ຜູ້​ຊະນະ​ເລີດ​ມາ​ລາ​ທອນ​ລ້າງ​ຄວາມ​ອັບ​ປະ​ຍົດ​ໃນ​ປະ​ຫວັດ​ສາດ

(GMT+08:00) 2008-07-30 17:00:22 cri
-----------------------------------------------------------------------------------------------------------------

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ງານ​ກິລາ​ໂອ​ລິ​ມປິກ​ແມ່ນ​ງານ​ມະ​ໂຫລານ​ຂອງ​ນັກ​ກິລາ​ທົ່ວ​ໂລກ, ບັນດາ​ນັກ​ກິລາພະຍາຍາມ​ເອົາ​ຊະນະ​ຕົນ​ເອງ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອກ້າວ​ໄປ​ສູ່​ເປົ້າໝາຍ "ສູງກວ່າເກົ່າ, ​ໄວ​ກວ່າ​ເກົ່າ, ​ແຂງ​ກວ່າ​ເກົ່າ", ຜູ້ພົ້ນເດັ່ນກວ່າໝູ່​ຈະ​ກາຍ​ເປັນ​ບຸກຄົນ​ທີ່​ປະຊາຊົນ​ປະ​​ເທດ​ຕົນ​ແລະ​ປະຊາຊົນ​ທົ່ວ​ໂລກ​ເຄົາລົບ​ນັບຖື​ແລະ​ຈື່​ຈຳ​ໄວ້​ໃນ​ໃຈ. ທ່ານຮວາງ​ຢົງ​​ໂຈ ນັກ​ກິລາ​ຂອງສ.​ເກົາຫຼີ​ໃນ​ການ​ແຂ່ງຂັນ​ມາລາ​ທອນ​ເພດຊາຍ​ໃນ​ງານ​ກິລາ​ໂອ​ລິ​ມປິກບາ​ເຊ​ໂລ​ນາປີ 1992 ກໍ່​ແມ່ນ​ບຸກຄົນແບບ​ນີ້, ລາວ​ໄດ້​ລ້າງຄວາມ​ອັບປະຍົດໃນປະຫວັດສາດງານ​ກິລາ​ໂອ​ລິ​ມປິກ​ຂອງ​ສ.​ເກົາຫຼີດ້ວຍ​ຜົນ​ສຳ​ເລັດ​ຂອງ​ຕົນ. ​ໃນ​ລາຍການ​ປັກ​ກິ່ງ​ 2008 ນີ້, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ກ່ຽວ​ກັບ​ເລື່ອງ​ນີ້​ທີ່​ນັກ​ຂ່າວ CRI ປະຈຳ​ສ.​ເກົາຫຼີສົ່ງ​ມາ.

ທ່ານຮວາງ​ຢົງ​ໂຈ ​ຄູ​ເຝິກຂອງທິມມາລາ​ທອນສະມາຄົມພັດທະນາ​ກິລາ​ປະຊາຊົນ​ສ.​ເກົາຫຼີ​ໃນ​ປະຈຸ​ບັນ​ເປັນ​ຄົນ​ຮູບ​ຮ່າງບໍ່​ສູງປານ​ໃດ, ​ເບີ່​ງ​ແລ້ວ​ທຳ​ມະ​ດາ​ຫຼາຍ, ​ແຕ່​ໃບໜ້າ​ແລະ​ການ​ເວົ້າ​ມີ​ຄວາມໝັ້ນ​ໃຈທີ່​ສຸດ. ທ່ານ​ໄດ້​ຫວນ​ຄືນ​ເຫດການ​ທີ່​ທ່ານ​​ໄດ້​ເປັນ​ຜູ້​ຄອງຊະນະ​ເລີດ​ໃນ​ການ​ແຂ່ງຂັນ​ມາລາ​ທອນ​ໃນ​ງານ​ກິລາ​ໂອ​ລິມປິກບາ​ເຊ​ໂລ​ນາປີ 1992.

