ປັກ​ກິ່ງ​ບັນລຸ​ຄໍາ​ໝັ້ນ​ສັນ​ຍາ​ຂອງ​ການ​ຮ້ອງ​ຂໍ​​ຈັດ​ງານ​ໂອ​ລິມ​ປິກ​ຢ່າງ​ໜັກ​ແໜ້ນ

(GMT+08:00) 2008-07-13 18:49:30 cri
-----------------------------------------------------------------------------------------------------------------
"ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ຮ້ອງ​ຂໍ​ຈັດ​ງານ​ກິລາ​ໂອ​ລິມປິກ"ທີ່​ປັກ​ກິ່ງ​ສະ​ເໜີ​ຕໍ່ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​​ເມື່ອ 7 ປີ​ກ່ອນ​ແລະ"ສັນຍາຂອງ​ຕົວ​ເມືອງ​ທີ່​ຈັດງານ​ໂອ​ລິ​ມປິກ"ທີ່​ເຊັນ​ຕາມຫຼັງ ​ໄດ້​ຖືກ​ຖື​ເປັນ"ຄຳ​ໝັ້ນສັນຍາ"ຂອງ​ປັກ​ກິ່ງ​ໃນ​ເວລາ​ຮ້ອງ​ຂໍ​ຈັດ​ງານ​ໂອ​ລິ​ມປິກ, ​ໃນ​ນັ້ນ, ​ໄດ້​ມີໜ້າ​ທີ່​ລະອຽດ​ເກືອບ 5 ພັນ​ລາຍ​ທີ່​ປັກ​ກິ່ງ​ຕ້ອງ​ສຳ​ເລັດ​ເພື່ອ​ງານກິລາ​ໂອ​ລິ​ມປິກ. ປັດຈຸບັນ, ຫ່າງ​ຈາກ​ມື້​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເຫຼືອ​ແຕ່ 20 ກວ່າ​ມື້​ທໍ່​ນັ້ນ, ປັກ​ກິ່ງ​ໄດ້​ເຮັດ​ໃຫ້​ຄຳ​ໝັ້ນສັນຍາ​ຂອງ​ຕົນ​ບັນລຸ​ເປັນ​ຈິງ​ແລ້ວຫຼືບໍ່?
​​
ແຕ່​ຮ້ອງ​ຂໍ​ຈັດ​ງານ​ກິລາ​ໂອ​ລິ​ມປິກຢ່າງ​ສຳ​ເລັດ​ຜົນ 7 ປີມາ​ນີ້, ຈີນ​ໄດ້​ສຳ​ເລັດ​ວຽກ​ກໍ່ສ້າງ​ສະໜາມ​ກິລາ​​ໂອ​ລິ​ມປິກ​ຕ່າງໆ​ທີ່​ມີ​ຄຸນ​ນະພາ​ບສູງ. ປັດຈຸບັນ, ສະໜາມກິລາ 37 ​ແຫ່ງ​ໄດ້​ສ້າງສຳ​ເລັດ​ໝົດ​ແລ້ວ, ​ແລະ​ໄດ້​ຮັບ​ການ​ກວດກາ​ຈາກ​ການ​ແຂ່ງຂັນ​ແບບ​ທົດ​ລອງ. ​ໃນ​ນັ້ນ, ສະໜາມກິລາ​ແຫ່ງ​ຊາດຫຼື​ເອີ້ນ​ວ່າ"ຮັງ​ນົກ", ສູນ​ລອຍ​ນ້ຳ​ແຫ່ງ​ຊາດຫຼື​ເອີ້ນ​ວ່າ"ກ້ອນນ້ຳ 4 ຫຼ່ຽມ", ​ແລະ​ສະໜາມກິລາ​ໂອ​ລິ​ມປິກ​​ແຫ່ງ​ອື່ນໆ​ມີລະດັບວິ​ທະ​ຍາ​ສາດ​​ເຕັກນິກ​ສູງ, ສັບພະ​ຄຸນ​ກ້າວໜ້າ, ລະດັບອອກ​ແບບ​ແລະ​ຄຸນ​ນະພາ​ບກໍ່ສ້າງ​ ​ລ້ວນ​ແຕ່​ສູງກ​ວ່າ​ຄຳ​ໝັ້ນສັນຍາ​. ​ໃນ​ນັ້ນ, ​ໃນ​ຖານະ​ເປັນສະໜາມ​ກິລາຫຼັກ​ຂອງ​ງານ​​ໂອ​ລິ​ມປິກ​ຄັ້ງນີ້, "ຮັງ​ນົກ"ທີ່​​ເປັນ​ໂຄງ​ຮ່າງ​ເຫຼັກກ້າ​ໄດ້​ຮັບ​ການ​ຕີ​ລາ​ສູງ​ຢ່າງ​ກວ້າງຂວາງ​ຍ້ອນ​ການ​ອອກ​ແບບ​ມີ​ເອກະລັກ​ພິ​ເສດ​ແລະ​ຮູບ​ຂອງ​ມັນ. ທ່ານ​ຖານ​ສຽວ​ຊຸນ ຜູ້​ຮັບຜິດຊອບ​ການກໍ່​ສ້າງ"ຮັງ​ນົກ"​ແນະນຳ​ວ່າ:

"ພຽງ​ແຕ່​​ເສັ້ນຈອດ​ໂຄງ​ຮ່າງ​ເຫຼັກກ້າ​ກໍ່​ຍາວ 320 ກິ​ໂລ​​ແມັດ, ກຳມະກອນ​ 1100 ຄົນ​ໄດ້​ໃຊ້​ເວລາ​ປີ​ປາຍຈຶ່ງ​ຈອດ​ສຳ​ເລັດ, ອັດຕາ​​ໄດ້​ມາດຖານ 100%, ​ໄດ້​ສ້າງ​ສິ່ງ​ອັດສະຈັນ​ຂອງ​ປະຫວັດ​ກໍ່ສ້າງ​ຂອງ​ຈີນ."

ໃນ 7 ປີ​ແຕ່​ຮ້ອງ​ຂໍ​ສຳ​ເລັດ​​ມາ​ນີ້, ຄົມມະນາຄົມ​ຂອງ​ຕົວ​ເມືອງ​ປັກ​ກິ່ງ​ໄດ້​ກໍ່ສ້າງ​ໄວ​ເຂົ້າ, ​ແລະ​ມີ​ຄວາມ​ກ້າວໜ້າ​ເດັ່ນ​ຊັດ. ທ່ານ​ລີ​ເສີງ​ຢຸ້ຍ ​ເຈົ້າໜ້າ​ທີ່​ຂອງພາກສ່ວນທີ່​ຄຸ້ມ​ຄອງ​ຄົມມະນາຄົມນະຄອນ​ປັກ​ກິ່ງ​ກ່າວ​ວ່າ, ​ໃນ​​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ, ປັກ​ກິ່ງ​ຍັງ​ຈະ​ໃຊ້​ມາດ​ຕະການ​ຕ່າງໆ​ເຊັ່ນ​: ​ໃຫ້​ລົດ​ແລ່ນ​ຕາມ​ວັນ​ຄູ່​ວັນ​ຄີກ, ລົດ​ທີ່ຮັບ​ໃຊ້​ລັດຖະການ​ສ່ວນ​ໜຶ່ງ​ຫ້າມ​ບໍ່​ໃຫ້​ແລ່ນ, ​ແລະ​​ໄດ້​ຈັດ​ໃຫ້​ມີ​​ເສັ້ນທາງ​​ທີ່​ຮັບ​ໃຊ້​ງານ​ໂອ​ລິ​ມປິກ​ທີ່​ຍາວ​ກວ່າ​ໝູ່​ໃນ​ງານ​​ໂອ​ລິ​ມປິກ​ທຸກ​ຄັ້ງທີ່​ຜ່ານ​ມາ, ​ເຮັດ​ໃຫ້ນັກ​ກິລາ​ອອກ​ຈາກ​ບ່ອນ​ພັກ​ໄປ​ຮອດ​ສະໜາມກິລາ​ໃຊ້​ເວລາ​ບໍ່​ກາຍ​ເຄິ່ງຊົ່ວ​ໂມງ.

