ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​​ເຈຍ​ຕີ​ລາຄາ​ສູງ​ຕໍ່​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ກຳປູ​ເຈຍ​ຈີນ​ທີ່​ນັບ​ມື້​ນັບ​ໜັກ​​ແໜ້ນ

(GMT+08:00) 2008-07-17 17:34:13 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ສານ​ຊີ​ນຮວາ:​ເນື່ອງ​ໃນ​ໂອກາດ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຈີນ​ກຳ​ປູ​ເຈຍຄົບຮອບ 50 ປີ​ໃກ້​ຈະ​ມາ​ເຖິງ​ນີ້,ທ່ານ​ຮໍ​ນາມ​ຮົງ ຮອງ​ນາຍົກ​ລັດຖະ​ມົນຕີ​ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ກຳປູ​ເຈຍ​ໄດ້​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ຕີ​ລາຄາ​ສູງ​ຕໍ່​ການ​ພົວພັນ​ຮ່ວມ​ມື​ມິດຕະ​ພາບ​ລະຫວ່າງ​ກຳປູ​ເຈຍ​ຈີນ​ທີ່​ນັບ​ມື້​ນັບ​ໜັກ​​ແໜ້ນ,​ແລະ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ອະນາຄົດ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ທ່ານຮໍ​ນາມ​ຮົງ​ກ່າວ​ວ່າ,​ໃນ 50 ປີ​ມາ​ນີ້,ລັດຖະບານ​ແລະ​ປະຊາຊົນ​ຈີນ​ໄດ້​ໃຫ້ການ​ສະ​ໜັບ​ສະໜູນ​ຢ່າງ​ບໍ່​ຢຸດ​ຢັ້ງ​ແກ່​ກຳປູ​ເຈຍ​ໃນ​ຂົງ​ເຂດ​ຕ່າງໆ.ຈີນ​ແມ່ນ​ປະ​ເທດ​ລົງທຶນ​ທີ່​ສຳ​ຄັນ​ຂອງ​ກຳປູ​ເຈຍ.ຈີນ​ໄດ້​ສະໜອງ​ຄວາມ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ​ຕໍ່​ການ​ສ້າງສາ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ກຳ​ປູ​ເຈຍ​ດ້ວຍ​ຮູບ​ການ​ຊ່ວຍ​ເຫຼືອ​ລ້າ​ແລະ​​ໃຫ້​ເງິນ​ກູ້​ດອກ​ເບ້ຍ​ຕ່ຳ.​ໂດຍ​ສະ​ເພາະ​ແມ່ນ​ໃນ​ດ້ານ​ການສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ,ການ​ລົງທຶນ​ຂອງ​ຈີນ​ຈະ​ຊ່ວຍ​ກຳ​ປູ​ເຈຍ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ພະລັງງານດ້ວຍ​ລາຄາ​ທີ່​ສົມ​ເຫດ​ສົມ​ຜົນ​ໃນອີກ​ບໍ່​ດົນ​ນີ້.ທ່ານຮໍນາມ​ຮົງ​ໄດ້​ກ່າວ​ເປັນ​ພິ​ເສດ​ວ່າ,ຈີນ​ໄດ້​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ກຳປູ​ເຈຍຢ່າງ​ຫຼວງ​ຫຼາຍ,​ແຕ່​ບໍ່​​ເຄີຍ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ກຳປູ​ເຈຍ​ຈັກ​ເທື່ອ,​​ເຄົາລົບ​ອະທິປະ​ໄຕ​ຂອງ​ກຳປູ​ເຈຍ​ຢ່າງ​ເຕັມທີ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>