"​ຢູ່​ສ.​ເກົາຫຼີ, ມາລາ​ທອນ​ແມ່ນ​ໂຄງການ​ກິລາ​ທີ່​ມີ​ຄວາມໝາຍ​ປະຫວັດສາດ. ​ໃນ​ງານ​ກິລາ​ໂອ​ລິ​ມປິ​ກ​ແບັກ​ແລັງ​ປີ 1936, ຊົນ​ກີຈຸ​ງ ນັກ​ກິລາສ.​ເກົາຫຼີ​ໄດ້ຮັບຫຼຽນຄຳ​ຂອງ​ການ​ແຂ່ງຂັນ​ມາລາ​ທອນ​ເພດຊາຍ, ​ແຕ່​ຍ້ອນ​ໃນ​ເວລາ​ນັ້ນ, ​ແຫຼມ​ເກົາຫຼີຖືກ​ຍີ່​ປຸ່ນຍຶດຄອງ, ຊົນ​ກີ​ຈຸ​ງ​ທີ່​ຖືກ​ບັງຄັບ​ໃຫ້​ໃຊ້​ຊື່​ຍີ່​ປຸ່ນຂໍ​ເປັນ​ຕ້ອງນຸ່ງຊຸດ​ທີ່​ພິມ​ທຸງຊາດ​ຍີ່​ປຸ່ນ​​ໄປ​ເຂົ້າຮ່ວມ​ການ​ແຂ່ງຂັນ​ແລະ​ຂຶ້ນຮັບຫຼຽນຄຳ. ​ຫຼັງຈາກ​ນັ້ນ 56 ປີ, ໃນ​ງານ​ກິລາ​ໂອ​ລິ​ມປິກປີ 1992, ຂ້າພະ​ເຈົ້າ​ໄດ້​ເອົາ​ຊະນະ​ນັກ​ກິລາ​ຍີ່​ປຸ່ນ​, ​ໄດ້ຮັບຫຼຽນຄຳ, ​ໄດ້ຊົດ​ເຊີຍຄວາມ​ກິນ​ແໜງ​ແລະ​ຄວາມ​​​ເຈັບ​ໃຈ​ຂອງ​ທ່ານ​ຊົນ​ກີ​ຈຸ​ງ, ​ເຮັດ​ໃຫ້​ປະຊາຊົນ​ສ.​ເກົາຫຼີມີ​ຄວາມສຸກ​ແລະ​ກະ​ຕຸ້ນໃຈ​ຫຼາຍກວ່າ​ເກົ່າ."

​ທ່ານຊົນ​ກີ​ຈຸ​ງທີ່​ທ່ານຮວາງ​ຢົງ​ໂຈ​ເວົ້າ​ເຖິງ​ນັ້ນ, ມີ​ກຽດ​ສູງຫຼາຍ​ໃນ​ໃຈ​ຂອງ​ປະຊາຊົນ​ສ.​ເກົາຫຼີ. ທ່ານຮວາງ​ຢົງ​ໂຈ​ເວົ້າ​ວ່າ, ​ໃນ​ໃຈ​ຂອງ​ລາວ, ທ່ານ​ຊົນ​ກີ​ຈຸ​ງ​ແມ່ນ​ວິລະ​ຊົນ​ຕະຫຼອດ​ໄປ.

