ກິດຈະກຳປະ​ກວດ​ເພງ​​ໂອ​ລິ​ມປິກ​ປັກ​ກິ່ງ 2008 ສິ້ນ​ສຸດ​ລົງ​ຢ່າງ​ສຳ​ເລັດ​ຜົນ

(GMT+08:00) 2008-07-23 17:13:14 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວ CRI: ຫຼັງຈາກ​ປັກກິ່ງສະ​ເໜີ​ຂໍ​ເປັນ​ເຈົ້າພາບຈັດ​ງານ​ກິລາ​ໂອ​ລິ​ມປິກຢ່າງ​ສຳ​ເລັດ​ຜົນ​ໃນ​ວັນ​ທີ 13 ກໍລະກົດ​ປີ 2001 ​ແລ້ວ, ຈີນ​ໄດ້​ຈັດ​ກິດຈະກຳ​ຂະໜາດ​ໃຫຍ່ຫຼາຍ​ເທື່ອ​ກ່ຽວ​ກັບ​ງານ​ກິລາ​ໂອ​ລິ​ມປິກຢ່າງ​ລຽນ​ຕິດ. ກິດຈະກຳ​ປະ​ກວດ​ເພງ​ໂອ​ລິ​ມປິກ​ກໍ່​ແມ່ນ​ໜຶ່ງ​ໃນ​ກິດຈະກຳ​ເຫຼົ່ານີ້. ມາ​ຮອດ​ປີ​ນີ້, ກິດຈະກຳ​ປະ​ກວດ​ເພງ​​ໂອ​ລິ​ມປິກ​ໄດ້​ຈັດ​ 4 ​ເທື່ອ​ແລ້ວ, ​ໃນ​ວັນ​ນັບ​ຖອຍ​ຫຼັງ​100​ມື້​ຂອງ​ງານ​ກິລາໂອ​ລິມ​ປິກ​ປັກ​ກິ່ງ, ​ຢູ່ວັດທ້າຍ​ມ້ຽວຂອງ​ຫໍ​ວັດ​ທະ​ທະ​ທຳ​ປະຊາຊົນ​ປັກ​ກິ່ງ​ໄດ້​ຈັດ​ງານລາຕີສະ​ໂມ​ສອນຂະໜາດ​ໃຫຍ່​ສະຫຼອງວັນ​ນັບ​ຖອຍ​ຫຼັງ​100​ມື້​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ, ​ແລະ​ໄດ້​ປະກາດ​ຜົນ​ຂອງ​ການ​ປະ​ກວດເພງຂອງ​ງານ​ກິລາ​ໂອ​ລິ​ມປິ​ກປັກ​ກິ່ງ​ປີ 2008 ​ຄັ້ງ​ທີ 4. ​ໃນ​ລາຍການ​ມື້​ນີ້, ພວກ​ເຮົາ​ຈະ​ແນະນຳ​​ກິດຈະກຳ​ປະ​ກວດ​ເພງ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ສູ່​ທ່ານ​ຟັງ.

​ເພງທີ່​ທ່ານ​ກຳລັງ​ຟັງ​ຢູ່​ນີ້​ແມ່ນ​ເພງ​ລະ​ລຶກ​ວັນ​ນັບ​ຖອຍ​ຫຼັງ​100​ມື້​ຂອງ​ງານ​ກິລາໂອ​ລິມ​ປິກ​ປັກ​ກິ່ງ, ຮ້ອງ​ໂດຍບັນດາ​ນັກ​ຮ້ອງ​ທີ່ກຳລັງດັງ​ຂອງວົງ​ການເພງຈີນສະ​ໄໝ​ນິຍົມ​, ​​ເຂົາ​ເຈົ້າເຊື້​ອ​ເຊີນປະຊາຊົນ​ທົ່ວ​ໂລກ​ດ້ວຍ​ວິທີ​ພິ​ເສດ, ​ເຊຍງານ​ກິລາ​ໂອ​ລິ​ມປິກ​ດ້ວຍສຽງ​ດົນຕີ. ສຽວ​ເຄີ່ ຜູ້​ແຕ່ງ​ດົນຕີ​​ເກີດຢູ່​ປັກ​ກິ່ງ, ລາວ​​ໄດ້​ແຕ່ງ​ເພງ​ດ້ວຍລົດຊາດ​ປັກ​ກິ່ງ​ແທ້ໆ, ລາວ​ເຫັນ​ວ່າ​, ທຳນອງ​​ເພງ​ນີ້ງ່າຍດາຍ, ​ຜູ້​ເຖົ້າ​ຫຼືເດັກນ້ອຍ​ກໍ່​ຮ້ອງ​​ໄດ້, ຈະ​ໄດ້​ຮັບ​ຄວາມນິຍົມຫຼາຍ.

