ສູນ​ເຮືອ​ໃບ​ໂອ​ລິ​ມປິກ​ຊິ່ງຕາວ

(GMT+08:00) 2008-07-30 16:04:13 cri
-----------------------------------------------------------------------------------------------------------------

ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ທ່ານ​ຜູ່​ຟັງ​ທີ່​ໂຄລົບ,​ ​ໃນ​ຖານ​ະເປັນຕົວ​ເມືອງ1​ໃນ​6​ຕົວ​ເມືອງ​ທີ່​ຮ່ວມຈັດງານ​ກິລາ​ໂອ​ລິມປິກ2008,ຊິ່ງຕາວ ​ເມືອງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນຈະ​ຮັບຜິດຊອບຈັດການ​ແຂ່ງຂັນ​ເຮືອ​ໃບ.ສູນ​ເຮືອ​ໃບ​ໂອ​ລິ​ມປິກ​ຊິ່ງຕາວ​ເລີ່​ມກໍ່ສ້າງໃນວັນ​ທີ25 ພຶດສະພາ​ປີ2004,​​ແລະສຳ​ເລັດ​​ໃນ​ທ້າຍ​ປີ2007.​ນັບ​ຈາກ​ການ​ອອກ​ແບບ​ແລະ​ການ​ກໍ່ສ້າງ,ທຸກ​ຈຸດ​ນອງສູນ​ເຮືອ​ໃບ​ໂອ​ລິ​ມປິກ​ຊິ່ງຕາວ​ກໍ່​ສະ​ແດງ​ອອກ​​ເຖິງທັດສະນະ​ຄະຕິ​ຂອງ"ງານ​ກິລາ​ໂອ​ລິມປິກສີຂຽວ".

  ສູນ​ເຮືອ​ໃບ​ໂອ​ລິ​ມປິກ​ຊິ່ງຕາວ​ຕັ້ງ​ຢູ່​ແຄມ​ອ່າວ​ຟູ​ຊ່ານ​ເຂດ​ໃໝ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ເມືອງ​ຊິ່ງຕາວ,ມີ​ເນື້ອ​ທີ່​ປະມານ45​ເຮັກຕາ.ນອກຈາກ​ສ​ະຖານ​ທີ່ຈັດ​ການ​ແຂ່ງຂັນ​ເຮືອ​ໃບ,ສິ່ງ​ກໍ່ສ້າງ​ສົມທົບອື່ນໆ​ກໍ່​ລ້ວນ​ແຕ່​ຕັ້ງ​ຢູ່​​ໃນສູນ​ແຫ່ງ​ນີ້,​ໃນ​ນັ້ນ​ລວມທັງສິ່ງ​ກໍ່ສ້າງ​ຕ່າງໆ​ຄື​​ສາຂາ​ບ້ານໂອ​ລິ​ມປິກ,ສູນ​ນັກ​ກິລາ,ສູນ​ຄຸ້ມ​ຄອງ​ ​ບໍລິຫານ,ສູນ​ສື່​ມວນ​ຊົນ​ແລະ​ສູນພະລາທິການ​ເປັນ​ຕົ້ນ.ຍ່າງ​ທ່ຽວ​ຊົມຢູ່​ສູນ​ເຮືອ​ໃບ​ໂອ​ລິ​ມປິກ​ຢ່າງສະບາຍສະບາຍ,ກໍ່​ຈະ​ພົບເຫັນ​ວ່າ​ທັດສະນະ​ຄະຕິ​ຂອງ"ງາ​ນກິລາ​ໂອ​ລິ​ມປິກ​ສີຂຽວ"​ໄດ້​ຊຶມ​ເລິກ​ເຂົ້າ​ທຸກ​ຈອກ​ທຸກ​ແຈຂອງ​ສູນ​ເຮືອ​​ໃບ​ໂອ​ລິ​ມປິກ.​ຢູ່​ສອງ​ຂ້າງຂອງ​ຄັນ​ຄູ​ກັນ​ຟອງທະ​ເລທີ່​ຈະ​ໃຊ້​ເປັນ​ບ່ອນ​ນັ່ງຊົມ​ການ​ແຂ່ງຂັນນັ້ນ,​ໄດ້​ຕິດ​ຕັ້ງ​ດອກໄຟທີ່​ໃຊ້​ພະລັງງານ​ລົມ​ໄວ2ຟາກ​ທາງ,​ໃບ​ພັດ​ທີ່ຜະລິດ​ໄຟຟ້າດ້ວຍ​ພະລັງ​ລົມທີ່​ໃຫ້​​ແສງ​ສະຫວ່າງ​ຢູ່2ຟາກ​ທາງ​ປິ່ນຢ່າງ​ເປັນ​ລະບົບ​ແລະສະ​ໝໍ່າສະ​ເໝີ​ກັນ,ສ່ວນແປ້ນ​ທີ່​ເກັບ​ພະລັງ​ແສງ​ຕາ​ເວັນ​ໄດ​ອອກ​ແບ​ໃຫ້​ຕິດ​ກັນຫຼັງ​ຄ່າ​ຂອງ​ສະໜາມກິລາ​ແຫ່ງ​ນີ້​ເລີຍ,​ເບິ່ງ​ແລ້ວ​ສວຍ​ງາມ​ຫຼາຍ.