"​ໃນ​ເວລາ​ຍັງ​ນ້ອຍ, ຂ້າພະ​ເຈົ້າ​ໄດ້ຮຽນ​ເລື່ອງລາວ​ຂອງ​ທ່ານ​ຊົນ​ກີ​ຈຸ​ງ. ທ່ານ​ຊົນ​ກີ​ຈຸ​ງ​ໄດ້ຮັບຫຼຽນຄຳ​ໃນ​ງານ​ກິລາ​ໂອ​ລິ​ມປິກ, ​ແມ່ນ​ຜົນສຳ​ເລັດ​ອັນ​ຍິ່ງ​​ໃຫຍ່​ໃນ​ປະຫວັດ​ກິລາ​ຂອງ​ສ.​ເກົາຫຼີ, ​ແມ່ນ​ເຫດການ​ປະຫວັດສາດ. ຫຼຽນຄຳ​ທີ່​ຂ້າພະ​ເຈົ້າ​ໄດ້ຮັບ​ແມ່ນຫຼຽນຄຳລາຍການ​ແລ່ນ​ແລະ​ລານ​ຂອງ​ງານ​ກິລາ​ໂອ​ລິມປິ​ກຫຼຽນທຳ​ອິດ​ນັບ​ແຕ່ ສ.​ເກົາຫຼີສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1948 ​ເປັນ​ຕົ້ນ​ມາ. ດຽວ​ນີ້, ຂ້າພະ​ເຈົ້າ​ກັບ​ທ່ານ​ຊົນ​ກີ​ຈຸ​ງ​ໄດ້​ກາຍ​ເປັນ​ບຸກຄົນ​ທີ່​ຖືກ​ຈັດ​ເຂົ້າ​ໃນ​ປື້ມ​ແບບຮຽນ​ແລ້ວ."
​ເມື່ອ​ເວົ້າ​ເຖິງວ່າ​ເປັນ​ຫຍັງ​ທ່ານ​ຈຶ່ງ​ກາຍ​ເປັນ​ນັກ​ກິລາ​ມາລາ​ທອນ​ແລະສູດລັບ​ຂອງ​ການ​ໄດ້​ຮັບໄຊຊະນະ, ທ່ານຮວາງ​ຢົງ​ໂຈ​ທີ່ຄົນ​ທັງຫຼາຍ​​ເອີ້ນ​ວ່າ "ຜູ້​ທີ່​ມີ​ພອນ​ສະຫວັນ​ໃນ​ດ້ານ​ມາລາ​ທອນ" ບອກ​ວ່າ:

"ຂ້າ​ພະ​ເຈົ້າ​ເລີ່​ມ​ເຝິກ​ມາລາ​ທອນ​ໃນ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ, ​ແຕ່​ກ່ອນ​ຂ້າພະ​ເຈົ້າ​ຍັງ​ເຄີຍ​ເຝິກ​ລາຍການ​ແຂ່ງ​ລົດ​ຖີບ. ມາລາ​ທອນ​ແມ່ນ​ໜຶ່ງ​ໃນບັນດາ​ໂຄງການ​ກິລາ​ທີ່​ສຳຄັນ​ກວ່າໝູ່, ກໍ່​ແມ່ນ​ໂຄງການ​ທີ່​ເຝິກ​ຍາກ​ກວ່າ​ໝູ່. ​ເພື່ອ​ສູ້​ກັບ​ຕົວ​ເອງ, ຂ້າພະ​ເຈົ້າ​ໄດ້​ເລືອກ​ມາລາ​ທອນ. ​ເຝິກ​ມາລາ​ທອນ, ນອກຈາກໝັ່ນ​ເຝິກຊ້ອມ​ແລ້ວ, ບໍ່​ມີສູດ​ລັບ​ອື່ນ. ​ເພື່ອ​ເຝິກ​ມາລາ​ທອນ, ​ເຈົ້າ​ຕ້ອງ​ສະ​ຫຼະ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ, ​ເຊັ່ນ​: ການ​ຄົບ​ຄ້າ​ສະມາຄົມ​ແລະ​ການ​ບັນເທີງ​ເປັນ​ຕົ້ນ. ນີ້​ແມ່ນ​ຂໍກະ​ແຈ​ທີ່​ເຮັດ​ໃຫ້​ຂ້າພະ​ເຈົ້າ​​ໄດ້ຮັບ​ຜົນສຳ​ເລັດ."

