ນະຄອນ​ຊີ່​ອ່ານ

(GMT+08:00) 2008-07-08 16:31:53 cri
-----------------------------------------------------------------------------------------------------------------

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ອາລະຍະ​ທຳ​ຈີນ. ​ໃນ​ປະຫວັດ​ອາລະຍະ​ທຳຫຼາຍພັນ​ປີ​ຂອງ​ປະຊາ​ຊາດ​ຈີນ ​ເຄີຍ​ປະກົດ​ມີ​ຫຼາຍລາຊະວົງ, ສະ​ນັ້ນ ​ໃນ​ປະຫວັດສາດ​ຈີນ​ກໍ່​ໄດ້​ປະກົດ​ມີ​ເມືອງຫຼວງ​ເກົ່າຫຼາຍ​ແຫ່ງ, ​ໃນ​ນັ້ນມີ​ຊື່​ສຽງ​ດົ່ງ​ດັງ​ກວ່າ​ໝູ່​ແມ່ນ 6 ​ເມືອງຫຼວງ​ເກົ່າ ຄື ນະຄອນ​ຊີ່​ອ່ານ ນະຄອນ​ໄຄ່​ເຟິ່ງ ນະຄອນ​ລໍ້​ຢາງ ນະ​ຄອນ​ໜານ​ກິ່ງ ນະ​ຄອນ​ຫັງ​ໂຈ່​ວ​ແລະ​ນະຄອນ​ປັກ​ກິ່ງ. ​ໃນ​ລາຍການ​ອາລະຍະ​ທຳ​ຈີນ​ພາກ​ນີ້, ຂ້າ​ພະ​ເຈົ້າ​ຈະ​ສະ​ເໜີ​​ນະຄອນຊີ່​ອ່ານ​ທີ່​ຖືກຕັ້ງ​ເປັນ ເມືອງຫຼວງກ່ອນໝູ່ ມີ​ລາ​ຊະ​ວົງ​ຕັ້ງ​ເປັນ​ເມືອງຫຼວງ​ຫຼາຍ​ກວ່າ​ໝູ່​ແລະ​ມີ​ປະຫວັດ​ເປັນ​ເມືອງຫຼວງ​ດົນ​ນານ​ກວ່າ​ໝູ່​ໃນ 6 ​ເມືອງ​ຫຼວງ​ເກົ່າ​ຂອງ​ຈີນ.


