ປັກ​ກິ່ງພະຍາຍາມ​ອຳ​ນວຍ​ຄວາມ​ສະ​ດວກ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ແຂກ​ຜູ້​ມາ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ

(GMT+08:00) 2008-07-16 15:17:35 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ຄຽງ​ຄູ່​ກັບ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຫຍັບ​ໃກ້​ເຂົ້າ, ປັກ​ກິ່ງ​ພະຍາຍາມ​ອຳນວຍ​ຄວາມ​ສະດວກ​ຫຼາຍກວ່າ​ເກົ່າໃຫ້​ແກ່​ແຂກ​ຜູ້​ມາ​ຮ່ວມ​ງານ​ກິລາ​ໂອ​ລິມປິກ.

ຢູ່​ປັກ​ກິ່ງ, ຮ້ານ​ອາຫານ​ນັບ​ມື້​ນັບຫຼາຍ​ໄດ້​ພິມ​ປື້​ມລາຍການ​ອາຫານ​ເປັນ​ພາສາ​ອັງກິດ.
​​
ໃຜ​ກໍ່​ແລ້ວ​ແຕ່​ທີ່​ເຂົ້າຈີນ​ດ້ວຍ​ເຈດ​ຕະນາ​ດີ, ກໍ່​ສາມາດ​ໄດ້​ຮັບ​ວິຊາ​ຢ່າງ​ສະດວກ. ຕາມສະຖິຕິ​ຂອງ​ຫ້ອງການຄຸ້ມ​ຄອງ​ການ​ເຂົ້າອອກ​ເມືອງ​ຂອງ​ພະ​ແນກປ້ອງ​ກັນ​ຄວາມ​ສະຫງົບ​ນະຄອນ​ປັກ​ກິ່ງ, ມີຄົນ​ຕ່າງປະ​ເທດ 8 ໝື່ນ 6 ພັນ​ຄົນ​ໄດ້​ອາ​ໃ​ສຢູ່​ປັກ​ກິ່ງ​ເຄິ່ງປີ​ຂຶ້ນ​ໄປ, ຜູ້​ມາ​ຢູ່​ປັກ​ກິ່ງ​ຊົ່ວຄາວ​ພາຍ​ໃນ​ເຄິ່ງປີ​ກໍ່​ມີ​ປະມານ 4 ​ແສນ ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນຫຼາຍກວ່າ​​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 42%.

ຄຳ​ພີ​ໃບ​​ໂບທີ່​ມີ​ກາໝາຍ​ໂອ​ລິ​ມປິກ​ປັກ​ກິ່ງ 1 ​ແສນ 1 ໝື່ນ​ເຫຼັ້ມ​ແລະ​ຄຳ​ພີ​ຄີຣດສ໌ຕຽນ​ຈະ​ແຈກ​ຢາຍ​ຢູ່​ປັກ​ກິ່ງ​ແລະຫຼາຍ​ຕົວ​ເມືອງຮ່ວມຈັດ​ງານ​ກິລາ​ໂອ​ລິມປິກ​ໃນ​ບໍ່​ທໍ່​ໃດ​ມື້ຂ້າງ​ໜ້າ​ນີ້. ນອກ​ນັ້ນ, ຜູ້​ເຮັດ​ວຽກ​ສາສະໜາ​ຂອງ​ຈີນ​ຍັງ​ຈະ​ສະໜອງ​ການ​ບໍລິການ​​ໃຫ້​ພິທີກຳ​ທາງສາສະໜາ​ຢູ່​ສູນ​ສາສະໜາ​ຂອງ​ບ້ານ​ໂອ​ລິມປິກ.

ໃນ​ຖານະ​ທີ່​ເປັນ​ສື່​ມວນ​ຊົນ​ຕ່າງປະ​ເທດ, ຜູ້​ຮັບຜິດຊອບ​ກົມ​ປັກ​ກິ່ງ​ຂອງຂ່າວສານຣັດ​ເຊຍກໍ່​ພວມ​​ໄດ້​ຮັບ​ຄວາມ​ສະດວກ​ອັນ​ໃໝ່​ຄື: ພວກ​ເຂົາ​ເຈົ້າບໍ່​ຈຳ​ເປັນ​ຂໍອະນຸຍາດ​ຈາກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ກໍ່​ສາມາດ​ໄປ​ເອົາ​ຂ່າວຢູ່​​ແຫ່ງ​ຕ່າງໆ​ໄດ້​ໂລດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>