ຈີນ​ເອົາ​ໃຈ​ໃສ່​ຢ່າງ​ໜັກ​ໜ່ວງ​ຕໍ່​ເລື່ອງ​ທ່ານ​ຈອນ ​ເມັກ​ເຄນ​ພົບ​ປະດາ​ໄລລາ​ມະ

(GMT+08:00) 2008-07-28 10:08:10 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​CRI:ວັນ​ທີ 28 ກໍ​ລະ​ກົດ​ນີ້,ຢູ່​ປັກ​ກິ່ງ,​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ,ທ່ານ​ລີ​ວຈ້ຽນ​ຊ່າວ ໂຄ​ສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ເອົາ​ໃຈ​​ໃສ່​ຢ່າງ​ໜັກ​ໜ່ວງ​ຕໍ່​ເລື່ອງ​ທ່ານ​ຈອນ ​ເມັກ​ເຄນ ຜູ້​ສະໝັກ​ຮັບ​ການ​ເລືອກ​ຕັ້ງ​ປະທາ​ນາທິ​ບໍດີ​ອາ​ເມ​ລິ​ກາ​ພົບ​ປະດາ​ໄລລາ​ມະ​ທີ່​ພວມ​ເຄື່ອນ​ໄຫວ​ຢູ່​ອາ​ເມ​ລິ​ກາ​ໃນ​ວັນ​ທີ 25 ກໍ​ລະ​ກົດ​ນີ້.

ທ່ານ​ລີ​ວຈ້ຽນ​ຊ່າວ​ກ່າວ​ວ່າ,ວຽກ​ງານ​ຕິ​ເບ​ດ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ.ຈີນ​ຄັດຄ້ານ​ດາ​ໄລລາ​ມະ​ໄປ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ປະ​ເທດ​ຈີນ​ຢູ່​ປະ​ເທດ​ໃດໆ​​ແລະ​ດ້ວຍ​ຖານະ​ໃດໆ,ຄັດຄ້ານ​ບຸກຄົນ​ໃດໆ​ນຳ​ໃຊ້​ບັນຫາ​ດາ​ໄລລາ​ມະ​ມາ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ.ຫຼັກ​ໝັ້ນ​ດັ່ງກ່າວ​ແມ່ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ແລະ​ຈະ​ແຈ້ງ.

ທ່ານ​ລີ​ວຈ້ຽນຊ່າວ​ກ່າວ​ວ່າ,ຈີນ​ຮຽກຮ້ອງ​ໃຫ້​ບຸກຄົນ​ທີ່​ກ່ຽວຂ້ອງຂອງ​ອາ​​ເມ​ລິ​ກາ​ເຄົາລົບ​ຫຼັກ​ມາດຖານ​ພື້ນຖານການ​ພົວພັນ​ລະຫວ່າງ​ຊາດຢ່າງ​ເຂັ້ມ​ງວດ,​ເຫັນ​ແຈ້ງໂສມ​ໜ້າ​ແທ້​ຈິງ​ຂອງ​ດາ​ໄລລາ​ມະ​ທີ່​ດຳ​​ເນີນການ​ເຄື່ອນ​ໄຫວຄັດຄ້ານ​ແລະແບ່ງ​ແຍກ​ປະ​ເທດ​ຈີນ​ ທຳລາຍ​ສະຖຽນ​ລະ​ພາບ​ຂອງ​ສັງຄົມ​ຕິ​​ເບ​ດ​ແລະຄວາມ​ສາມັກ​ຄີ​ຊາດດ້ວຍ​ເສື້ອນອກ​ສາສະໜາ,ຢຸດຕິ​ການ​ສະໜັບສະໜູນ​ແລະ​ຍຸຍົງ​ດາ​ໄລລາ​ມະ​ພ້ອມ​ດ້ວຍ​ອິດ​ທິກຳລັງ​ແບ່ງ​ແຍກ​ຕິ​ເບດ​ໃຫ້​ເປັນ​ເອກະລາດ​ດ້ວຍ​ຮູບ​ການ​ໃດໆ,ຢ່າ​ເຮັດ​ເລື່ອງ​ທີ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ແລະ​ທຳລາຍ​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>