ຈີນ​ຈະ​ອຳ​ນວຍ​ຄວາມ​ສະ​ດວກ​ແກ່​ນັກ​ຂ່າວ​ຕ່າງ​ປະ​ເທດ​ໃນ​ໂອ​ລິມ​ປິກ​ຢ່າງ​ເຕັມ​ທີ່

(GMT+08:00) 2008-07-11 10:52:46 cri
-----------------------------------------------------------------------------------------------------------------
ຕາມ​ຂ່າ​ວສານ​ຊິ່ນຮວາ: ວັນ​ທີ 10 ກໍລະກົດ​ນີ້, ທ່ານຫຼີຊາງ​ຊຸ່ນ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​​ໄປ​ສຳຫຼວດ​ຄວາມ​ພ້ອມ​ຂອງ​ສູນຂ່າວ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແລະ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ, ສູນ​ກະຈາຍສຽງ​ສາກົນ​ແລະ​ສູນ​ຖະ​ແຫຼງຂ່າວ​ສາກົນ​ປັກ​ກິ່ງ​ 2008. ທ່ານ​ກ່າວ​ວ່າ, ຈະ​ອີງ​ຕາມ​ລະບຽບ​ກົດໝາຍ​ຂອງ​ຈີນ​ແລະ​ລະບຽບ​ການ​ປະຕິບັດ​ໃນສາກົນ, ​ອຳ​ນວຍ​ຄວາມ​ສະດວກ​ໃຫ້ແກ່​ນັກ​ຂ່າວຕ່າງ​ປະ​ເທດ​ຢ່າງ​ເຕັມທີ່.

ໃນ​ເວລາລົມ​ກັນ​ຢ່າງ​ສະໜິດ​ສະໜົມ​ກັບ​ນັກ​ຂ່າວ​ຕ່າງປະ​ເທດ, ທ່ານຫວັງ​ໃຫ້​ເຂົາ​ເຈົ້າ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ການ​ແຂ່ງຂັນ​ງານ​ກິລາ​ໂອ​ລິ​ມປິກ​ຢ່າງ​ເຕັມ​ສ່ວນ, ​ແລະ​ຕັ້ງໜ້າ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ຂອງ​ເສດຖະກິດ​ສັງຄົມ​ຈີນ, ​ສະ​ແດງ​​ໃຫ້​ເຫັນ​ຄວາມ​ຈິງ​ຂອງຈີນ​ທີ່ມີ​ໄມຕີ​ຈິດ​ແລະ​ກ້າວໜ້າ​ຕໍ່​ທົ່ວ​ໂລກ, ສ້າງ​ຂົວ​ມິດຕະພາບ​ລະຫວ່າງ​ປະ​ຊາ​ຊົນ​ຈີນ​ກັບ​ປະຊາຊົນ​​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>