ສາງຫຼິງ-ສຸສານຂອງເລົ້າປັ່ງ ຜູ່ກໍ່ຕັ້ງລາຊະວົງຮັ້ນຕາເວັນຕົກ

ນະຄອນ​ຊີ່​ອ່ານ​ໃນ​ສະ​ໄໝ​ບູຮານ​ເອີ້ນ​ເປັນ​ນະຄອນ​ສາງ​ອ່ານ, ​ແມ່ນ​ເມືອງ​ວັດທະນະ ທຳ​ປະຫວັດສາດ​ແຫ່ງໜຶ່ງ​ທີ່​ຊື່​ດັງ​ຂອງ​ຈີນ, ຕັ້ງຢູ່​ຝັ່ງ​​ໃຕ້​ຂອງ​ແມ່​ນ້ຳ​ເວິ້ຍ​ເຫີ​ບົນ​ທົ່ງພຽງ​ກ່ວນ​ຈົ່ງ​ແຂວງສານ​ຊີ່. ​ເບື້ອງຫຼັງອີງ​ໃສ່​ພູ​ສິນ​ລິງ, ອວ່າຍໜ້າ​​ໄປ​ສູ່​ທົ່ງພຽງ​ສິນ​ຊ່ວນ, ​ແມ່ນ​ດິນ​ແດນ​ຕອນ​ໜຶ່ງ​ທີ່​​ເປັນດິນ​ດຳ​ນ້ຳ​ຊຸ່ມ, ທີວ​ທັດ​ສວຍ​ງາມ. ​ຈາກ​ກ່ອນ ຄ.ສ.ປະ​ມານ​ສະ​ຕະວັດ​ທີ 11 ​ເຖິງ ຄ.ສ.ສະຕະວັດ​ທີ 9, ນະຄອນ​ຊີ່​ອ່ານ​ເຄີຍ​ເປັນ​​ໃຈກາງ​ການ​ເມືອງ ​ເສດ​ຖະກິດ​ແລະ​ວັດທະນະ ທຳຂອງ​ຈີນ​ເປັນ​ເວລາ​ຍາວ​ນານ, ​ໃນ​ຫຼາຍ​ລາ​ຊະ​ວົງ​, ນະ​ຄອນ​ຊີ່​ອ່ານ​ລ້ວນ​ແຕ່​ຢູ່​​ໃນ​ຖານະ​​​ເຂດບໍລິຫານຂັ້ນແຂວງ. ​ເມື່ອ ຄ.ສ.ປີ 1369 ກໍ​ຄື​ປີ​ທີ​ສອງ​ແຫ່ງ​ລັດ​ຊະ​ການ​ຫົງ​ອູ​ລາຊະວົງ​ໝິງ, ລາຊະ​ສຳ​ນັກ​ໄດ້​ຕັ້ງ​ອົງ​ການ​ປົກ​ຄອງ​ຂັ້ນ​ແຂວງ​ຢູ່​ນະຄອນ​ຊີ່​ອ່ານ, ນະຄອນ​ຊີ່​ອ່ານ​ກໍ​ເລີຍ​ໄດ້​ຊື່​ດັ່ງ​ກ່າວ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ. ປັດ​ຈຸ​ບັນ ນະ​ຄອນ​ຊີ່​ອ່ານ​​ເປັນ​ເທດ​ສະ​ບານ​ແຂວງ​ສານ​ຊີ່.


ທາດຕ້າອ້ຽນທີ່ມີປະຫວັດພັນກວ່າປີ

ຄ.ສ.ປີ 582, ສຸຍ​ເວິນ​ຕີ້​ຮ້ອງ​ເຕ້​ໄດ້​ຕັດ​ສັ່ງ​ໃຫ້​ສ້າງ​ເມືອງ​ຕ້າ​ຊິ່ງ​ເປັນ​ເມືອງຫຼວງ​​ແຫ່ງ​ໃໝ່​ຢູ່​ນະຄອນ​ຊີ່​ອ່ານ​ປັດຈຸບັນ. ພາຍຫຼັງລາຊະວົງ​ຖາງ​ສ້າງຕັ້ງຂຶ້ນ​ແລ້ວ​ໄດ້​ປ່ຽນ​ຊື່​ເປັນ​ເມືອງ​ສາງ​ອ່ານ. ການ​ກໍ່ສ້າງ​ເມືອງ​ສາງ​ອ່ານ​ຂອງ​ລາຊະວົງ​ສຸຍ​ແລະ​ລາຊະວົງ​ຖາງ,  ​ໄດ້​ເລີ່ມ​ຕົ້ນ​ເມື່ອ​ຄ.ສ.ປີ 582 ກໍ​ຄື​ປີ​ທີ​ສອງ​ຂອງ​ລັດຊະການ​ຄ່າ​ຍຫວງຂອງ​ສຸຍ​ເວິນ​ຕີ້​ຮ້ອງ​ເຕ້, ສ້າງ​ສຳ​ເລັດ​ຮຽບ​ຮ້ອຍ​ເມື່ອ​ປີ ຄ.ສ.654 ກໍ​ຄື​ປີ​ທີ 5 ຂອງ​ລັດຊະການ​ຢົງ​ຮຸ່ຍ​ຂອງຖາງ​ກາວ​ຈົ່ງ​ຮ້ອງ​ເຕ້, ​ໃຊ້​ເວລາ 72 ປີ. ​ເນື້ອ​ທີ່​ຕົວ​ເມືອງ​ກວ້າງ 84,1 ຕາລາງ​ກິ​ໂລ​ແມັດ, ​​ໄດ້​ຈັດ​ວາງ​ຢ່າງ​ມີ​ລະ​ບຽບ, ພາກ​ຕາ​ເວັນ​ອອກ​ກັບ​ພາກ​ຕາ​ເວັນ​ຕົກກ້ຳ​ເກີ່ງ​ກັນ, ​ແບ່ງ​ອອກ​ເປັນສາມ​ສ່ວນ ຄື ​ເຂດ​ພະ​ລາ​ຊະ​ວັງ ​​ເມືອງ​ວັງ​ຫຼວງ​ແລະ​ເຂດ​ຕົວ​ເມືອງ​ຂ້າງ​ນອກ. ຜັງ​ເມືອງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໃຫຍ່​ໂຕ​ມະ​ໂຫ​ລານ​ຂອງ​ສັງ​ຄົມ​ສັກ​ດິ​ນາ​ໃນ​ຍຸ​ກສະ​ໄໝຈະ​ເລີ​ນຮຸ່ງ​ເຮືອງ​ທີ່​ສຸດ​ນັ້ນ​ຢ່າງ​ເຕັມ​ທີ່, ມີ​ຜົນ​ສະ​ທ້ອນ​ແບ່ງ​ຍຸກ​ສະ​ໄໝ​ໃນ​ປະ​ຫວັດ​ສິ່ງກໍ່ສ້າງ​ແລະ​ປະ​ຫວັດ​ຕົວ​ເມືອງ​ຂອງ​ຈີນ.

