ການທ່ອງທ່ຽວ"ງານ​ກິລາ​ໂອ​ລິ​ມປິກ"ຂອງ​​ເດັກ​ນ້ອຍຈາກ56​ຊົນ​ເຜົ່າ

(GMT+08:00) 2008-07-09 18:26:45 cri
-----------------------------------------------------------------------------------------------------------------

ການທ່ອງທ່ຽວ"ງານ​ກິລາ​ໂອ​ລິ​ມປິກ"ຂອງ​​ເດັກນ້ອຍຈາກ56​ຊົນ​ເຜົ່າທີ່​ໄດ້​ຮັບ​ການ​ເຊີນ​ຈາກ​ຄະນະ​ກຳມະການ​ຈັດ​ຕັ້ງງານ​ກິລາ​ໂອ​ລິ​ມປິກປັກ​ກິ່ງ​ນັ້ນ​ໄດ້​ສິ້ນ​ສຸດ​ລົງ​ແລ້ວຢູ່​ທີ່​ປັກ​ກິ່ງ​ໃນ​​ເມື່ອ​ບໍ່​ດົນ​ມາ​ນີ້.​" ​ປັກ​ກິ່ງ2008"ພາກ​ນີ້,ພວກ​ເຮົາ​ຈະ​ໄປ​ຊອກ​ຮູ້​ການທ່ອງທ່ຽວ​ເພື່ອ​ສຳຜັດ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ຂອງ​​ເດັກ​ນ້ອຍ​ເຫຼົ່າ​ນີ້.

ໃນ​ເດັກນ້ອຍຈາກ56​ຊົນ​ເຜົ່າ​ເຫຼົ່າ​ນີ້,ຜູ່​ອາຍຸ​ໃຫຍ່​ກວ່າ​ໝູ່​ແມ່ນ15​ປີ, ນ້ອຍ​ທີ່​ສຸດ​ແມ່ນ8​ປີ,​ເຂົາ​ເຈົ້າ​ມາ​ຈາກ​ແຫ່ງ​ຕ່າງໆ​​​ຂອງ​ຈີນ​ເຊັ່ນ​ແຂວງ​ເສ​ສວນ ​​ເຂດ​ຕິ​ເບ​ດ ​ເຂດ​ຊິນ​ຈ່ຽງ​ເປັນ​ຕົ້ນ.​ໃນ​ເດັກນ້ອຍ56​ຄົນ​ນີ້,ມີ49​ຄົນ​ເປັນ​ຄົນ​ພິການ​ດ້ານຮ່າງກາຍ​ຫຼື​ດ້ານຫູ​ ​ຕາ.​​ເຂົາ​ເຈົ້າ​ສ່ວນ​ຫຼາຍ​ແມ່ນ​​ໄປ​ປັກ​ກິ່ງ​ເປັນ​ເທື່ອ​ທຳ​ອິດ.​ໃນ​ນັ້ນ​ມີ​ເດັກນ້ອຍ​ສອງ​ຄົນ​ແມ່ນ​ມາ​ຈາກ​ກິ່ງ​ແຂວງ​ອາ​ປ້າ​ທີ່​ເປັນ​ເຂດ​ປະສົບ​ໄພ​ແຜ່ນ​ດິນ​ໄຫວ​ແຂວ​ງ​ເສ​ສວນ.​ ເຮືອນ​ຂອງ​ເຂົາ​ເຈົ້າ​ເພພັງ​ໃນ​ແຜ່ນດິນ​ໄຫວ​ຮ້າຍ​ແຮງ​ເມືອງ​ເວີ້​ນຊ່ວນ​ແຂວງ​ເສ​ສວນ​ເມື່ອວັນ​ທີ12​ພຶດສະພາ​ແລ້ວ​ນີ້,​ແຕ່​ຢູ່​ຕໍ່ໜ້າ​ຄົນອື່ນ,​ເຂົາ​ເຈົ້າ​ຍັງ​ມ່ວນ​ຊື່ນແລະ​ກ້າຫານ​ຢູ່ຄື​ເກົ່າ.ນາງ​ເສີນ​ກູ​ລູ້ ​ເດັກ​ນ້ອຍ​ ເຜົ່າ​ຊ່ຽງທີ່​ມາ​ຈາກ​ແຂວງ​ເສ​ສວນ​ບອກ​ວ່າ:

