ໄຂ​ກອງ​ປະຊຸມ​ຫົວ​ໜ້າ​ຄະນະ​ຜູ້​ແທນ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ແຫຼມ​ເກົາຫຼີ​ຢູ່​ປັກ​ກິ່ງ

(GMT+08:00) 2008-07-11 15:05:38 cri
-----------------------------------------------------------------------------------------------------------------


ກອງປະຊຸມຈັດຂຶ້ນຢູ່ຫໍຮັບແຂກຕ້ຽວຢູໄທທີ່ປັກກິ່ງ

ວັນ​ທີ 10 ກໍລະ​ກົດ​ນີ້,ກອງ​ປະຊຸມ​ຫົວໜ້າ​ຄະນະ​ຜູ້​ແທນ​ເທື່ອ​ທີ 2 ຂອງ​ການ​ເຈລະຈາ 6 ຝ່າຍ​ຮອບ 6 ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ແຫຼມ​​​ເກົາຫຼີ​​ໄດ້​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ.​ໃນ​ກອງ​ປະຊຸມ​ທີ່​ດຳ​ເນີນ​​ເປັນ​ເວລາ 3 ວັນ,ຜູ້​ເຂົ້າ​ຮ່ວມ​ຈະລົງ​ເລິກ​ຫາລື​ມາດ​ຕະ​ການ​ແລະຂັ້ນ​ຕອນ​ຂອງ​ການ​ປະຕິບັດ​ການ​​ເຄື່ອນ​ໄຫວ​ໄລຍະ 2 ຢ່າງຮອບດ້ານ​ແລະ​ສະ​ເໝີ​ພາບຕື່ມ​ອີກ.


ຫົວໜ້າຂອງຄະນະຜູ້ແທນ6ປະເທດຈັບມືກັນ

ຕອນ​ບ່າຍ​ວັນ​ທີ 10 ກໍລະກົດ​ນີ້,ພາຍ​ຫຼັງ​ການ​ເຈລະຈາ​ເທື່ອ​ແລ້ວ​ນີ້ 9 ​ເດືອນ,ຫົວໜ້າ​ຂອງຄະນະ​ຜູ້​ແທນຈີນ ສ.ປ.ປ.​​ເກົາຫຼີ ຍີ່ປຸ່ນ ສ.​ເກົາຫຼີ ຣັດ​ເຊຍ​ແລະ​ອາ​ເມ​ລິ​ກາ​ໄດ້​ນັ່ງ​ອ້ອມ​​ໂຕະ​ເຈລະຈາ 6 ຫຼ່ຽມອີກ​​.​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​​​ໃນ​ພິທີ​ໄຂປະ​ຊຸມ,ທ່ານ​ອູ​ຕ້າ​ເຫວີຍ ປະທານກອງ​ປະຊຸມ ຫົວໜ້າ​ຄະນະ​ຜູ້​ແທນ​ຈີນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວວ່າ:


ຄະນະຜູ້ແທນສປປເກົາຫຼີ

"ກອງ​ປະຊຸມ​ຫົວໜ້າ​ຄະນະ​ເທື່ອ​ນີ້​ແມ່ນ​ສະຖານີ​ຕື່ມ​ນ້ຳມັນ​ຂອງ​ການ​ປະຕິບັດ​ການ​ເຄື່ອນ​ໄຫວ​ໄລຍະ 2 ຢ່າງຮອບດ້ານ,​ແມ່ນ​ຫົວລ້ຽວຫົວ​ຕໍ່​ທີ່​ຊຸກຍູ້​ການ​ເຈລະຈາ 6 ຝ່າຍ​ກ້າວ​ສູ່​ໄລຍະ​ໃໝ່,​ເປົ້າ​ໝາຍ​ຂອງ​ພວກ​ເຮົາ​ຄວນ​ແມ່ນ​ໂຮມ​ຄວາມ​ຄອງ​ຄອຍໃໝ່​ຂອງ​ຝ່າຍ​ຕ່າງໆ​ໃຫ້​ເປັນຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ໃໝ່,​​ໂຮມ​ຄວາມ​ຮຽກຮ້ອງ​ໃໝ່​ຂອງ​ຝ່າຍ​ຕ່າງໆ​ໃຫ້​ເປັນພະລັງ​ໃໝ່,ຮ່ວມ​ກັນ​ຊຸກຍູ້​ການ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ໄລຍະ 2 ​ຢ່າງ​ຮອບດ້ານ,ພ້ອມ​ກັນ​ຊຸກຍູ້​ການ​ເຈລະຈາ 6 ຝ່າຍ​ກ້າວ​ສູ່​ໄລຍະ​ໃໝ່."


ຄະນະຜູ້ແທນສ.ເກົາຫຼີ

ທ່ານ​ອູ​ຕ້າ​ເຫວີຍກ່າວ​ວ່າ,ຝ່າຍ​ຈີນ​ໃນ​ນາມເປັນ​ປະທານ​ກອງ​ປະຊຸມ,ຍິນ​ດີ​ເພີ່ມ​ທະວີ​ການ​ແລ​ກປ່ຽນ​ແລະ​ປະສານ​ງານ​ກັບ​ຝ່າຍ​ອື່ນ,​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ​ເພື່ອ​ໃຫ້​ກອງ​ປະຊຸມ​ໄດ້​ຮັບ​ຜົນສຳ​ເລັດ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>