ທາງລົດ​ໄຟໃຕ້​ດິນ​​​3ສາຍໃໝ່​​ເລີ່​ມທົດ​ລອງ​ບໍລິ​ການ

(GMT+08:00) 2008-07-19 19:39:56 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ19 ກໍ​ລະ​ກົດ​ນີ້, ລົດ​​ໄຟ​ໃຕ້​ດິນ3ສາຍ​ໃໝ່​ຄືສາຍ​ທີ10​ໄລຍະ​ໜຶ່ງ,ສາຍ​ສະໜາມ​ບິນ​ແລະ​ສາຍໂອ​ລິ​ມປິກ​ໄດ້​ທົດ​ລອງ​ໃຫ້ການ​ບໍລິການ​ໃນ​ເວລາດຽວ​ກັນ,ນີ້​ແມ່ນ​​ເທື່ອ​ທຳ​ອິດ​ໃນ​ປະຫວັດສາດທີ່​ມີ​ລົດ​ໄຟ​ໃຕ້​ດິນ3ສາຍ​ບໍລິການ​ໃນ​​ເວລາ​ດຽວ​ກັນ​ຢູ່​ປັກ​ກິ່ງ,​ເຊິ່ງ3ສາຍ​ດັ່ງກ່າວ​ລ້ວນ​ແຕ່​ແມ່ນ​ປັກ​ກິ່ງ​ໃຫ້​ຄຳ​ໝັ້ນ​ສັນຍາ​ໃນ​​ເວລາ​ຮ້ອງ​ຂໍຈັດ​ງານ​ກິລາ​ໂອ​ລິ​ມປິກ.

3ສາຍດັ່ງກ່າວ​ມີ​ຄວາມຍາວ58ກິ​ໂລ​​ແມັດ,ທັງ​ໝົດ​ມີ30​ສະຖານີ​.​ໃນ​ນັ້ນ​ສາຍ​ໂອ​ລິ​ມປິກຜ່ານ​ເຂດ​​ໃຈກາງ​ໂອ​ລິ​ມປິກ,​ເຊື່ອມ​ຕໍ່​ສະ​ໜາມ​ກິລາ​"ຮັງ​ນົກ"​ແລະ"ກ້ອນ​ນ້ຳ​4ຫຼ່ຽມ"​ເປັນ​ຕົ້ນ,ບໍລິການ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ໂດຍ​ກົງ;ສາຍທີ10​ແມ່ນ​ສາຍ​ຕົ້ນຕໍ​ທີ່​ເນັ່ງ​ຈາກ​ພາກ​ຕາ​ເວັນ​ຕົກສ​ຽງ​ເໜືອ​ຫາ​ຕາ​ເວັນ​ອອກສຽງ​ໃຕ້ຂອງ​ປັກ​ກິ່ງ,​ເຊື່ອມ​ຕໍ່​ເຂດ​ສຳຄັນ​ຄື​ຈົ່ງ​ກວ່າ​ນຊຸ່ນ,ບ້ານ​​ເອຊຽນ​ເກ​ມແລະ​CBD​ເປັນ​ຕົ້ນ;ສາຍ​ສະໜາ​ມບິນຈາກ​ດົ່ງ​ຈີ​ເມີນ​ເນັ່ງ​ໄປ​ຫາສະໜາມບິນ​ນະຄອນຫຼລວງ,​​​ໃຊ້​ເວລາ​16ນາທີກໍ​ຮອດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>