ຄະ​ນະ​ຜູ້​ແທນ​ນັກ​ຕິ​ເບດ​ສຶກ​ສາ​ຈີນ​ຈັດ​ກອງ​ປະ​ຊຸມ​ຂ່າວ​ຢູ່​ໂອ​ທາ​ວາ

(GMT+08:00) 2008-07-23 19:44:36 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI​: ວັນ​ທີ 22 ກໍລະກົດ​ນີ້, ຄະນະ​ຜູ້​ແທນ​ນັກ​ຕິ​ເບ​ດສຶກສາ​ຈີນ​ທີ່​ກຳລັງ​ຢ້ຽມຢາມ​ຢູ່​ກາ​ນາດາ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ຢູ່​ສະຖານທູດ​ຈີນ​ປະຈຳກາ​ນາ​ດາ​ທີ່​ຢູ່​ອົດ​ຕາວາ.

ຄະນະ​ຜູ້​ແທນ​ໄດ້​ຕອບ​ຄຳຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຄຳຖາມ​ຕ່າງໆ, ​ເຊັ່ນ: ລະບອບ​ເຂດ​ປົກ​ຄອງ​ຕົນ​​ເອງຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຈີນ, ການ​ອະນຸລັກ​ວັດທະນະທຳ​ຕິ​ເບ​ດ​ແລະ​ຄວາມ​ຄືບ​ໜ້າ​ຂອງ​ການ​ເຈລະຈາ​ລະຫວ່າງ​ລັດຖະບານ​​ກາງ​ກັບ​ຜູ້​ແທນ​ດາ​ໄລ​ລາ​ມະ​ເປັນ​ຕົ້ນ.

ທ່ານ​ເຕັງຈູ່ອາງ​ເປີ່ນ ຫົວໜ້າ​ຄະນະ​ຜູ້​ແທນ, ສາ​ສະ​ດາ​ຈານ​ມະຫາ​ວິທະຍາ​ໄລ​ຊົນ​ເຜົ່າ​ສູນ​ກາງ​ກ່າວ​ວ່າ, ​ເປົ້າ​ໝາຍ​ຕົ້ນຕໍ​ຂອງ​ການ​ຢ້ຽມຢາມເທື່ອ​ນີ້​ແມ່ນ​ເພື່ອ​ດຳ​ເນີນ​ການ​​ແລກປ່ຽນ​ກັບ​ບຸກຄົນ​ສຳຄັນ​ດ້ານ​ການ​ເມືອງ​ແລະ​ສື່​ມວນ​ຊົນ​ຂອງ​ປະ​ເທດ​ເຫຼົ່ານີ້​ກ່ຽວ​ກັບ​ບັນຫາ​​​ຕິ​ເບ​ດ, ​ເພື່ອ​ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ.

ຄະນະ​ຜູ້​ແທນ​ນັກ​ຕິ​ເບ​ດ​ສຶກສາ​ຈີນ​ແມ່ນ​ໄປ​ຢ້ຽມຢາມ​ກາ​ນາ​ດາ​ພາຍຫຼັງ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ. ນະຄອນ​ອົດ​ຕາວາ​ແມ່ນ​ແຫ່ງ​ທຳ​ອິດ​ຢູ່​ກາ​ນາດາ, ວັນ​ທີ 23 ກໍລະກົດ​ນີ້, ​ເຂົາ​ເຈົ້າ​ຈະ​ເດີນທາງ​ໄປ​​ຢ້ຽມຢາມ​ໂຕ​ໂຣນ​ໂຕ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>