ປັກກິ່ງໄດ້ກຽມພ້ອມແລ້ວເພື່ອຕ້ອນຮັບນັກທ່ອງທ່ຽວໃນຍາມຈັດງານກິລາໂອລິມປິກ
(GMT+08:00) 2008-07-25 17:39:30 cri
-----------------------------------------------------------------------------------------------------------------

ຕາມຂ່າວ CRI: ວັນທີ 25 ກໍລະກົດນີ້, ນາງຈ່າງຮຸ້ຍກວ່າງ ຫົວໜ້າພະແນກທ່ອງທ່ຽວຂອງນະຄອນຫຼວງປັກກິ່ງກ່າວວ່າ, ຄາດວ່າ, ໃນໄລຍະຈັດງານກິລາໂອລິມປິກ, ຈະມີແຂກຕ່າງປະເທດ 5 ແສນຄົນມາປັກກິ່ງ, ປັກກິ່ງໄດ້ກຽມພ້ອມຢ່າງເຕັມທີ່ແລ້ວເພື່ອຕ້ອນຮັບນັກທ່ອງທ່ຽວໃນຍາມຈັດງານກິລາໂອລິມປິກ.
ນາງຈ່າງຮຸ້ຍກວ່າງກ່າວວ່າ, ທີ່ພັກຂອງປັກກິ່ງມີຢ່າງພຽງພໍ. ນັບມາຮອດປະຈຸບັນ, ຈຳນວນສັ່ງຫ້ອງລ່ວງໜ້າສະເລ່ຍຂອງໂຮມແຮມ 5 ດາວມີເກືອບ 80%, ໂຮງແຮມກໍ່ໄດ້ເຊັນສັນຍາກັບງານກິລາໂອລິມປິກ 2008 ສ່ວນຫຼາຍໄດ້ສັ່ງໝົດແລ້ວ, ປັກກິ່ງຍັງໄດ້ເລືອກຄອບຄົວຕ້ອນຮັບແຂກເກືອບ 600 ຄອບຄົວ, ໃຫ້ການເລືອກພັກຂອງແຂກມີຫຼາຍຮູບຫຼາຍແບບກວ່າເກົ່າ.
ເພື່ອໃຫ້ຜູ້ຊົມງານກິລາໂອລິມປິກສຳຜັດກັບສີສັນຂອງປັກກິ່ງ, ພະແນກທ່ອງທ່ຽວປັກກິ່ງໄດ້ເລືອກເສັ້ນທາງທ່ອງທ່ຽວໂອລິມປິກທີ່ດີ 50 ເສັ້ນເປັນພິເສດ, ລວມທັງສະໜາມກິລາໂອລິມປິກ, ຫໍພິພິທະພັນ, ວັດທະນະທຳນະຄອນປັກກິ່ງແລະອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