ກອງ​ປ້ອງ​ກັນ​ຄວາມ​ປອດ​ໄພ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຈັດ​ວາງ​ຮຽບ​ຮ້ອຍ​ແລ້ວ

(GMT+08:00) 2008-07-11 15:05:32 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ໜັງ​ສືພິມ​ເຢັນ​ມິນ​ຢື້​ປ້າວ: ກອງປະ​ເພນີປ້ອງ​ກັນ​ຄວາມ​ປອດ​ໄພ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຈັດ​ວາງ​ຕາມ​ປະຕິບັດ​ງານ​ຂອງ​ສາກົນ​ແລ້ວ.

ວັນ​ທີ 10 ກໍລະກົດ​ນີ້, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ທຽນ​ອີ້​ຊຽງ ຫົວໜ້າ​ກອງວຽກ​ງານ​ທະ​ຫານ​ຂອງ​ສູນ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກ່າວ​ວ່າ, ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ​ຈະ​ອີງ​ຕາມ​ຫຼັກການ "​ໃຊ້​ທະຫານ​ທີ່​ຢູ່​ໃກ້", ຈະນຳ​ໃຊ້​ກອງ​ທະຫານ​ຂອງ​ເຂດ​ທະຫານ 4 ​ເຂດ​ແລະ​ທະຫານ​ຫຼາຍ​ເຫຼົ່າທັບ, ພ້ອມ​ທັງ​ອາວຸດ​ຍຸດ​ໂທ​ປະກອນ​ຕ່າງໆ ​ເຊັ່ນ: ຍົນ​ຮົບ, ຈະຫຼວດ​ແອັສອາ​ແລະ​ອຸປະກອນ​ປ້ອງ​ກັນ​ເຄມີ​ເປັນ​ຕົ້ນ, ​ເພື່ອຮັບປະກັນ​ຄວາມ​ປອດ​ໄພ​ຂອງງານ​ກິລາ​ໂອ​ລິ​ມປິກ. ຈຸດໜັກ​ແມ່ນ​ຮັກສາ​ຄວາມ​ປອດໄພ​ທາງ​ທະເລ​ແລະ​ທາງ​ອາກາດ​ແລະ​ຕ້ານ​ເຫດ​ການ​ກໍ່​ການຮ້າຍ​ດ້ວຍ​ອາວຸດ​ນິວ​ເຄຼຍ​ອາວຸດ​ຊີວະພາບ​ແລະ​ເຄມີ.

ນອກ​ນັ້ນ, ​ເພື່ອຮັບ​ມື​ກັບໄພ​ທຳ​ມະ​ຊາດ, ​ອຸປະຕິ​ເຫດ, ເຫດການຄວາມ​ປອດ​ໄພ​ສາທາລະນະ​ແລະຄວາມ​ປອດ​ໄພ​ທາງ​ສັງຄົມ​ອື່ນໆທີ່​ອາດ​ຈະ​ເກີດ​ຂຶ້ນ, ກອງທັບ​ຍັງ​ໄດ້​ກຽມ​ກຳລັງ​ສຳຮອງຈຳນວນໜຶ່ງ, ຊ່ອຍ​ເຫຼືອອົງການ​ປົກຄອງ​ທ້ອງ​ຖິ່ນ​ປະຕິບັດ​ການ​ກູ້​ໄພ​ຢ່າງຮີບ​ດ່ວນ. ທ່ານທຽນ​ອີ້​ຊຽງ​ກ່າວ​ວ່າ, ການ​ເຄື່ອນ​ໄຫວ​ຕ່າງ​ໆ​ຂອງ​ກອງທັບຈະ​ເຄົາລົບ​ສົນທິສັນຍາ​ໂອ​ລິ​ມປິກ, ປະ​ເພນີ​ປະຕິບັດ​ງານ​ຂອງສາກົນ​ແລະ​ກົດໝາຍຂອງ​ຈີນ​ຢ່າງ​​ເຄັ່ງ​ຄັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>