  ​ວິທະຍາສາດ​ເຕັກນິກ​ອະນຸລັກ​ສິ່ງ​ແວດ​ລ້ອມ​ສີຂຽວ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ກວ້າງຂວາງ​ຢູ່​ສູນ​​ເຮືອ​ໃບ​ໂອ​ລິ​ມປິກ​ຊິ່ງຕາວ,ຕົ້ນຕໍ​ລວມທັງ​ເຕັກນິກ​ພະລັງງານ​ແສງຕາ​ເວັນ,​ເຕັກນິກ​ເຄື່ອງ​ຈັກ​ສູບ​ຄວາມຮ້ອນ​ຈາກນ້ຳ​ທະ​ເລ​ແລະ​ເຕັກນິກຜະລິດ​ໄຟຟ້າ​ດ້ວຍພະລັງ​ລົມ​ເປັນ​ຕົ້ນ.ສູນ​ນັກ​ກິລາ​ແລະ​ສູນ​ພະລາທິການລ້ວນ​ແຕ່​ນຳ​ໃຊ້ລະບົບ​ພະລັງ​ແສງ​ຕາ​ເວັນ,ລະບົບ​ນີ້​ສາມາດ​ສະໜອງ​ຄວາມ​ຮ້ອນ​ໃຫ້​ສະ​ລອຍ​ນ້ຳ​ແລະ​ສະໜອງ​ພະລັງງານສະອາດ​ໃຫ້​ສູ້ແອ​ເຢັນ​,​ເຮັດ​ໃຫ້​ສູນ​​ເຮືອ​​ໃບ​​ໂອ​ລິ​ມປິກ​ຢ່າງ​ໜ້ອຍ​ສາມາດປະຢັດ​​ໄຟຟ້າ​ປະມານ9​ແສນ​ກິ​ໂລ​ວັດ​ໂມງ,​ພ້ອມ​ກັນ​ນັ້ນ​ຍັງ​ພິຈາລະນາ​ເຖິງ​ການ​ປະສົມປະສານ​ກັນ​ຢ່າງ​ສວຍ​ງາມ​ຂອງ​ແປ້ນ​ພະລັງ​ງານ​ແສງຕາ​ເວັນ​​ແລະ​ສິ່ງ​ກໍ່ສ້າງ,ມັກ​ອອກ​ແບ​ບ​ໄດ້​ໃຊ້​​ແບບ​ແປ້ນ​ຂອງເຄື່ອງ​ເກັບ​ຄວາມ​ຮອນ​ທີ່ທັນ​ສະ​ໄໝໃນ​ສາກົນ,​​ເພື່ອໃຫ້​ມັນ​ຕ່າງກັບກະ​​ເບື້ອງ​ຫຼັງຄາ​ທີ່​ໂຄງ​ມົນ,ປະສົມ​ປະສານ​ກັບ​ຫຼັງ​ຄາ​ທີ່​ຮາບ​ພຽງ,​ເຮັດ​ໃຫ້​ສິ່ງ​ກໍ່ສ້າງ​ສະໜາ​ມກິລາ​ຍິ່ງ​ງົດ​ງາມຂຶ້ນ​ອີກ.ສ່ວນ​ລະບົບ​ແອ​ເຢັນ​ຂອງ​ສູນ​ສື່​ມວນ​ຊົນ​​ແມ່ນ​ໃຊ້​ເຄື່ອງ​ຈັກ​ສູບຄວາມ​ຮ້ອນຈາກນ້ຳ​ທະ​ເລ​,​ເຄື່ອງສູບ​ຊະນິດ​ນີ້ໃຊ້​ເງື່ອນ​ໄຂ​ທຳ​ມະ​ຊາດ​ທີ່ຕິດແຄມ​ທະ​ເລ​ຂອງ​ສູນ​ເຮືອ​ໃບ​ໂອ​ລິ​ມປິກຈາກ​ອຸນຫະ​ພູມ​ທີ່​ແຕກ​ຕ່າງ​ກັນ​ຂອງ​ນ້ຳ​ທະ​ເລ,​ຈະ​ສາມາດສະໜອງ​ຄວາມ​ຮ້ອນ​ແລະ​ຜະລິດ​ຄວາມ​ເຢັນ,​ແລະບໍ່ສ້າງ​ມົນ​ລະພິດ​ໃດ.ນອກ​ນີ້,​ດອກ​ໄຟພະລັງ​ງານລົມ​ແລະ​ພະລັງ​ແສງ​ຕາ​ເວັນ​ກໍ່​ໃຊ້​ຈຳນວນ​ຫຼວງຫຼາຍໃນສູນ​ເຮືອ​ໃບ​ໂອ​ລິ​ມປິກ.