ນະຄອນ​ຊີ່​ອ່ານ​ໃນ​ຖານະ​ເປັນ​ເມືອງຫຼວງຂອງ​ລາຊະວົງ​ສັກດິນາ, ຫ່າງ​ຈາກ​ປັດຈຸບັນ​ມີ 3000 ກວ່າ​ປີ​ແລ້ວ. ​ເລີ່​ມ​ຈາກກ່ອນ​ ຄ.ສ.ປີ 1134 ​ແຫ່ງ​ລາຊະວົງ​ໂຈ່​ວຕາ​ເວັນ​ຕົກ, ຮອດລາ​ຊະ​ວົງ​ຖາງ​ຄື ​ແຕ່ ຄ.ສ.ສະ​ຕະວັດ​ທີ 7 ​ເຖິງ​ທີ ​ຄ.ສ.ສະຕະວັດ​ທີ 9, ມີ 12 ລາຊະວົງ ​ເຊັ່ນ ລາ​ຊະ​ວົງ​ໂຈ່​ວຕາ​ເວັນ​ຕົກ ລາ​ຊະວົງ​ສິນ ລາຊະວົງ​ຮັ້ນຕາ​ເວັນ​ຕົກ ລາຊະວົງ​ສຸຍ​ແລະ​ລາຊະວົງ​ຖາງ​ເປັນ​ຕົ້ນ​ສ້າງ​ເມືອງ​ຫຼວງ​ຢູ່​ແຫ່ງ​ນີ້​ຕາມໆ​ກັນ, ຜ່ານ​ເວລາ 2000 ກວ່າ​ປີ. ສິ່ງ​ຕົກ​ທອດ​ຂອງ​ປະ​ຫວັດ​ສາດ​ອັນ​ຍາວ​ນານ​ແລະ​ຊັບ​ພະ​ຍາກອນ​ມະ​ນຸດ​ສາດ​ທີ່​ອຸດົມສົມບູນ, ​ເຮັດ​ໃຫ້​ນະຄອນ​ຊີ່​ອ່ານ​ຄອງ​ອັນ​ດັບ​ໜຶ່ງ​ໃນ 6 ​ເມືອງ​ຫຼວງ​ເກົ່າ​ຂອງ​ຈີນ, ພ້ອມ​ກັບ​​ເມືອງອາ​ແຕນ ກຸງ​ໂຣມ​ແລະ​ເມືອງ​ເລີ​ແກ ຖືກ​ເອີ້ນ​ເປັນ​ 4 ເມືອງ​ຫຼວງ​ເກົ່າ​ຂອງ​ໂລກ.