ຂ້ອຍ​ຫວັງ​ຢາກ​ຮ່ວມ​ກັບ​ເດັກນ້ອຍ​ທີ່​ບໍ່​ເຄີຍ​ໄປ​ປັກ​ກິ່ງ​ນັ້ນ​​ໄປ​ເບິ່ງ​ພິທີ​ໄຂງານ​ກິລາ​ໂອ​ລິ​ມປິກ​ຢູ່​ປັກ​ກິ່ງ​."

ເມື່ອ​ໄດ້​ທ່ຽວ​ຊົມ​ສະໜາມກິລາ​ຮັງ​ນົກ​ແລ້ວ,ນາງ​ຢາງ​ຊິນ​ຊິນ ​ເດັກ​ນ້ອຍ​ເຜົ່າຕົ້ງທີ່​ມາ​ຈາກ​ແຂວງ​ກຸ້ຍ​ໂຈ່​ວ​ກ່າວ​ວ່າ,

 "ຂ້ອຍ​ຄິດ​ວ່າ​ສະໜາມກິລາຮັງ​ນົກກໍ່​ເໝືອນ​ດັ່ງ​ຮັງ​ທີ່​ນົກ​ຄາບ​ກິ່ງ​ໄມ້​ເຮັດ​ຂຶ້ນ,ມັນ​ງາມ​ຫຼາຍີ."
ນອກຈາກ​ສະໜາມກິລາ​ຮັງ​ນົ​ກ​ແລະ​ກ້ອນ​ນ້ຳ​ສີ່ຫຼ່ຽມ​ແລ້ວ,​ເດັກ​ນ້ອຍ​ທັງຫຼາຍ​ຍັງ​ໄປ​ທັດສະນະ​ສຶກສາ​ແລະ​​ແລກປ່ຽນບົດຮຽນ​ນຳກັນ​ຢູ່​ສູນ​ຄຸ້ມ​ຄອງ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ຈີນ​ ​ຢູ່​ນະຄອນຫຼວງ​ປັກ​ກິ່ງ.ຢູ່​ສະໜາມ​ຝຶກ​ຂອງ​ງານກິລາ​ໂອ​ລິ​ມປິກ​ຄົນ​ພິການທີ່​ກວ້າງ​ຂວາງ,​ເດັກ​ນ້ອຍ​ທີ່​ມັກ​ມ່ວນ​ມັກ​​ເຕັ້ນ​​ເຫຼົ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ກະຕືລື​ລົ້ນ​ຕໍ່ກິລາ​ຢ່າງສຸດ​ໃຈ.ນັກ​ກິລາບານ​ເຕະປາ​ກືກ​ແລະ​ຫູ​ໜວກ​ທີ່​ພວມຝຶກ​ຊ້ອມກຽມ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ນັ້ນ​ໄດ້​ຮ່ວມ​ກັບ​ເດັກນ້ອຍ​ເຫຼົ່າ​ນີ້​ ແຂ່ງຂັນ​ບານ​ເຕະມິດຕະພາບ,​ແລະ ​ສອນ​ເຂົາ​ເຈົ້າ​ຍິງ​ປະຕູ ສົ່ງ​ບານ​ແລະ​ເຕັກນິກ​ພື້ນຖານ​ອື່ນໆ​ດ້ວຍ​ໂຕ​ຕໍ່​ໂຕ.