​ເພງ​ນີ້​ຮ້ອງ​​ໂດຍນັກ​ຮ້ອງ​ດັງ​ຂອງຈີນ​ຮ້ອຍ​ຄົນ, ​ໂມ້​ເວີນ​ເວີ້​ຍ ນັກ​ຮ້ອງ​ດັງ​ຂອງ​ຮົງ​ກົງ​ຕື່ນ​ເຕັ້ນຫຼາຍ, ນາງ​ເວົ້າ​ວ່າ:

 "ຂ້ອຍ​ຮູ້ສຶກ​ມີ​ກຽດຫຼາຍທີ່​​ໄດ້​ເຂົ້າ​ຮ່ວມ​ການສະ​ແດງ​ລະ​ລຶກ​ວັນ​ນັບ​ຖອຍ​ຫຼັງ​100​ມື້​ຂອງ​ງານ​ກິລາໂອ​ລິມ​ປິກ​ປັກ​ກິ່ງ, ຂ້ອຍ​ຮູ້ສຶກ​ວ່າ, ຄວາມ​ໝາຍ​​ໃຫຍ່​ທີ່​ສຸດ​ກໍ່​ແມ່ນ​ພວກ​ເຮົາ​ສາມາດ​ເອົາ​ດົນຕີ​ປະສານ​ກັບ​ກິລາ, ​ແລ້ວ​ຮ່ວມ​ມ່ວນ​ຊື່ນກັບ​ປະຊາ​ຊົນ​ໃນ​ທົ່ວ​ໂລກ."

​ໃນ​ການ​ປະ​ກວດ​ເພງ​ຂອງ​ງານ​ກິລາ​ໂອ​ລິ​ມປິກ 3 ​ເທື່ອ​ແລ້ວ​ນີ້, ​ເນື້ອ​ເພງຫຼາຍໆ​ເພງ​ທີ່​ໄດ້​ລາງວັນ​ກໍ່​ໄດ້​ຂຽນວ່າ "ປັກ​ກິ່ງ​ຍິນ​ດີ​ຕ້ອນຮັບ​ທ່ານ". ​ເນື້ອ​​ເພງ "ພົບ​ກັນ​ຢູ່​ປັກ​ກິ່ງ​ໃນ​ປີ 2008" ​​ເພງ​ໄດ້​ລາງວັນທີ່​ຮ້ອງ​ໂດຍ​ລິນ​ເຈີ້​ຊ້ວນ ນັກ​ຮ້ອງ​​ໄຕ້​ຫວັນຮ້ອງ​ວ່າ: "​ໃຫ້​ສຽງ​ຫົວ​ແລະ​ຄວາມ​ອວຍພອນ​ຂ້າມ​ 5 ທະວີບມອບ​ໃຫ້​ເຈົ້າ​, ຢູ່​ໃຕ້​ທ້ອງຟ້າ​​ແລະ​ແສງ​​ແດດຂໍ​ໃຫ້​ມີ​ແຕ່ຮອຍ​ຍີ້ມ​ແລະ​ສຽງ​ຫົວ, ພວກ​ເຮົາ​ກອດ​ຊົມກັນ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ, ບໍ່​ວ່າ​ຕາຈະ​ເປັນ​ສີ​ຫຍັງ, ລ້ວນ​ແຕ່​ໄດ້​ເຫັນ​ຂີ້​ເຝື້ອ​ສີຂາວ, ທ້ອງຟ້າ​ສີຄາມ, ບໍ່​ວ່າ​ເຈົ້າ​ຢູ່​ບ່ອນ​ໃດ​, ລ້ວນ​​ແຕ່​ສາມາດ​ສຳຜັດ​​ໄຟ​ສັກສິດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ຈະ​ບໍ່​ມອດ​ຕະຫຼອດ​ໄປ. ​ໂລກ​ດຽວ​ກັນ, ຄວາມ​ຝັນ​ດຽວ​ກັນ, ປີ 2008, ປັກ​ກິ່ງ​ຍິນ​ດີ​ຕ້ອນຮັບ​ເຈົ້າ. ​ໂລກ​ດຽວ​ກັນ, ຄວາມ​ຝັນ​ດຽວ​ກັນ, ປີ 2008, ພົບ​ກັນ​ຢູ່​ປັກ​ກິ່ງ, welcome to china."

