ຕິເບດຈະເພີ່ມທະວີການປົກປ້ອງສິ່ງແວດລ້ອມທຳມະຊາດຢູ່ເຂດລ້ຽງສັດ
(GMT+08:00) 2008-07-23 18:26:00 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊີນຮວາ: ຫວ່າງມໍ່ໆນີ້ ອົງການປົກຄອງເຂດປົກຄອງຕົນເອງຕິເບດແຈ້ງໃຫ້ຊາບວ່າ, ໃນຫລາຍປີຂ້າງຫນ້ານີ້, ຕິເບດຈະເພີ່ມທະວີການປົກປ້ອງສິ່ງແວດລ້ອມທຳມະຊາດຂອງເຂດລ້ຽງສັດອັນກວ້າງໃຫຍ່ ໄພສານ, ປັບປຸງສະພາບແວດລ້ອມການຜະລິດແລະດຳລົງຊີວິດຂອງຊາວລ້ຽງສັດໃຫ້ດີຂຶ້ນ.
ຕາມແຜນການ, ເມື່ອຮອດປີ 2010, ຕິເບດຈະສ້າງໂຄງການທໍ່ສົ່ງນ້ຳດຶ່ມ ໂຄງການຂຸດນ້ຳສ້າງໃນຄອບຄົວແລະໂຄງການອື່ນ, ເພື່ອແກ້ໄຂບັນຫານ້ຳດຶ່ມຢ່າງປອດໄພຂອງຊາວລ້ຽງສັດ 1 ລ້ານ 7 ຫມື່ນຄົນຢ່າງບັງເກີດຜົນ.ພ້ອມກັນນັ້ນ,ຢູ່ເຂດທີ່ເຫມາະສົມກໍ່ຕັ້ງຫນ້າເຜີຍແຜ່ການໃຊ້ພະລັງງານທີ່ສະອາດເຊັ່ນອາຍແກ້ວຊີວະພາບ ພະລັງນ້ຳແລະພະລັງງານແສງຕາເວັນ, ເພື່ອຫລຸດການໃຊ້ຟືນແລະຖ່ານແບບດັ້ງເດີມຂອງປະຊາຊົນ.
ໃນດ້ານປັບປຸງໂສມຫນ້າຂອງຊົນນະບົດ,ຕິເບດພວມສ້າງລະບົບເກັບຂີ້ເຫຍື້ອທີ່ໃຊ້ໃນຊີວິດປະຈຳວັນ,ເພື່ອຍົກລະດັບການຊຳລະຂີ້ເຫຍື້ອໃຫ້ປອດໄພຈາກສິ່ງທີ່ເປັນພິດ.ນອກນີ້, ຕິເບດຍັງຈະປັບປຸງການເຊື່ອມພິດທີ່ເກີດຈາກການລ້ຽງສັດ,ຫັນມູນສັດມາໃຊ້ເປັນພະລັງງານຊີວະພາບແລະປອດຈາກສິ່ງທີ່ເປັນມົນລະພິດຕ່າງໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