ເຖິງ​ວ່າ​ເດັກນ້ອຍ​ເຫຼົ່າ​ນີ້​ສ່ວນ​ຫຼາຍ​ພິການ​ທາງ​ຮ່າງກາຍ​ກໍ່ຕາມ,​ແຕ່​ມັນກໍ່​ບໍ່​ໄດ້​​ເປັນ​ອຸປະສັກ​ຕໍ່​ຄວາມ​ມັກ​ຮັກ​ກິລາ​ຂອງ​ເຂົາ​ເຈົ້າມັກ​ການ​ກິລາ​.ທ້າວ​ດາ​ນີຢາຣ ​ຊາວ​ເຜົ່າ​ອຸຍ​ອູ ເປັນຕາ​ເຝື້ອ,​ແຕ່​ເມື່ອ​ນັກ​ຂ່າວຖາມ​ລາວ​ວ່າ​ມັກ​ ​ກິລາ​ປະ​ເພດ​ໃດ,ລາວ​ເວົ້າ​ອອກ​ມາ​ຫຼາຍ​ປະ​ເພດ​ໃນບາດ​ດຽວ:
 "ບານບ້ວງ ​ເຕັ້ນ​ເຊືອກ ​​​ເຊືອກ​ໃຫຍ່ ​ເຊືອກ​ນ້ອຍ ບານ​ເຕະ"

ຢູ່​ ອາຄານ​ຄະນະ​ກຳມະການ​ຈັດ​ ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ເປັນ​ສູນ​ບັນຊາ​ການ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແລະ​ງານ​ກິລາ​ໂອ​ລິມປິກ​ຄົນ​ພິການ​ປັກ​ກິ່ງ,​ເດັກນ້ອຍ​ຂອງ​ແຕ່​ລະ​ຊົນ​ເຜົ່າ​ລ້ວນ​ແຕ່​ໄດ້​ຮັບ​ເຄື່ອງ​ລະ​ລຶກຊຸດ​ໜຶ່ງ​ຄື​ຕຸກກະຕາ​ຝູວາ​ທີ່​ເປັນ​ສັດ​ນຳ​ໂຊກ​ຂອງ​ງານ​ກິລາ​ໂອ​ລິ​ມປິກ.ນາງ​ຕົ່ວ​​ເຈ​ຊາມູ ​ເດັກ​ຍິງເຜົ່າ​ຕິ​ເບ​ດ​ອາຍຸ13​ປີ​ໄດ້​ຕາງໜ້າ​ເມືອງ​ຕ່າ​ນປ່າ​ແຂວງ​ເສ​ສວນ​ມອບ​ຜ້າ​ຮາ​ດາ​ທີ່​ຂ່າວ​ສະອາດ​ໃຫ້​ຜູ່​ຮັບຜິດຊອບ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ປັກ​ກິ່ງ,​ແລະ​ມອບ​ຜ້າ​ແສ່ວ​ທີ່​ມີ​ຊື່ວ່າ"​ໂລກ​ດຽວ​ຄວາມ​ຝັນ​ດຽວ"ທີ່​ສອງເອື້ອຍ​ນ້ອງ​ພິການ​ ​ແສ່ວດ້ວຍ​ຕີນນັ້ນ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ປັກ​ກິ່ງ.​ເດັກນ້ອຍ​​ເຜົ່າອີທີ່​ມາ​ຈາກ​ແຂວງ​ເສ​ສວນ​ແລະ​ເດັກນ້ອຍ​ເຜົ່າ​ລື້​ທີ່​ມາ​ຈາກ​ແຂວງ​ຢຸນນານ​ກໍ່​ໄດ້​ມອບ​ຂອງຂວັນ​ຂອງ​ຕົນ​ເພື່ອ​ສະ​ແດງ​ຄວາມ​ອວຍພອນ​ຕໍ່​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

