນຊວນ,​ເມືອງ​ລີ້​ຈ່ຽງ,​​ເກາະ​ແຂນ​ກັນ,​ໃຫ້​ພວກ​ເຮົາ​ຍົກ​ສູງ​ທວນ​ໄຟ,ຢ່ວງ​ບາດກ້າວ​ໃຫຍ່​,​ແລ່ນ​ໄປ​ສູ່​ອະ​ນາຄົດ​ອັນ​ດີງາມ!"

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>