ຮູບປັ້ນທະຫານແລະມ້າໃນສຸສານຈິນຊີຮ້ອງເຕ້

ປະຫວັດສາດ​ທີ່​ຍາວ​ນານ ວັດທະນະທຳ​ທີ່ກ້າວໜ້າ ​​ເຮັດ​ໃຫ້​ນະຄອນ​ຊີ່​ອ່ານ​ມີ​ຮ່ອງ​ຮອຍ​ບູ​ຮານ​ທີ່​ມີຊື່​ລື​ນາມ​ຢູ່​ຈີນ​ແລະ​ຕ່າງປະ​ເທດຫຼາຍ​ແຫ່ງ. ມີ​ມໍລະດົກ​ວັດ​ທະ​ນະ​ທຳ​ທີ່​ລ້ຳ​ຄ່າ ​ເຊັ່ນ ກຳ​ແພງ​ເມືອງ​ເກົ່າທີ່​ຄົງ​ຕົວ​ຢູ່​ຢ່າງ​ສົມບູນ​ກວ່າ​ໝູ່​ແລະ​ຂະໜາດ​ໃຫຍ່​ກວ່າ​ໝູ່​ຂອງ​ໂລກ; ຮ່ອງ​ຮອຍ​ໃຫຍ່ 4 ​ແຫ່ງ​ຂອງ​ລາຊະວົງ​ໂຈ່​ວ ລາຊະວົງ​ສິນ ລາຊະວົງ​ຮັ້ນ​ແລະ​ລາ​ຊະ​ວົງ​ຖາງ, ມີ​ເນື້ອ​ທີ່​ກວ້າງ 108 ຕາລາງ​ກິ​ໂລ​ແມັດ; ຮູບ​ປັ້ນທະຫານ​ແລະ​ມ້າ​ຂອງສຸສານ​ຈິນຊີ່​ຮ້ອງ​ເຕ້ ​ເຊິ່ງ​​ແມ່ນ "ສິ່ງ​ມະ​ຫັດ​ສະ​ຈັນ​ແຫ່ງ​ທີ 8 ຂອງ​ໂລກ" ​ເປັນຕົ້ນ. ​ໃນ​ປະຫວັດ​ເປັນ​ເມືອງຫຼວງ 2000 ກວ່າ​ປີ, ​ເຈົ້າ​ຈັກ​ກະ​ພັດ​ຫຼາຍ​ລາ​ຊະ​ວົງ​ໄດ້​ສ້າງ​ສຸສານ​ຂອງ​ຕົນ​ໄວ້​ຢູ່​ນະຄອນ​ຊີ່​ອ່ານ, ​ໃນ​ນັ້ນມີ​ຊື່​ສຽງ​ດົ່ງ​ດັງ​ໃນ​ທົ່ວ​ໂລກ ມີ​ສຸສານ​ຈິນຊີ່​ຮ້ອງ​ເຕ້ ສຸສານ​ຂອງ​ເລົ້າປັ່ງ ຜູ່​ກໍ່ຕັ້ງລາ​ຊະ​ວົງ​ຮັ້ນ​ຕາ​ເວັນ​ຕົກ ສຸ​ສານ​ຂອງ​ຖາງ​ໄທ້​ຈົ່ງ​ແລະ​ສຸສານ​ຂອງ​ບູ​ເຊັກ​ທຽນ​ເປັນຕົ້ນ. ນອກ​ນີ້, ຢູ່​ນະ​ຄອນ​ຊີ່​ອ່ານ​ຍັງ​ມີ​ຮ່ອງ​ຮອຍ​ບູຮານ​ທີ່​ຊື່​ດັງ​ໃນ​ທົ່ວ​ໂລກ ​ເຊັ່ນ ທາດສຶ​ເອີ່​ນ ທາດ​ຕ້າ​ອ້ຽນ ພູຫຼີຊ່ານ​ແລະ​ຮ່ອງ​ຮອຍ​ຫົງ​ເໝິນ​ອ້ຽນ​ເປັນ​ຕົ້ນ.