​​ເມື່ອ​ທ່ານຮວາງ​ຢົງ​​ໂຈໄດ້​ກາຍ​ເປັນ​ຜູ້​ຊະນະ​ເລີດ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ແລ້ວ, ​ເພື່ອ​ຍ້ອງຍໍ​ການ​ປະກອບສ່ວນ​ຂອງ​ທ່ານ​ທີ່​ມີ​ຕໍ່​ວຽກ​ງານ​ກິລາ​ຂອງ​ປະ​ເທດ, ​ເມືອງ​ກາງ​ວົນ​ໂດ ບ້ານ​ເກີດ​ຂອງ​ທ່ານຮວາງ​ຢົງ​ເຈ​ໄດ້​ສ້າງ​ຫໍ​​ແລະ​ສວນ​ສາທາລະນະ​ລະ​ລຶກທ່ານຮວາງ​ຢົງ​ໂຈ, ​ໃນ​ຫໍແລະ​ສວນ​ສາທາລະນະ​ລະ​ລຶກ​ໄດ້​ຕັ້ງຮູບ​ປັ້ນ​ທອງ​ສຳລິດ​ຂອງທ່ານຮວາງ​ຢົງ​ໂຈ​ທີ່​ປັ້ນ​​ໂດຍທ່ານ​ຄີມ​ເຊ​ນກູ ນັກ​ປັ້ນຮູບ​ທີ່​ມີ​ຊື່ສຽງ​ຂອງສ.​ເກົາຫຼີ. ​ເມື່ອ​ທ່ານສິ້ນ​ສຸດ​ຊີວິດ​ຂອງ​ການເປັນ​ນັກ​ກິລາ​ແລ້ວ, ທ່ານ​ສືບ​ຕໍ່​ປະກອບສ່ວນ​ເພື່ອ​ຄວາມ​ກ້າວໜ້າ​ຂອງວຽກ​ງານກິລາ​ແລະ​ລາຍການ​ມາລາ​ທອນ​ຂອງສ.​ເກົາຫຼີ. ທ່ານຮວາງ​ຢົງ​ໂຈ​​ເວົ້າ​ວ່າ:

"ຢູ່ສ.​ເກົາຫຼີ, ກິລາ​ແລ່ນ​ມາລາ​ທອນ​ໄດ້ຮັບ​ຄວາມ​ນິຍົມຫຼາຍສົມຄວນ. ປະຈຸ​ບັນ, ຄຽງ​ຄູ່​ກັບ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຍົກ​ສູງ​ຂຶ້ນ, ປະຊາຊົນ​ນັບ​ມື້​ນັບຫຼາຍກວ່າ​ເກົ່າ​ເອົາ​ໃຈ​ໃສ່​ຕໍ່ສຸຂະພາບ​ຂອງ​ຕົນດ້ວຍ​ການ, ​ແລ່ນອອກກຳລັງກາຍ. ຢູ່ສ.​ເກົາຫຼີ, ​ແຕ່ລະ​ປີ​​ໄດ້​ມີ​ການຈັດການ​ແຂ່ງຂັນ​​ແລ່ນມາລາ​ທອນ​ 450 ​ເທື່ອ, ​ໄດ້​ດຶງ​ດູດ​ປະຊາຊົນ​ເຂົ້າ​ຮ່ວມຢ່າງຫຼວງຫຼາຍ."

ກິລາ​ແລ່ນ​ມາລາ​ທອນ​ກໍ່​ແມ່ນລາຍການ​ກິລາ​ທີ່​ສ.ປ.ປ​ເກົາຫຼີທີ່​ຕັ້ງ​ຢູ່​ແຫຼມ​ເກົາຫຼີຮ່ວມ​ກັນກໍ່​ມີ​ຄວາມຊຳນານ. ກ່ຽວ​ກັບ​ການ​​ແລກປ່ຽນ​ລະຫວ່າງ​ທິມມາລາ​ທອນ​ລະ​ຫວ່າງ​ສອງ​ເກົາຫຼີ, ທ່ານຮວາງ​ຢົງ​ໂຈ​ມີ​ຄວາມ​ເຫັນວ່າ:

