ວຽກງານປ້ອງກັນຄວາມປອດໄພຂອງງານກິລາໂອລິມປິກປັກກິ່ງດຳເນີນຢ່າງຮອບດ້ານ
-----------------------------------------------------------------------------------------------------------------
ຕາມຂ່າວ cri: ວັນທີ 23 ກໍລະກົດນີ້ ທ່ານຫລິວຊ້າວອູ ຫົວຫນ້າອະນຸກຳມະການຮັກສາຄວາມປອດໄພຂອງຄະນະຈັດຕັ້ງງານກິລາໂອລິມປິກປັກກິ່ງກ່າວວ່າ, ປັດຈຸບັນ ວຽກງານປ້ອງກັນຄວາມປອດໄພຂອງງານກິລາໂອລິມປິກປັກກິ່ງໄດ້ດຳເນີນໄປຢ່າງຣອບດ້ານ, ກຳລັງຮັກສາຄວາມປອດໄພກໍ່ຈັດວາງສຳເລັດຫມົດແລ້ວ.
ໃນກອງປະຊຸມຂ່າວທີ່ຈັດຂຶ້ນຢູ່ສູນຖະແຫລງຂ່າວງານກິລາໂອລິມປິກປັກກິ່ງໃນມື້ດຽວກັນ, ທ່ານຫລິວຊ້າວອູກ່າວວ່າ, ລັດຖະບານຈີນເອົາໃຈໃສ່ຢ່າງສູງຕໍ່ວຽກງານປ້ອງກັນຄວາມປອດໄພຂອງງານກິລາໂອລິມປິກປັກກິ່ງທີ່ສຸດ,ໄດ້ສ້າງລະບົບບັນຊາການປ້ອງກັນຄວາມປອດໄພຂອງງານກິລາໂອລິມປິກທີ່ມີສະມັດຖະພາບສູງແລະສະດວກ,ໄດ້ວາງແຜນການປ້ອງກັນຄວາມປອດໄພທີ່ລະອຽດຮອບຄອບ,ແລະໄດ້ດຳເນີນການແລກປ່ຽນແລະຮ່ວມມືກັບສາກົນໃນດ້ານການປ້ອງກັນຄວາມປອດໄພໃນງານກິລາໂອລິມປິກຢ່າງກວ້າງຂວາງ.ທ່ານກ່າວວ່າ, ຖັນແຖວປ້ອງກັນຄວາມປອດໄພງານກິລາໂອລິມປິກປັກກິ່ງປະກອບດ້ວຍຕຳຫລວດ ທະຫານແລະກຳລັງຝ່າຍຕ່າງໆ, ພ້ອມກັນນັ້ນຍັງມີອາສາສະຫມັກຢ່າງຫລວງຫລາຍ.
ທ່ານຫລິວຊ້າວອູກ່າວວ່າ, ຜ່ານຄວາມພະຍາຍາມຮ່ວມຂອງຝ່າຍຕ່າງໆ, ປັກກິ່ງມີຄວາມຫມັ້ນໃຈຮັບມືກັບການຂົ່ມຂູ່ແລະສິ່ງທ້າທາຍຕ່າງໆນາໆທີ່ອາດຈະເກີດຂຶ້ນໃນໄລຍະຈັດງານກິລາໂອລິມປິກ.