 ​ໃນ​ມື້​ສຸດ​ທ້າຍ​ຂອງ​ກິດຈະກຳ​ການທ່ອງທ່ຽວ​ງານ​ກິລາ​ໂອ​ລິ​ມປິກ​ປັກກິ່ງ,ຝ່າຍ​ເຈົ້າພາບ​ໄດ້​ຈັດ​ພິທີອັດ​ກິດຈະກຳ​​ເພື່ອ​ການທ່ອງທ່ຽວ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຂອງ​​ເດັກ​ນ້ອຍ​ຈາກ56​ຊົນ​ເຜົ່າ.​ໃນ​ພິທີ​ດັ່ງກ່າວ,​ເດັກ​ນ້ອຍ​ເຫຼົ່າ​ນີ້​ພາກັນ​ນຸ່ງເຄື່ອງທີ່​ສວຍ​ງາມ​ຂອງ​ຊົນ​ເຜົ່າຕົນ,ພ້ອມກັນ​ຟ້ອນ​ລຳ​ທຳ​ເພງ,​​ແລະ​ຟ້ອນ​ຊົນ​ເຜົ່າເພື່ອ​ສະ​ແດງ​ຄວາມຖະໜຸຖະໜອມ​ຕໍ່​ຊີວິດ,​ໃຊ້​ສຽງ​ ທີ່​ໜຸ່ມ​ນ້ອຍ​​ເພື່ອ​ສະ​ແດງ​ຄວາມ​ໃຝ່​ຝັນ​ຂອງ​ຕົນ.​ໃນ​ພີ​ທີ​ດັ່ງກ່າວ,ນາງ​ຕົ່ງ​ຟ່າງ ​ເດັກ​ນ້ອຍ​ຈາກ​ເຜົ່າ​ກີ​ໂນ​ໄດ້​ຮ້ອງ​ເພງ​ໜຶ່ງ​ທີ່​ແມ່ສອນ​ໃຫ້​ຄື​ເພງ​"ບ້ານ​ເຜົ່າ​ກີ​ໂນຍິນ​ດີ​ຕ້ອນຮັບ​ທ່ານ",ນາງ​ຍັງ​ເຊີນ​ເພື່ອນ​ໃໝ່​ທີ່​ຮູ້ຈັກ​ກັນ​ຢູ່​ປັກ​ກິ່ງ​ໄປ​ເປັນ​ແຂກ​ຢູ່​ບ້ານ​​​ນາງ.ນາງ​ບອກ​ວ່າ:

 "ທ່ຽວ​ຢູ່​ປັກ​ກິ່ງ​ມາ​ຫຼາຍ​ມື້ ມ່ວນ​ຫຼາຍ,ຍັງ​ໄດ້​ຮູ້ຈັກ​ກັບ​ໝູ່​ເພື່ອນ​ທີ່​ດີ​ຫຼາຍ​ຄົນ,ຂ້ອຍ​ຫວັງ​ວ່າ​ໝູ່​​ເພື່ອນ​ທີ່ດີ​ເຫຼົ່າ​ນີ້ຈະ​​ໄປ​ທ່ຽວ​ບ້ານ​ເຜົ່າ​ກີ​ໂນ​ພວກ​ເຮົາ."

ວັນ​ທີ23​ມີ​ຖຸນາ​ແລ້ວ​ນີ້,ການທ່ອງທ່ຽວ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຂອງ​ເດັກນ້ອຍ​ຈາກ56​ຊົນ​ເຜົ່າ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ເປັນ​ທາງ​ການ​ແລ້ວ,​ນີ້​ແມ່ນການທ່ອງທ່ຽວທີ່​ເຮັດ​ໃຫ້​ຄວາມ​ຝັນ​ຂອງ​ບັນດາ​ເດັກນ້ອຍ​ປະກົດ​ຜົນ​ເປັນ​ຈິງ​ແລະກໍ່​ແມ່ນການທ່ອງທ່ຽວ​​ແຫ່ງຄວາມ​ຮັກ​ແພງ.​ໃນ​ກິດຈະກຳ​ເທື່ອ​ນີ້,ນັກ​ຂ່າວເຫັນ​ພະນັກງານ​​ເອົາ​ໃຈ​ໃສ່​ແລະ​ຫ່ວງ​ໃຍ​ຕໍ່ພວກ​ເດັກ​ນ້ອຍ,​ເດັກນ້ອຍ​ທັງຫຼາຍ​ກໍ່​ຮັກ​ແພງ​ກັນ​ດີ.ນາງຕົ່ວ​​ເຈ​ຊາ​ມູ ​ເດັກນ້ອຍ​ເຜົ່າ​ຕິ​ເບ​ດອາຍຸ13​ປີ​ທີ່​ມາ​ຈາກ​ເມືອງ​ຕ່າ​ນປ່າ​ກິ່ງ​ແຂວງ​ກ່ານ​ຈື່​ແຂວງ​​ເສ​ສວນ​ແຕ່​ເດີມ​ເປັນ​ຄົນບໍ່​ມັກ​ເວົ້າ,​ແຕ່​ໃນ​ກິດ​ຈະ​ກຳ​ຫຼາຍ​ມື້​ທີ່​ຜ່ານ​ມາ,ມີ​ຮອຍ​ຍິ້ມ​ເທິງ​ໃບ​ໜ້າ​ຂອງ​ນາງ​ຫຼາຍ​ຂຶ້ນ,​ແລະ​ກໍ​ຍິນ​ດີ​ລົມ​ກັບ​ຄົນ​ອື່ນ.ນາງ​ເວົ້າ​ວ່າ:

"ພວກ​ເຮົາ​ຜ່ານ​ຈາກ​ການ​ແນະນຳ​ຕົວ​ເອງ​​ແລ້ວ​ໄດ້​ຮູ້ຈັກ​ກັບ​ໝູ່​ເພື່ອນ​ຫຼາຍ​ຄົນ,​ໃນ​ນັ້ນ​ມີ​ສາວ​ນ້ອຍ​ຜູ່​ໜຶ່ງ​ຊື່​ວ່າ​​ເສີນ​ກູ​ລູ້.ມື​ທັງ​ສອງຂອງ​ນາງ​ພິການ,​ແຕ່​ນາງ​ເຕັມ​ໄປ​ດ້ວຍ​ຄວາມ​ໝັ້ນ​ໃຈ​ຕໍ່​ຊີວິດ.ຂ້ອຍ​ຖາມ​ນາງ​ວ່າ ​ເຈົ້າ​ພິການ​ທັງ​ສອງ​ມື,​ເຈົ້າ​ຮູ້ສຶກ​ທໍ້​ຖ້ອຍໃຈ​ບໍ່​ໃນ​ເວລາ​ທີ່​ເຮັດ​ຫຍັງ​ກໍ່​ບໍ່​ສະດວກ​.ນາງ​​ເສີນ​ກູ​ລູ້​ບອກ​ຂ້ອຍ​ຢ່າງ​ເດັດດ່ຽວ​ວ່າ"ບໍ່, ມືຂວາ​ຂ້ອຍ​ຍັງ​ຂຽນ​ໜັງສື​ໄດ້,ຂໍ​ພຽງ​ແຕ່​ຂ້ອຍ​ຕັ້ງ​ໃຈຮ່ຳຮຽນ ​ດຸ​ໝັ້ນ​ຂະຫຍັນ​ພຽນ,​ໃນ​ພາຍ​ໜ້າ,​ເຕັກນິກ​​ການແພດ​ພັດທະນາ​ຕື່ມແລ້ວ,ກໍ່​ສາ
ມ​າດປົວມື​ທັງ​ສອງ​ໃຫ້ຫາ​ຍດີ​ໄດ້,​ແລ້ວ​ຂ້ອຍ​ຈະ​ທ້ອນ​ເງິນ​​ໃຫ້​ຫຼາຍໆ​ເພື່ອ​ຊ່ວຍ​ເຫຼືອ​​​ເດັກນ້ອຍ​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼື​ອ."

​ໃນ​ກິດຈະກຳ​ເທື່ອ​ນີ້,​ເ​ດັກ​ນ້ອຍ​ໄດ້​ນຸ່ງຊຸດ​ຊົນ​ເຜົ່າ​ຕະຫຼອດ,ເຫັນ​ໄດ້​ວ່າ​ເຂົາ​ເຈົ້າ​ໃຫ້​ຄວາມ​ສຳຄັນ​ຫຼາຍ​ທີ່​ສຸດ​​ແກ່​ການ​ທ່ອງ​ທ່ຽວ​ງານ​ກິລາ​​ໂອ​ລິ​ມປິກ​ເທື່ອ​ນີ້.ນາງ​ກູ​ນຈາ​ມາຣີ ​ທີ່​ເປັນ​ຊາວ​ເຜົ່າ​ຕາ​ຊັກ ບອກ​ວ່າ,