"ປີ​ກາຍ​ນີ້, ຂ້າພະ​ເຈົ້າພາ​ທິມ​ແລ່ນມາລາ​ທອນຂອງສ.​ເກົາຫຼີ​ໄປສ.ປ.ປ​ເກົາຫຼີ, ​ເຂົ້າຮ່ວມ​ການ​ແຂ່ງຂັນ​ມາລາ​ທອນ​ສາກົນ​ຢູ່​ພຽງ​ຢາງ, ນີ້​ແມ່ນ​ເທື່ອ​ທຳ​ອິດທີ່ນັກ​ກິລາສ.​ເກົາຫຼີ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ແລ່ນມາລາ​ທອນຢູ່ສ.ປ.ປ​ເກົາຫຼີ​. ຫຼັງຈາກ​ນັ້ນ, ທິມມາລາ​ທອນຂອງ​ສອງເກົາຫຼີຍັງ​ໄດ້​ດຳ​ເນີນ​ການ​ເຝິກຊ້ອມ​ຢູ່​ນະຄອນ​ຂຸ່ນ​ມິ​ງຂອງ​ຈີນຮ່ວມກັນ. ຂ້າພະ​ເຈົ້າ​ເຫັນ​ວ່າ, ດຳ​ເນີນ​ການ​ແລກປ່ຽນ​ກິລາ​ສຳຄັນຫຼາຍ, ​ເພາະ​ກິລາ​ບໍ່​ຈຳ​ແນ​ກຄວາມ​ຄິດ, ການ​​ແລກປ່ຽນ​ກິລາ​ມີ​ຜົນ​ດີ​ຕໍ່​ຄວາມ​ປອງ​ດອງ​ກັນ​ລະຫວ່າງ​ສອງ​ຝ່າຍ."
​ເວົ້າ​ສຳລັບງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ໃກ້​ຈະ​ມາ​ເຖິງ, ທ່ານ​ຮວາງຢົງ​ໂຈ​ເຕັມ​ໄປ​ດ້ວຍ​ຄວາມ​ຄອງ​ຄອຍ, ພ້ອມ​ກັນ​ນັ້ນ, ທ່ານ​ກໍ່​ຫວັງ​ໃຫ້​ນັກ​ກິລາສ.​ເກົາຫຼີຈະ​ໄດ້ຮັບ​ຜົນສຳ​ເລັດ​ທີ່​ດີ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

"ປະຈຸ​ບັນ, ຄວາມ​ສາມາດ​ຂອງ​ນັກ​ກິລາ​​ແລ່ນມາລາ​ທອນ​ອາຊີບ​ຂອງສ.​ເກົາຫຼີຍັງ​ບໍ່​ສູງປານ​ໃດ, ​ແຕ່​ວ່າ​ຂໍ​ແຕ່​ໝັ່ນເຝິກຊ້ອມ, ກໍ່​ຈະ​ມີ​ຄວາມ​ຫວັງ​ໄດ້ຮັບ​ຜົນງານ​ທີ່​ດີ​ຢູ່​ປັກ​ກິ່ງ, ຈົນອາດ​ຈະ​ເຖິງ​ຂັ້ນ​ໄດ້ຫຼຽນລາງວັນ. ສ.​ເກົາຫຼີກັບ​ຈີນ​ໃກ້​ກັນຫຼາຍ, ປະຊາຊົນສ.​ເກົາຫຼີຫຼາຍຄົນ​ກໍ່​ຈະ​ໄປປັກ​ກິ່ງ​ເພື່ອ​ເຊຍ​ນັກ​ກິລາຂອງ​ຕົນ, ນີ້​ມີ​ຜົນ​ດີ​ເພື່ອ​ຊຸກ​ຍູ້ນັກ​ກິລາ​ໃຫ້ໄດ້ຮັບ​ຜົນງານ​ທີ່​ດີ. ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ຂ້າພະ​ເຈົ້າຈະ​ໄປ​ປັກ​ກິ່ງ, ຈະ​ເຂົ້ມຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ດ້ວຍ​ຖານະ​ທີ່​ເປັນ​ແຂກບັນຍາ​ຍ​ໃຫ້​ໂທລະພາບສ.​ເກົາຫຼີ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>