ສື່​ມວນ​ຊົນ​ສຳ​ຄັນ​ຂອງ​ແບນ​ຊິກ​ເຜີຍ​ແບ​ຄວາມ​ຈິງ​ຂອງ​ "ເຫດ​ການ 14 ມີ​ນາ"

(GMT+08:00) 2008-07-21 19:36:06 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ຫວ່າງ​ມໍ່ໆ​ນີ້, ໜັງສືພິມ ​"ຕອນ​ເຊົ້າ" ​ແລະໜັງ​ສື​ພິມ "ເວລາ" ​ເຊິ່ງ​ເປັນສື່​ມວນ​ຊົນ​ພາສາ​ໂຮນລັງ​ຕົ້ນຕໍ​ຂອງ​ແບນ​ຊິກ​ຕ່າງ​ໄດ້​ພິມ​ບົດ​ຄວາມ​ຂອງ​ນັກ​ຂ່າວອາວຸ​ໂສ, ​ເຜີຍ​ແບ​ຄວາມ​ຈິງ​ຂອງ​ "​ເຫດການ 14 ມີນາ", ຕອບ​ໂຕ້​ຖ້ອຍ​ຄວາມ​ກ່ຽວ​ກັບ​ການ​ຄັດຄ້ານ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ບົດ​ຄວາມ​ຊີ້​ອອກ​ວ່າ, ສື່​ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ​ເປີດ​ປ່າວ​ໂຄສະນາ "​ເຫດການ​ຈະລາຈົນ​ລາ​ຊາ" ​ຢ່າງຫຼວງຫຼາຍ, ​ແລະ​ໄດ້​ເຮັດ​ໃຫ້​ປະກົດ​ມີ​ສຽງ​ຄັດຄ້ານ​ງານ​ກິລາ​ໂອ​ລິ​ມປິກ. ການ​ລາຍ​ງາຍ​ຂ່າວ​ທີ່​ກ່ຽວຂ້ອງ​ບໍ່​ສອດຄ່ອງ​ກັບເລື່ອງ​ຈິງ​ຢ່າງ​ຮ້າຍ​ແຮງ.

ບົດ​ຄວາມ​ກ່າວ​ເນັ້ນ​ວ່າ, ​ແບນ​ຊິກ​ແລະ​ເອີ​ລົບ​ຄວນ​ປະຕິບັດ​ຕໍ່​ຢ່າງ​ຖືກ​ຕ້ອງ​ແລະ​ຮັບ​ເອົາ​ເລື່ອງ​ຈິງ​ທີ່​ຈີນ​ພັດທະນາ​ຢ່າງ​ວ່ອງ​ໄວ, ຕັ້ງໜ້າ​ສຳຫຼວດ​ຕົວ​ເອງ, ພັດ​ບໍ່​ຄວນ​ຊີ້​ຕີນ​ຊີ້​ມື​ຕໍ່​ຈີນ​​ໃນ​ບັນຫາ​ຕິ​ເບ​ດ​ແລະ​ບັນຫາ​ສິດທິ​ມະນຸດ​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>