   ​ເດືອນສິງຫາ​ປີ2006ຫາ​ເດືອນ​ສິງຫາ​ປີ2007,ສູນ​ເຮືອ​ໃບ​ໂອ​ລິ​ມປິກ​ຊິ່ງຕາວ​ໄດ້​ຈັດ​ການ​ແຂ່ງຂັນ​ເຮື​ອ​ໃບ​ສາກົນ​ຊິ່ງຕາວ"ຮາວ​ຢຸ້ນປັກ​ກິ່ງ"ສອງ​ຄັ້ງ​ຢ່າງ​ສຳ​ເລັດ​ຜົນ,ນີ້​ແມ່ນ​ການ​ແຂ່ງຂັນ​ເພື່ອ​ທົດ​ສອບ​ແລະກວດກາ​ຄຸນ​ນະພາ​ບຂອງ​ສິ່ງ​ກໍ່ສ້າງສະໜາມກິລາ,ຄວາມ​ສາມາດ​ຈັດ​​ການ​ແຂ່ງຂັນ​ເຮືອ​ໃບ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ສະ​ນັ້ນ​ໄດ້​ດຶງ​ດູດ​ຄວາມສົນ​ໃຈຢ່າງສູງ​ຈາກ​ຊາວຈີນ​ແລະ​ຕ່າງປະ​ເທດ.​ໂດຍ​ຜ່ານ​ໝູນ​ເດີນ​ໃນ​ເບື້ອງ​ຕົ້ນ,ສູນ​ເຮືອ​ໃບ​ຊິ່ງຕາວ​ໄດ້​ຮັບຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຢ່າງ​ເປັນ​ເອກະ​ພາບ​ກັນ​ຈາກ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ,ສະຫະພັນ​ເຮືອ​ໃບ​ສາກົນ​ແລະຈາກ​ບັນດາ​ນັກ​ກິລາ,​ແລະຄູ​ເຝິກ,​ເຂົາ​ເຈົ້າ​ເຫັນວ່າ,ສູນ​ເຮືອ​ໃບ​ຊິ່ງຕາວ​ແມ່ນສະ​ໜາມຈັດ​ການ​ແຂ່ງຂັນທີ່ດີ​ທີ່​ສຸດ​ໃນ​ໂລກ,​​ໃນ​ການ​ກໍ່ສ້າງໄ​ດ້ສະ​ແດງ​ເຖິງ​ຫົວ​ຂໍ້​ຕົ້ນຕໍ​ຂອງ"ງານ​ກິລາ​ໂອ​ລິ​ມປິກ​ສີຂຽວ"​,​ແລະ​ໄດ້ນຳ​ໃຊ້​ອຸປະກອນ​ກໍ່​ສ້າງ​ທີ່​ອະນຸລັກ​ສິ່ງ​ແວດ​ລ້ອມລວມທັງການ​ນນຳໃຊ້​ພະລັງ​ງານ​ແສງຕາ​ເວັນ​ແລະ​ພະລັງ​ງານລົມ.

