ສະ​ຫະ​ປະຊາ​ຊາດ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງ​ໆ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ດ້ານ​ເງິນ​ທຶນ​ແກ່​ເຂດ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ​ຂອງ​ຈີນ

(GMT+08:00) 2008-07-16 15:05:03 cri
-----------------------------------------------------------------------------------------------------------------
ຕາມຂ່າວ CRI: ວັນ​ທີ 16 ກໍລະກົດ​ນີ້, ຢູ່​ທີ່​ປັກ​ກິ່ງ, ອົງການ​ຕ່າງໆ​ຂອງ​ສະຫະ​ປະຊາ​ຊາດປະຈຳ​ຈີນ​ຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ສະໜອງ​ເງິນຊ່ອຍ​ເຫຼືອ 33 ລ້ານ 5 ​ແສນ​ໂດ​ລາ​​ແກ່​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ຂອງ​ຈີນ, ​ໃຊ້​ສຳລັບ​ວຽກ​ງານ​ສ້າງສາ​ຄືນ​ໃໝ່ຫຼັງ​ໄພ​ແຜ່ນດິນ​ໄຫວ, ຕົ້ນຕໍ​ລວມທັງ​ 9 ຂົງ​ເຂດ, ​ເຊັ່ນ: ການ​ຈັດ​ສັນ​ບ່ອນ​ເພີ່ງ​ພາ​ອາ​ໄສ, ນ້ຳ, ສາທາລະນະ​ສຸກ, ການ​ສຶກສາ​ແລະ​ສິ່ງ​ແວດ​ລ້ອມ​​ເປັນ​ຕົ້ນ.

ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນມື້​ດຽວ​ກັນ, ທ່ານ​ຄາ​ລິດ ມາ​ລິ​ຄ ຜູ້​ແທນ​ປະສານ​ງານ​ສະຫະ​ປະຊາ​ຊາດ​ປະຈຳ​ຈີນ​ກ່າ​ວວ່າ, ສະ​ຫະປະຊາ​ຊາດ​ແລະ​ປະຊາ​ຄົມ​ໂລກ​ຫວັງຢ່າງ​ຈິງ​ໃຈ​ວ່າຈີນ​ຈະ​​ໄດ້​ຮັບ​ການຟື້ນ​ຟູຈາກ​​ໄພພິບັດ​ເທື່ອ​ນີ້​ຢ່າງ​ວ່ອງ​ໄວ, ​ແລະ​ກໍ່​ຈະ​ທຳ​ຄວາມ​ພະຍາຍາມ​ທຸກ​ຢ່າງ​​ເພື່ອ​ຊ່ອຍ​ເຫຼືອ​ຈີນ.

ນັບ​ມາຮອດ​ປະຈຸ​ບັນ, ສະຫະ​ປະຊາ​ຊາດ​ໄດ້​ສະໜອງການ​ຊ່ອຍ​ເຫຼືອທີ່​ມີ​ມູນ​ຄ່າ 17 ລ້ານ​ໂດ​ລາ​ແກ່​ຈີນ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>