ທ່ານ​ເຮີ້​ໂກ​ສຽງ​ກ່າວ​ວ່າ, ຕ້ອງ​ຈັດ​ງານ​ກິລາ​ໂອ​ລິມ​ປິກ​ແບບ​ປະ​ຢັດ​ແລະ​ປອດ​​ໃສ​ຂາວ​ສະ​ອາດ

(GMT+08:00) 2008-07-15 14:28:16 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 14 ກໍລະກົດ​ນີ້, ທ່ານ​ເຮີ້​ໂກ​ສຽງ ກຳມະການ​ປະຈຳກົມ​ການ​ເມືອງສູນ​ກາງ, ​ເລຂາທິການ​ຄະນະ​ກຳມະການ​ກວດກາ​​​ສູນ​ກາງ​ພັກ​ກອມ​ມູນິດ​ຈີນໄປ​ສຳຫຼວດ​ກວດກາ​ການ​ກໍ່ສ້າງ​ສະໜາມ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແລະ​ບ້ານ​ໂອ​ລິ​ມປິກ, ທ່ານ​ກ່າວ​ວ່າ, ​ພາກສ່ວນ​ຕິດຕາມ​ກວດກາ​ໂອ​ລິ​ມປິກ​ທຸກຂັ້ນຕ້ອງ​ປະຕິບັດ​ໜ້າ​ທີ່ຢ່າງ​​ເອົາ​ໃຈ​ໃສ່, ຮັບປະກັນ​ໃຫ້​ບັນລຸ​ເປົ້າ​ໝາຍ​ທີ່​ວ່າ"ຈັດ​ງານ​ກິລາ​ໂອ​ລິ​ມປິກ​ແບບ​ປະຢັດ​ແລະ​ປອດ​​ໃສ​ຂາວ​ສະອາດ".

ທ່ານ​ເຮີ້​ໂກ​ສຽງກ່າວ​ວ່າ, ຄຽງ​ຄູ່​ກັບ​ງານ​​ໂອ​ລິ​ມປິກ​ຫຍັບ​ໃກ້​ເຂົ້າມາ, ຕ້ອງ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ຄຸນ​ນະພາ​ບການ​ກໍ່ສ້າງຂອງ​​ສະໜາມກິລາ​ໂອ​ລິມປິກ, ກ່ອນ​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ຢ່າງ​​ເປັນ​ທາງ​ການ, ບົນ​ພື້ນຖານ​ວຽກ​ງານ​ທີ່​ມີ​ຢູ່​ແລ້ວ, ຕ້ອງ​ກວດກາ​ຮອບດ້ານອີກ​ເທື່ອ​ໜຶ່ງ​ຕໍ່ຄຸນ​ນະພາ​ບຂອງ​​ໂຄງການ, ຮັບປະກັນ​ບໍ່​ໃຫ້​ມີການ​ຕົກ​ເຮ່​ຍ​ເສຍ​ຫາຍ; ຕ້ອງ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຕິດ​ຕາມ​ກວດກາ​ສະພາບ​ການຂອງ​ການ​ນຳ​ໃຊ້​ທຶນ​ໂອ​ລິ​ມປິກ, ຮັບປະກັນ​ໃຫ້​ທຶນ​ກໍ່ສ້າງ​ສະໜາມ​ກິລາ​ໂອ​ລິ​ມປິກ​ແລະ​ທຶນ​ໝູນວຽນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ເປັນ​ລະບຽບ​ແລະ​ຖືກ​​ກົດໝາຍ, ປອດ​ໄພ​ແລະ​ມີ​ປະສິດທິ​ຜົນ​ສູງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>