​ເລີ່​ມ​ແຕ່​ເພງ "hand in hand" ​ເພງ​ປະຈຳ​ງານ​ກິລາ​ໂອ​ລິ​ມປິກ​ເຊ​ອຸນປີ 1988, ​​ເພງ​ປະຈຳ​ງານ​ກິລາ​ໂອ​ລິ​ມປິກ​ຫຼາຍ​ເທື່ອ​ມານີ້​ລ້ວນ​ແຕ່​​ໄດ້ຮັບຄວາມ​ນິຍົມ​ກັນ​ຫຼາຍຍ້ອນງານ​ກິລາ​ໂອ​ລິ​ມປິກ​ໝົດ. ​ເພງ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ດີ​ເພງ​ໜຶ່ງ​ຈະ​ແມ່ນ​ເພງ​ທີ່​​​ກິລາ​ປະສານກັບ​ສີ​ລະ​ປະ​ຢ່າງ​ຈົບງາມ, ມັນ​ບໍ່​ພຽງ​ແຕ່​ຕ້ອງ​ມີ​ທຳນອງ​ມ່ວນໆ, ຍັງ​ຕ້ອງ​ມີ​ເນື້ອ​ເພງ​ກະ​ຕຸ້ນໃຈ​ຄົນ​ຢ່າງ​ເລິກ​ເຊິ່ງ​ແລະ​ສະ​ເໜ່ພິ​ເສດ​ຂອງ​ນັກ​ຮ້ອງ, ​ໄດ້​ຮັບ​ຄວາມນິຍົມ​ຢ່າງ​ກ້ວາງ​ຂວາງ​​ແລະຍາວ​ນານ​. ນັບ​ແຕ່​ປີ 2003 ​ເປັນ​ຕົ້ນ​ມາ, ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກໍ່​ເລີ່​ມຈັດ "ກິດຈະກຳ​ປະ​ກວດ​ເພງ​ຂອງ​ງານ​ກິລາ​​ໂອ​ລິມປິກປັກ​ກິ່ງ​ປີ 2008", ປະ​ກວດ​ເພງ​​ໂຄສະນາ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ​ໃນ​ທົ່ວ​ໂລກ, ມາ​ຮອດ​ປີ​ນີ້, ກິດຈະກຳ​ດັ່ງກ່າວ​ໄດ້​ຈັດ 4 ​ເທື່ອ​ແລ້ວ. ທ່ານ​ຈ້າວ​ຕົ່ງ​ມິ​ງ ຫົວ​ໜ້າ​ກຳ​ມະ​ທິການ​ກິດຈະກຳ​ວັດທະນະທຳ​ຂອງ​ຄະນະ​ກຳມະການຈັດ​ຕັ້ງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງບອກ​ວ່າ:

 "ການ​ປະ​ກວດ​ເພງ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງຈັດ​ຂຶ້ນ​ແຕ່​ປີ 2003, ​​​ຈັດ​ຂຶ້ນ​ 4 ​ເທື່ອ​ແລ້ວ​, ​ເກືອບທຸກ​ເທື່ອ​ກໍ່​ມີ​ເພງ​ທີ່​ດີ, ​ເທື່ອ​ທີ 4 ​​​ມີ​ເພງ​ຫຼາຍທີ່​ສຸດ, ​ແລະ​​ດົນຕີ​ກໍ່​ນັບ​ມື້​ນັບ​ສາກົນ​ກວ່າ​ເກົ່າ. ​ເທື່ອ​ທີ​ 1 ທີ 2 ສະ​ແດງ​ຄວາມ​ຕື້ນຕັນ​ໃຈຫຼາຍກວ່າ, ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ​ຟົດ​ຟື້ນ​ຂອງ​ຄົນ​ທັງຫຼາຍຫຼັງຈາກ​ການ​ສະໝັກ​ຂໍ​ເປັນ​ເຈົ້າພາບຈັດ​ງານ​ກິລາ​ໂອ​ລິ​ມປິກ​ສຳ​ເລັດ​ຜົນ, ​​ເພງ​ທີ່​ເຂົ້າ​ຮ່ວມ​ການ​ປະ​ກວດ​​ເທື່ອ​ນີ້​ສະ​ແດງ​ອາລົມ​ຈິດ​ຕ້ອນຮັບ​ປະຊາຊົນ​ທົ່ວ​ໂລກ, ​ເຮັດ​ໃຫ້​ຈີນ​​ເຊື່ອມ​ໂຍງ​ເຂົ້າ​ກັບໂລກ, ປະຊາຊົນ​ຈີນ​ກັບ​ປະຊາຊົນ​ທົ່ວ​ໂລກ​ມີ​ກຽດ​ນຳ​ກັນ, ​ໂລກ​ກົມກຽວ​ກັນ, ​ໂລກ​ດຽວ​ກັນ, ຄວາມ​ຝັນ​ດຽວ​ກັນ."

