ຫນັງ​ສື​ພິມ​ເຢິ​ມິນ​ຢື້​ປ້າວ​ພິມ​ບົດ​ຄວາມ​ລົງ​ນາມ​ທີ່​ມີ​ຫົວ​ຂໍ້ວ່າ: ​ເພື່ອ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ຫນັກ​ແຫນັ້ນ

(GMT+08:00) 2008-07-13 17:44:50 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ວັນ​ທີ 13 ກໍລະກົດ​ນີ້,ຫນັງສືພິມ​ເຢິມິນ​ຢື້​ປ້າວຂອງຈີນ​ໄດ້​ພິມ​ບົດ​ຄວາມລົງ​ນາມທີ່​ມີ​ຫົວ​ຂໍ້​ວ່າ:ເພື່ອ​ຄຳ​ຫມັ້ນ​ສັນຍາ​ທີ່​ຫນັກ​ແຫ​ນັ້ນ​  ຂຽນ​​​ໃນ​ໂອກາດວັນ​​ລະ​ເລຶກປັກ​ກິ່ງ​ຮ້ອງ​ຂໍ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຢ່າງ​ສຳ​ເລັດ​ຜົນ​ຄົບຮອບ 7 ປີ.


ບົດ​ຄວາມ​ຂຽນ​ວ່າ,ວັນ​ທີ 13 ກໍລະກົດ​ປີ 2008​ແມ່ນ​ວັນລະ​ລຶກ​ປັກ​ກິ່ງຮ້ອງ​ຂໍ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ທີ 29 ຢ່າງ​ສຳ​ເລັດ​ຜົນ​ຄົບຮອບ 7 ປີ. ບົດ​ຄວາມ​ຂຽນ​ວ່າ,​ເມື່ອ​ໄດ້​ຜ່ານ​ວຽກ​ງານ​ທີ່​ເຮັດ​ແທ້​ທຳ​ຈິງ​ແລະປະດິດ​ສ້າງ​ໃຫມ່​ໃນ 7ປີມານີ້, ສະຫນາມ​ກິລາລວມ 37 ​ແຫ່​ງຢູ່ປັກ​ກິ່ງ​ທີ່​ເປັນນະຄອນ​ເຈົ້າພາບ​ແລະຢູ່​​ນະຄອນທີ່ຮ່ວມ​ຈັດງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ ໄດ້​​ເຮັດ​ສຳ​ເລັດ​​ແລ້ວ, ວຽກ​ງານ ກະກຽມ​ຕ່າງໆ​ໃນ​ການ​ຮັບປະກັນ​ການ​ເດີນ ທາງ​ຂອງ​ນະຄອນ​ປັກ​ກິ່ງ​ເຊັ່ນ: ຄົມມະນາຄົມ ສິ່ງ​ແວດ​ລ້ອມ  ອາຫານ​ການ​ກິນ ສາທາລະນະ​ສຸກ ການທ່ອງທ່ຽວ​ແລະ​ການ​ຮັ​ກສາ​ຄວາມ​ປອດ​ໄພ​ເປັນຕົ້ນ​ໄດ້​ກຽມພ້ອມເປັນ​ຢ່າງ​ດີແລ້ວ, ວຽກ​ງານ​ກະກຽມ​ຈັດ​ງານ​ກິ​ລາ​ໂອ​ລິ​ມ ປິກ​ຄັ້ງ​ທີ 29 ​ໄດ້​​ສຳ​ເລັດ​ໃນ​ຂັ້ນ​ພື້ນຖານ​ແລ້ວ. 

 ບົດ​ຄວາມ​ຂຽນ​ວ່າ,​ ງານ​ກິລາ​ໂອ​ລິ​ມປິກທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງ​ປັກ​ກິ່ງຈະ​ນຳ​ເອົາ​ໂອກາດ​ການ​ຄ້າ​ໃຫ້​ແກ່​ວິ​ສາ​ຫະກິດ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ,ຊຸກຍູ້​​ໃຫ້​ເສດຖະກິດ​ໂລກ​ພັດທະນາ​ຢ່າງ​ຫມັ້ນ​ທ່ຽງ.  ງານ​ກິລາ​ໂອ​ລິ​ມ ປິກ​ປັກ​ກິ່ງ 2008 ​ແມ່ນ​ໂອກາດ​ຂອງ​ຈີນ​ ​ແລະ​ກໍ່​ແມ່ນ​ໂອກາດ​ຂອງ​ໂລກ

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>