 "​ເທື່ອ​ນີ້​ຂ້ອຍ​ຕາງໜ້າ​ເຜົ່າ​ຕາ​ຊັກມາ​ປັກ​ກິ່ງ,ຂ້ອຍ​ພະຍາ​ຍາມຮຽນ​ເອົາ​ຄວາມ​ຮູ້​ກ່ຽວ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ໃຫ້​ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້,​ແລ້ວ​ຈະບອກ​ຄົນ​ໃນ​ບ້ານ​ເກີດນ້ອຍ​ວ່າ​ງານ​ກິລາ​ໂອ​ລິ​ມປິກ​ມັນ​ດີຫຼາຍ,​ໃຫ້​ເຂົາ​ເຈົ້າ​ມີ​ສ່ວນ​ຮ່ວມ​ໃນ​ງານ​ກິລາ​ໂອ​ລິ​ມປິກ ສະໜັບສະໜູນ​ແລະ​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ."

ເຖິງ​ວ່າການ​ທ່ອງ​ທ່ຽວ​ງານ​ກິລາ​ໂອ​ລິ​ມປິກ​ໄດ້​ສິ້ນ​ສຸດ​ແລ້ວ​,​ແຕ່​ມັນ​ໄດ້​ສ້າງ​ພາບ​ປະ​ທັບ​ໃຈ​ອັນ​ເລິ​ກ​ເຊິ່ງ​ໃຫ້​ແກ່​​ເດັກນ້ອຍ​ທັງຫຼາຍ.​ໄປ​ປັກ​ກິ່ງ​ເທື່ອທຳ​ອິດ,ທ່ຽວຊົມ​ ​ສະໜາມກິລາ​ຮັງ​ນົກ​ແລະ​ກ້ອນ​ນ້ຳ​ສີ່​ຫຼ່ຽມ​ເປັນ​ເທື່ອ​ທຳ​ອິດ,​ເບິ່ງກາ​ນຊັກ​ທຸງຊາດ​ຢູ່​ສະໜາມ​ຫຼວງ​ທຽນ​ອ່ານ​ເມີນ​ເປັນ​ເທື່ອ​ທຳ​ອິດ,ກິນ​ແມັກ​ໂດ​​ໂນ​ເປັນ​ເທື່ອ​ທຳ​ອິດ,ຍ້ອນ​ວ່າ​ມີ​ເທື່ອ​ທຳ​ອິດ​ຫຼາຍ​ຢ່າງ,​ເຊື່ອ​ວ່າການ​ທ່ອງ​ທ່ຽວທີ່​ສົມ​ຄວາມ​ປາຖະໜາ​ເທື່ອ​ນີ້ຈະ​ເປັນຄວາມ​ຊົງຈຳ​ອັນ​ປະ​ເສີດໃນ​ຊີວິດ​ຂອງ​ເຂົາ​ເຈົ້າ.ພວກ​ເຮົາ​ຂໍ​ອວຍພອນ​ໃຫ້​ເຂົາ​ເຈົ້າ​ດຳ​ລົງຊີວິດ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ​ຕະຫຼອດ​ໄປ.

    ຫວ່າງ​ມໍ່ໆ​ນີ້,ຢູ່​ທີ່ປັກ​ກິ່ງ,ທ່ານ​ອູ​ຊຽນລິນ ​ເອກ​ອັກຄະ​ລັດ​ຖະທູດ​ມຽນມາ​ປະຈຳ​ຈີນ​ກ່າວ​ວ່າ,​ເຖິງ​ວ່າ​ປີ2008,ຈີນ​ໄດ້​ປະສົບ​ໄພ​ລົມພາຍຸ​ຫິມະ​ຕົກ​ໜັກ​ແລະ​ແຜ່ນດິນ​ໄຫວ​ຮ້າຍ​ແຮງ​ກໍ່ຕາມ,​ແຕ່​ປະຊາ​ຊົນ​ຈີນ​ສາມັກຄີ​ກວ່າ​ເກົ່າ,ນ້ຳ​ໃຈ​ປະຊາ​ຊາດ​ເຊີດ​ຊູ​ຢ່າງ​ໃຫຍ່​ໂດຍ​ບໍ່​ເຄີຍ​ມີ​ມາ​ກ່ອນ.​ເຊື່ອ​ວ່າ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຍ່ອມ​ຈະ​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ​​ໂດຍ​ຢູ່ພາຍ​ໃຕ້​ການ​ສະໜັບສະໜູນ​ຂອງ​ປະຊາ​ຄົມ​ໂລກ.​ໃນ​ເວລາ​ໃຫ້​ສຳ​ພາດຕໍ່​ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ,ທ່ານ​ອູ​ຊຽນລິນ​ກ່າວ​ວ່າ,