​ໃນ 2000 ກວ່າ​ປີ​ກ່ອນ ​ເຊິ່ງ​ແມ່ນ​ຢູ່​ໃນ​ລາຊະວົງ​ຮັ້ນຕາ​ເວັນ​ຕົກ​, ນະຄອນ​ຊີ່​ອ່ານ​ກໍ​ແມ່ນ​ຈຸດ​ເລີ່​ມຕົ້ນຂອງ "​ເສັ້ນທາງ​ຜ້າ​​ໄໝ"ທີ່​ຊື່​ດັງ. ກ່ອນ ຄ.ສ.ປີ 139, ຮັ້ນອູ​ຮ້ອງ​ເຕ້​ໄດ້​ຕັດ​ສັ່ງ​ໃຫ້​ຈ່າງ​ຊ່ຽນ​ໄປ​ເປັນ​ທູດ​ຢູ່​ເຂດ​ຊີ່​ອີ້ ກໍ​ຄື​ເຂດ​ຊິນ​ກ່ຽງ​ແລະ​ອາຊີ​ກາງ​ປັດຈຸບັນ, ​ໄດ້​ບຸກ​ເບີກ "​ເສັ້ນ​ທາງ​ຜ້າ​ໄໝ" ທີ່ຖື​ເມືອງ​ສາງ​ອ່ານ​ເປັນ​ຈຸດ​ເລີ່​ມຕົ້ນ ຕິດ​ຕໍ່​​ແຜ່ນດິນ​ໃຫຍ່​ອາຊີ​ເອີ​ລົບ​ເຂົ້າ​ກັນ. ຈາກ​ນັ້ນ​ເປັນ​ຕົ້ນມາ, ທູຕານຸທູດ​ແລະພໍ່ຄ້າຂອງ​ຈີນ​ແລະ​ບັນດາ​ປະ​ເທດ​ອາຊີ​ກາງ ອາ​ຊີ​ຕາ​ເວັນ​ຕົກ​ແລະ​ອາ​ຊີ​ໃຕ້​ກໍ​ໄປມາຫາສູ່​ກັນ​ຢ່າງ​ບໍ່​ຂາດ​ສາຍ, ການ​ຄ້າ​ລະຫວ່າງ​ຈີນ​ກັບ​ຕ່າງ​ປະ​ເທດ​ໄດ້​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ, ການ​ແລກປ່ຽນດ້ານ​ວັດ​ທະ​ນະ​ທຳ​ກໍ​ນັບ​ມື້​ນັບ​ຄຶກ​ຄັກ, ການ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ມີ​ໄມຕີ​ຈິດ​ໄດ້​ລົງ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ. ສະ​ນັ້ນ, ​ໃນ​ຫຼາຍ​ພັນ​ປີ​ມາ​ນີ້, ​ເມືອງ​ຫຼວງ​ເກົ່າ​ຊີ່​ອ່ານ​ໄດ້​​ເສີມ​ຂະຫຍາຍ​ບົດ​ບາດ​ອັນ​ມະ​ຫາ​ສານ​ໃນ​ປະ​ຫວັດ​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ການ​ຄ້າ​ແລະ​ວັດ​ທະ​ນະທຳ​ເປັນ​ຕົ້ນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊີ​ກາງ​ແລະ​ເອີ​ລົບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>