ຕາມ​ສະຖິຕິ, ປີ 2007, ເນື້ອ​ທີ່​ປູກ​ຕົ້ນ​ໄມ້​ຕົ້ນຫຍ້າ​ໃນ​ຕົວ​ເມືອງ​ປັກ​ກິ່ງ​ໄດ້ຫຼາຍກວ່າ 51,6%, ມື້​ທີ່​ໄດ້​ມາດຕະຖານ​ດ້ານ​ອາກາດ​ໃນ​​ເທດສະບານ​ແມ່ນ 246 ວັນ. ​ທ້າຍ​ປີ​ກາຍ​ນີ້​ໄດ້​ບັນລຸ​ຜົນເປັນ​ຈິງ​ໝົດ, ປັດຈຸບັນ, ປັກ​ກິ່ງ​ໄດ້​ປະກົດ​ຕົວ​ພາບ​ວິວທິວ​ທັດ​ທີ່​ສວນ​ງາມ​ເຊັ່ນ​ພູ​ຂຽວ​ອ້ອມ​ເມືອງ, ​ຕົວ​ເມືອງ​ມີ​ປ່າ​ໄມ້ຫຼາຍ​ແຫ່ງ, ​ເຂດ​ຊານ​ເມືອງ​ພັດ​ເປັນ​ນາ​ສວນ​ທີ່​​ຂຽວອຸ່ມ​ທຸ່ມ, ທ່ານ​ວາງ​ສຽວ​ມິ​ງ ​ເຈົ້າໜ້າ​ທີ່​ກົມ​ອະນຸລັກ​ສິ່ງ​ແວດ​ລ້ອມ​ປັກ​ກິ່ງ​ກ່າວ​ວ່າ:

"​ເມື່ອ​ໄດ້​ພະຍາຍາມ​ມາຫຼາຍປີ, ຄຸນ​ນະພາ​ບອາກາດ​ຂອງ​ພວກ​ເຮົາ​ໄດ້​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ. ມີ​ພື້ນຖານ​ມາ​ກ່ອນ​ແລ້ວ, ບວກ​ກັບ​ມາດ​ຕະການ​ຊົ່ວຄາວ​ຕ່າງໆ​ທີ່​ຈະ​ໃຊ້​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ, ພວມ​ເຮົາຮັບປາກ​ວ່າ​ຈະ​ສະໜອງ​ອາກາດ​ທີ່​ດີ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ, ນີ້​ຈະ​ສາມາດ​ເຮັດໄດ້."

ໃນ 7 ປີ​ມາ​ນີ້, ຈີນ​ຍັງ​ໄດ້​ເພີ່ມ​ທະວີ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ງານ​ໂອ​ລິ​ມປິກ, ​ໄດ້​ຈັດຕັ້ງວຽກ​ງານ​ຮັກສາ​ຄວາມ​ປອດ​​ໄພ​ຂອງ​ງານ​ກິລາ​ໂອລິມປິກ​ຢ່າງລະອຽດ​ພຽງ​​ໃຈ, ສ້າງ​​​ເງື່ອນ​ໄຂ​ເອົາຂ່າວ​ທີ່ມີ​​ສັບພະ​ຄຸນຄົບ​ຖ້ວນ​​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ສື່​ມວນ​ຊົນ​ປະ​ເທດ​ຕ່າງໆ. ວຽກ​ງານ​ເຫຼົ່ານີ້​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ຄະນະກໍາມະການໂອ​ລິ​ມປິກ​ສາກົນ​ແລະ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ແລ້ວ. ຫວາງ​ມໍ່ໆ​ນີ້, ທ່ານ​ມາ​ລິ​ໂອ ວາສ໌ຄຸນ ລາ​ນາ ປະທານ​ສະມາຄົມ​ໂອ​ລິ​ມປິກ​ສາກົນ​ໃຫ້​ສໍາພາດ​ຕໍ່​ນັກ​ຂ່າວCRIວ່າ, ວຽກ​ງານ​ກະກຽມ​ຕ່າງໆ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ 2008 ​ລ້ວນ​ແຕ່​ດີ​ເດັ່ນຫຼາຍ.

ທ່ານ​ເວົ້າວ່າ, "ຫວັງ​​ໃຫ້ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ​ນີ້​​ເປັນ​ງານ​ກິລາ​ໂອ​ລິມປິກ​ທີ່​ດີກ​ວ່າ​ໝູ່​ໃນ​ປະຫວັດສາດ. ປັດຈຸບັນ, ພວກ​ເຮົາ​​ໃກ້​ຈະ​ບັນລຸ​ເປົ້າໝາຍ​ດັ່ງກ່າວ​ນີ້​ແລ້ວ. ບໍ່​ຕ້ອງ​ສົງ​ໃສ​ເລີຍ​ວ່າ, ມັນ​ຈະ​ກາຍ​ເປັນ​ງານ​ກິລາ​ໂອລິ​ມປິກ​ທີ່​ດີກວ່າ​ໝູ່​ໃນ​ປະຫວັດສາດ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>