"ປະຊາ​ຊາດ​ຈີນ​​ເວລາ​ໃດ​ກໍ່​ບໍ່​ ​ຍອມ​ຈຳນົນ​ຕໍ່​ຄວາມ​ຫຍຸ້ງຍາກ,ບໍ່​ວ່າ​ຈະ​ປະສົບ​ຄວາມ​ຫຍຸ້ງ​ຍາກ​ໃດ​ກໍ່​ລ້ວນ​ແຕ່​ຈະ​ກ້າວ​ໄປ​ໜ້າ​ຢ່າງ​ກ້າຫານ​ຈົນ​ໄດ້​ຮັບ​ໄຊຊະນະ​ໃນ​ທີ່​ສຸດ.ຂ້າພະ​ເຈົ້າ​ເຊື່ອ​ວ່າ​ພາຍ​ໃຕ້​ຄວາມ​ພະຍາຍາມ​ຂອງ່ລັດຖະບານ​ແລະ​ປະຊາຊົນ​ຈີນ,ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຍ່ອມ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ,ກາຍ​ເປັນຄວາມ​ພາກ​ມູມ​ໃຈ​ຂອງ​ທົ່ວ​ອາຊີ"

 ທ່ານ​ຊູດຼາຈັດ ​ເອກ​ອັກຄະ​ລັດ​ຖະທູດ​ອິນ​​ໂດ​ເນ​ເຊຍ​ປະຈຳ​ຈີນ​ກ່າວ​ຢູ່​ປັກ​ກິ່ງ​ວ່າ,ພາຍ​ໃນ7​ປີ​ຫຼັງ​ຈາກປັກ​ກິ່ງ​ໄດ້​ຮ້ອງ​ຂໍ​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຢ່າງ​ສຳ​ເລັດ​ຜົນ,ວົງ​ການ​ຕ່າງໆ​ຂອງ​ຈີນ​ໄດ້​ທຳ​ການ​ກະກຽມ​ຢ່າ​ພຽງພໍ​ເພື່ອ​ງານ​ກິລາ​ໂອ​ລິ​ມປິກ,ງານ​ກິລາ​ໂອ​ລິ​ມປິກ​ປັກ​ປັກ​ກິ່ງ​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ​ແມ່ນ​ຄວາມ​ປາຖະໜາ​ຮ່ວມ​ຂອງ​ປະ​ຊາ​ຊົນ​ບັນດາ​ປະ​ເທດ.
 ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ,ທ່ານ​ຊູດຼາຈັດ​ກ່າວ​ວ່າ,

"ຂໍ​ອວຍພອນ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເຕັມ​​ເມັດ​ເຕັມ​ໜ່ວຍ,ນີ້​ແມ່ນ​ຄວາມ​ປາຖະໜາ​ຮ່ວມ​ຂອງ​ປະຊາຊົນ​ບັນດາ​ປະ​ເທດ.ຈີນ​ຜ່ານ​ຈາກ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເປັນ​ເວລາ30​ປີ່,​ໄດ້​ກາຍ​ເປັນ​ປະ​ເທດ​ພວມ​ພັດທະນາ​ທີ່​ກ້າວໜ້າ.ທົ່ວ​ໂລກ​ລ້ວນ​ແຕ່​ເອົາ​ໃຈ​ໃສ່​ນຳ​ປັກ​ກິ່ງ.ງານ​ກິລາ​ໂອ​

ລິ​ມປັກ​ກິ່ງ​ຈັດ​ຂຶ້ນ​ຢ່າ​ງສຳ​ເລັດ​ຜົນ​ຈະ​ກາຍ​ເປັນ​ຂີດ​ໝາຍ​ທີ່​ບັນລຸ"​ໂລກ​ດຽວ ຄວາມ​ຝັນ​ດຽວ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>