ຫໍ​ພິ​ພິ​ທະ​ພັນ​ນະ​ຄອນ​ຫລວງ​ຈີນ​ຈັດ​ງານ​ວາງ​ສະ​ແດງ 5 ຮອບ​ເພື່ອ​ຕ້ອນ​ຮັບ​ງານ​ກິລາ​ໂອ​ລິມ​ປິກ

(GMT+08:00) 2008-07-21 17:38:44 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ cri: ວັນ​ທີ 21 ກໍລະກົດ​ນີ້ ຫໍພິພິທະພັນ​ນະຄອນຫລວງ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ, ​ເພື່ອ​ຕ້ອນຮັບ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆນີ້, ຫໍພິພິທະພັນ​ດັ່ງກ່າວ​ຈະ​ຈັດ​ງານ​ວາງສະ​ແດງ 5 ຮອບ​​ແຕ່​ວັນ​ທີ 23 ກໍ​ລະ​ກົດ​ນີ້​ເປັນຕົ້ນ​ໄປ.

ຂ່າວ​ແຈ້ງວ່າ, ຫ້າ​ງານ​ວາງສະ​ແດງ​ດັ່ງກ່າວ​ລວມທັງ 4 ງານວາງສະ​ແດງ​ຈີນ​ທີ່​ມີ​ຊື່ວ່າ ຄວາມ​ຊົງ​ຈຳ​ຂອງ​ຈີນ--​ງານ​ວາງສະ​ແດງ​ມິ່ງຂວັນອາລິຍະ​ທຳ 5000 ປີ, ງານ​ວາງສະ​ແດງ​ວັດຖຸບູຮານຍອດ​ຢ້ຽມ​ປັກ​ກິ່ງ ງານ​ວາງສະ​ແດງ​ອາລິຍະ​ທຳ​ແມ່​ນ້ຳ​ຢາງ​ເຊ​ແລະ​ວາງສະ​ແດງ​ເກ​ມຢູ່​ນອກ​ແລະ​ພາຍ​ໃນ​ວັງບູຮານ​ພ້ອມ​ດ້ວຍ​ 1 ງານ​ວາງສະ​ແດງ​ທີ່​ມາ​ຈາກ​ເກຼັກ ​ແຫ​ລ່ງກຳ​ເນີ​ດ​ໂອ​ລິ​ມປິກ​ທີ່​ຊື່ວ່າ ງານ​ວາງສະ​ແດງ​ນ້ຳ​ໃຈ​ກິລາ​ແຂ່ງຂັນ​ຂອງ​ເກຼັກບູຮານ. ການ ວາງສະ​ແດງ​ຂອງ​ ຈີນ​​ໄດ້​ໂຮມ​ສູນ​ວັດ​ຖູ​ບູຮານ​ເກືອບ 800 ອັນຂອງ 70 ກວ່າ​ຫໍພິພິທະພັນ​ໃນ 27 ​ແຂວງ​ເຂດ​ປົກຄອງ​ຕົນ​ເອງ​ແລະ​ກຳ​ແພງ​ນະຄອນ​ທົ່ວ​ປະ​ເທດ​ຈີນ,​​ໃນ​ນັ້ນ 1/3 ​ແມ່ນ​ວັດ​ຖຸບູຮານ​ລະດັບ​ຊາດ.ນາງ​ຢາ​ວອ່ານ ຮອງ​ຫົວຫນ້າ​ຫໍພິພິທະພັນ​ນະຄອນຫລວງ​​ແຈ້ງວ່າ, ຈັດ​ 5 ງານ​ວາງສະ​ແດງ​ຢູ່​ຫໍພິ ພິທະພັນ​ແຫ່ງ​ຫນຶ່ງ​ພ້ອມ​ດຽວ​ກັນ, ​ແມ່ນມີ​ຫນ້ອຍທີ່​ສຸດ​ໃນ​ສາກົນ. ນີ້​ແມ່ນ​ຂອງ ຂວັນ​ທີ່​ວົງ​ການ​ວັດຖຸບູຮານ​ຈີນ​ມອບ​ໃຫ້ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>