ແຕ່​ປີ​ນີ້​ມາ, ອັດຕາ​ເກີດ​ຄະ​ດີ​ລະ​ເມີດ​ລິ​ຂະ​ສິດ​ແລະ​ລັກ​ລອກ​ແບບ​ໄດ້​ຫຼຸດ​ລົງ​ຢ່າງ​ເດັ່ນ​ຊັດ

(GMT+08:00) 2008-07-18 11:33:49 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ຈາກ​ໜັງສືພິມ​ປະຊາຊົນ​ລາຍ​ວັນ: ຫວ່າງ​ມໍ່ໆ​ນີ້, ຜູ້​ຮັບຜິດຊອບ​ຂອງ​ພະ​ແນ​ກທີ່​ຮັບ​ຜິດ​ຊອບ​ການຕໍ່ຕ້ານການ​ພິມ​ຈຳໜ່າຍ​ຢ່າງ​ຜິດ​ກົດໝາຍ​ຂອງ​ລັດຖະບາ​ນຈີນ​ກ່າວ​ວ່າ, ​ແຕ່​ປີ​ນີ້​ມາ, ຕະຫຼາດສິ່ງ​ພິມ​ແລະ​ວັດທະນະທຳ​ຂອງ​ຈີນ​ໄດ້​ຮັກສາ​ທ່ວງທ່າ​ໝັ້ນທ່ຽງ​ມາໂດຍ​ຕະຫຼອດ, ອັດຕາ​ເກີດ​ການພິມ​ຈຳໜ່າຍ​ຢ່າ​ງຜິດ​ກົດໝາຍ​ເຊັ່ນ​ການ​ລະ​ເມີດລິ​ຂະ​ສິດ​ລັກ​ລອກ​ແບບ, ພິມໜັງ​ສືພິມ​ແລະ​ວາວະ​ສານທີ່​ຜິດ​ກົດໝາຍ​ແລະ​ອື່ນໆ​ໄດ້​ຕ່ຳ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.
​​
ໃນ 6 ​ເດືອນ​ຕົ້ນປີ​ນີ້, ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​​ຍຶດ​ໄດ້​ສິ່ງ​ພິມ​ທີ່​ລັກ​ລອກ​ແບບ 42 ລ້ານ​ກວ່າອັນ, ​ໄດ້​ກວດ​ພົບ​ແລະ​ຍຶດ​ໄດ້​ລະບົບ​ເຄື່ອງ​ຈັກຜະລິດແຜ່ນCD​ທີ່​ຜິດ​ກົດໝາຍ 8 ​ຊຸດ. ທົ່ວ​ປະ​ເທດ​ຈີນ​​ໄດ້​ສຳຫຼວດຄະດີທັງ​ໝົດ 1 ໝື່ນ 2 ພັນ​ກວ່າ​ລາຍ.

ເຈົ້າໜ້າ​ທີ່​ຜູ້​ນີ້​ກ່າວ​ວ່າ, ປັດຈຸບັນ, ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ພວມອອກ​ແຮງ​ຕໍ່ຕ້ານການລະ​ເມີດ​ລິ​ຂະສິດ​ລັກ​ລອກ​ແບບ​ສາມ​ເດືອນ​ຄື​ເດືອນ​ມິ​ຖຸນາ ກໍລະກົດ​ແລະ​ສິງຫາ, ​​ສ້າງ​ສະພາບ​ແວດ​ລ້ອມ​ດ້ານ​ວັດທະນະທຳ​ທີ່​ດີງາມ​​ເພື່ອ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຢ່າງ​ສຳ​ເລັດ​ຜົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>