ຄວາມ​ປອດ​ໄພ​ຂອງ​ອາ​ຫານ​ໃນ​ໄລ​ຍະ​ງານ​ກິລາ​ໂອ​ລິມ​ປິກ​ມີ​ການ​ຮັບ​ປະ​ກັນ

(GMT+08:00) 2008-07-30 16:04:17 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI:ວັນ​ທີ 30 ກໍລະກົດ​ນີ້,​ໃນ​ກອງ​ປະຊຸມ​ແນະນຳ​ສະພາບ​ສະຫນອງ​ຜະລິດ​ຕະພັນ​ກະສິກຳ​​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່ພະ​ແນ​ກ​ກະສິກຳ​ນະຄອນຫລວງ​ປັກ​ກິ່ງ​ຈັດ​ຂຶ້ນ, ນາງ​ລິວ​ຢາຊິງ ຮອງ​ຫົງ​ຫນ້າ​ພະ​ແນ​ກ ກ່າວ​ວ່າ, ປະລິມານ​ແລະ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ກະສິກຳ​ທີ່​ສະຫນອງ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ນັ້ນມີ​ການ​ຮັບປະກັນທັງ​ນັ້ນ, ຄວາມ​ປອດ​ໄພ​ກໍ່​ມີ​ການ​ຮັບປະກັນ​ຄື​ກັນ.

ນາງ​ຫລິວ​ຢາຊິງ​ກ່າວ​ວ່າ, ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ດ້ານຄຸນ​ນະພາ​ບຜະລິດ​ຕະພັນ​ກະສິກຳ​ທີ່​ສະຫນອງ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ,ລັດ​ໄດ້​ກຳນົດ​ຫນ້າ​ທີ່​ຮັບຜິດຊອບ​ຄວາມ​ປອດ​ໄພດ້ານ​ຄຸນນະພາ​ບຢ່າງ​ຈະ​ແຈ້ງ, ​ເພີ່ມ​ທະວີ​ການ​ຊີ້​ນຳ​ແຫ​ລ່ງຜະລິດ;ດຳ​ເນີນ​ການ​ຕິດຕາມ​ກວດກາ​ລາຍ​ຍ່ອຍ, ​ແລະ​ສ້າງ​ສູນ​ຂໍ້​ມູນ​ຂ່າວສານ​ທີ່​ຊ່ວຍ​ໂອ​ລິ​ມປິກ,ຊ່ວຍ​​ເຮັດ​ວຽກ​ງານ​ອະນຸມັດ​​ໃຫ້ເຂົ້າຕະຫລາດ​ໃຫ້​ສົມບູນຂຶ້ນ.

ນາງ​ຫລິວ​ຢາ​ຊິງກ່າວ​ວ່າ, ການ​ສະຫນອງ​ຜະລິດ​ຕະພັນ​ກະສິກຳ​ແມ່ນ​ວຽກ​ງານ​ສຳຄັນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ,ຕ້ອງ​ເພີ່ມ​ທະວີ​ການ​ກວດກາ​ແລະ​ຕິດຕາມຄຸ້ມ​ຄອງ,​ເພື່ອ​ໃຫ້​ນັກ​ກິລາ​ແລະ​ແຂກ​ທີ່​ມາ​ຢາມ​ນັ້ນ​ເພິ່ງພໍ​ໃຈ​ແລະ​ໄວ້​ວາງ​ໃຈ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>