 ທ່ານ​ຈ່າງ​ໄອ້ມິນ ຮອງ​ເຈົ້າຄອງ​ນະຄອນ​ຊິ່ງຕາວ,ຮອງ​ປະທານ​ຄະນະ​ກຳມະການ​ຈັດ​​ການ​ແຂ່ງຂັນ​ງານ​ກິລາ​​ໂອ​ລິ​ມປິກ​ກ່າວ​ວ່າ,ສູນ​​ເຮື​ບ​​ໃລໂອ​ລິມປິກຊິ່ງຕາວ​ຈະ​ບໍ່​ປະ​ໄວ້​ລ້າໆ​ພາຍຫຼັງ​ງານ​ກິລ​າ​ໂອ​ລິ​ມປິກ​ປັກ​ກິ່ງ​ສິ້ນ​ສຸດ​ລົງ. ​ສະໜາມກິລາ​ແຫ່ງ​ນີ້​ຈະ​ພັດທະນາ​ເປັນ​ແຫຼ່ງທ່ອງ​ທ່ຽວແຫ່ງ​ໜຶ່ງ,ຍັງ​ຈະ​ກາຍ​ເປັນ​ບ່ອນ​ສຳຄັນ​ໃນ​ການພັດທະນາ​ກິລາ​ເຮືອ​ໃບຂອງ​ຊິ່ງ​ຕາວ.ອີງ​ຕາມ​ແຜນການ,​ພາຍ​ຫຼັງ​ການ​ແຂ່ງຂັນສິ້ນ​ສຸດ​ລົງ​ແລ້ວ,ແຕ່​ລະ​ພາກສ່ວນ​ຂອງ​ສູນ​ເຮືອ​ໃບ​ໂອ​ລິ​ມປິກ​ຊິ່ງຕາວ​ລ້ວ​ນ​ແຕ່ຈະ​​ໄດ້​ນຳ​ໃຊ້​ຢ່າງ​​ເຕັມທີ່,​ເຊັ່ນ​ວ່າ,​ບ້ານ​ໂອ​ລິ​ມປິກ​ຈະ​ກາຍ​ເປັນ​ໂຮງ​ແຮມ5ດາວ,ສູນ​ຄຸ້ມ​ຄອງ​ບໍລິຫານ​ຈະ​ກາຍ​ເປັນ​ໂຮງຮຽນ​ກິລາ​ການ​ເດີນ​ເຮືອ​ທາງ​ທະ​ເລ​ແລະ​ເປັນ​ສະ​ຖານ​ທີ່​ຝຶກອົບຮົມ​ກິລາ​ທາງ​ທະ​ເລ​ຂອງ​ຈີນ,ສູນ​ນັກ​ກິລາ​ຈະ​ກາຍ​ເປັນ​ຫໍພິພິທະ​ພັນ​ການ​ແຂ່ງຂັນ​ເຮືອ​ໃບ​ງານ​ກິລາ​ໂອ​ລິ​ມປິກ,ສູນ​ສື່​ມວນ​ຊົນ​ຈະ​ກາຍ​ເປັນສູນ​ບໍລິການ​ຄຼັບ​ເຮືອ​ທ່ອງ​ທ່ຽວ​ຂະໜາດ​ໃຫຍ່,ສູນ​ອຳນວຍ​ຄວາມ​ສະ​ດວກ,ທ່າ​ເຮືອທີ່ຢູ່​ໃກ້​ຫ້ອງ​ວັດ​ແທກ​ຈະ​ກາຍ​ເປັນ​ທ່າເຮືອ​ທ່ອງ​ທ່ຽວ​ຫຼູຫຼາ​ສາກົນ.

ປັດຈຸບັນ,ບໍ່​ເຖິງ1​ເດືອນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກໍ່​ຈະໄຂ​ຂຶ້ນ,ຄົນທັງຫຼາຍ​ ​ເຊື່ອ​ວ່າ​ສະ​ໜາມ​ກິລາແຫ່ງ​ນີ້​ທີ່​ປະຕິບັດ​ທັດສະ​ນະ​ຄະຕິ"ງານ​ກິລາ​ໂອ​ລິມປິກສີຂຽວ"ຈະ​​ຈັດການ​ແຂ່ງຂັນ​ເຮືອ​ໃບ​ໃນ​ງານ​ກິລາ​ໂອ​ລິ​ມປິກ​​ໄດ້ຢ່າງ​ມີ​ສີສັນ​ພິ​ເສດ​ແລະສຳ​ເລັດ​ຜົນ​ຢ່າງ​ສວຍ​ງາມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>