ກິດຈະກຳ​ປະ​ກວດ​ເພງ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ​ເທື່ອ​ທີ 4 ຈັດ​ຂຶ້ນ​ແຕ່​ວັນ​ທີ 21 ມັງກອນ​ປີ​ກາຍ​ນີ້​ຫາ​ວັນ​ທີ 10 ມີນາ​ແລ້ວ​ນີ້. ກິດຈະກຳ​ເທື່ອ​ນີ້​ໄດ້​ຮັບ​​ເພງ​ທັງໝົດ 3151 ​ເພງ​ຈາກ​ຈີນ​ແລະ​ຕ່າງປະ​ເທດ, ​ເນື້ອ​ເພງ​ 64000 ກວ່າ​ເພງ, ຈຳນວນ​ເພງ​ເຂົ້າ​ຮ່ວມ​ກິດຈະກຳຫຼາຍກວ່າ 6 ​ເທົ່າ​ຂອງ​ຈຳນວນ​ເພງ​ເຂົ້າ​ຮ່ວມ​ກິດຈະກຳ 3 ​ເທື່ອ​ແລ້ວ​ນີ້. ​ໃນ​ນັ້ນ, ມີທັງ​ເພງ​​​ແຕ່​ງ​ໂດຍ​ນັກດົນຕີສະໝັກຫຼິ້ນ, ​ເພງ​ແຕ່ງ​ໂດຍນັກ​ດົນຕີອາຊີບ​ຂອງ​ຈີນ​ແລະ​ຕ່າງປະ​ເທດ. ​ໂດຍ​ຜ່ານ​ການ​​ຄັດເລືອກຫຼາຍ​ເທື່ອ, ສຸດ​ທ້າຍ​ມີ​ເພງ 30 ​ເພງ​ຖືກ​ເລືອກ​ເປັນ​ເພງ​ດີ​ເລີດ​ຂອງ​ກິດຈະກຳ​ເທື່ອ​ນີ້.

​ເພງ​ທີ່​ທ່ານ​ກຳລັງ​ຟັງ​ຢູ່​ນີ້​ແມ່ນ​ເພງ "ພວກ​ເຮົາກຽມພ້ອມ​​ແລ້ວ we are ready", ກໍ່​ແມ່ນ​ເພງ​ໜຶ່ງ​ໃນ 30 ​ເພງ​ດີ​ເລີດຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ຜ່ານ​ເວລາ 5 ປີ, ກິດຈະກຳ​ປະ​ກວດ​ເພງ​ຂອງ​ງາ​ນກິລາ​ໂອ​ລິ​ມປິກ​​ໄດ້​ເລືອກ​ເອົາ​ເພງ​ດີ​ເລີດ​ທີ່​ຮ້ອງ​ງ່າຍ​ແລະ​ປຸກລະດົມ​ໃຈ​ຄົນ​ຈຳນວນ​ໜຶ່ງ​, ນີ້​ກໍ່​ແມ່ນ​ມໍລະດົກ​ວັດທະນະທຳ​ທີ່​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປະດິດ​ສ້າງ​​ໃຫ້​ກິລາ​ໂອ​ລິ​ມປິກ. ຄຽງ​ຄູ່​ກັບ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ​ໃກ້​ຈະມາ​ເຖິງ, ​ເພງ​ເຫຼົ່ານີ້​ກໍ່ຈະ​ຖືກ​ຮ້ອງ​ນັບ​ມື້​ນັບ​ຫຼາຍຂຶ້ນ, ​ເພງ​ປະຈຳງານ​ກິລາ​ໂອ​ລິ​ມປິກ​​ກໍ່​ຈະ​ເລືອກ​ຈາກ​​ເພງ​ເຫຼົ່ານີ້.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ທີ່​ທ່ານຟັງ​ມາ​ນັ້ນ​ແມ່ນ​ລາຍການ​ກ່ຽວ​ກັບ "ກິດຈະກຳ​ປະ​ກວດ​ເພງ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008", ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ສະບາ​ຍດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>