ຈີນຈະ​​ເພີ່ມ​ນັກ​ສຶກສາ​ຕ່າງປະ​ເທດຮັບ​ທຶນ​ການ​ສຶກສາ​ມາ​ຮຽນ​ຢູ່​ຈີນ​ເຖິງ 2 ໝື່ນ​ຄົນ

(GMT+08:00) 2008-07-31 10:29:29 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ຈາກ​ໜັງ​ສືພິມ​ປະຊາ​ຊົນ​ລາຍ​ວັນ​ສຳລັບ​ຕ່າງປະ​ເທດ:​ຫວ່າງ​ກ່ອນ​ນີ້,​ໃນ​ສັບປະ​ດາ​ແລກ​ປ່ຽນ​ການ​ສຶກສາ​ຈີນ-ອາ​ຊຽນ,ນາງ​ລີ​ວຈີ່​ງຮູ​ຍ ​ເລຂາທິການ​ໃຫຍ່​ຄະນະ​ກຳມະ​ການ​ຄຸ້ມ​ຄອງ​ກອງ​ທຶນ​ຮຽນ​ຢູ່​ຕ່າງປະ​ເທດ​ແຫ່ງ​ຊາດ​ຈີນ​​ເປີດ​ເຜີຍ​ວ່າ,ລັດ​ຖະບານ​ຈີນ​ຈະ​ເພີ່ມນັກ​ສຶກສາ​ຕ່າງປະ​ເທດ​ຮັບທຶນ​ການ​ສຶກສາມາ​ຮຽນ​ຢູ່​ຈີນ​ຈາກ 1 ໝື່ນ​ຄົນ​​ໃນ​ປີ 2007 ​ເຖິງ 2 ໝື່ນ​ຄົນ​​ໃນ​ປີ 2010.

ນັກ​ສຶກສາ​ຕ່າງປະ​ເທດ​ທີ່​ເສັງ​​ໄດ້​ທຶນການ​ສຶກສາ​ຂອງ​ລັດຖະ​ບານ​ຈີນ​ເພື່ອມາຮຽນ​ຢູ່​ຈີນນັ້ນ,ຈະ​ໄດ້​ຮັບທຶນການ​ສຶກສາ​ຄົບ​ຊຸດ​ເຊິ່ງ​ລວມ​ທັງ​ຄ່າ​ຮຽນ​ແລະ​ຄ່າ​ກິນ​ຢູ່​ພັກ​ເຊົາ.

ໃນ​ປີ 1997,ຢູ່​ຈີນ,ມີ​ນັກ​ສຶກສາ​ຕ່າງປະ​ເທດ​ທີ່​ມາ​ຮຽນ​ບໍ່​ຮອດ 4 ໝື່ນ​ຄົນ,ມາ​ຮອດ​ປີ 2007,​ໃນ​ໄລຍະ 10 ປີດັ່ງ​ກ່າວ,ນັກ​ສຶກສາ​ຕ່າງປະ​ເທດ​ທີ່​ມາ​ຮຽນ​ຢູ່​ຈີນ​ໄດ້​ເພີ່ມ​ຂຶ້ນ 5 ​ເທົ່າ,ຄືມີ​ເກືອບ 2 ​​ແສນ​ຄົນ.​ນັກ​ສຶກສາ​ເຫຼົ່າ​ນີ້​ມາ​ຈາກ 188 ປະ​ເທດ​ແລະ​ເຂດ​​ແຄວ້ນ,​ໃນ​ນັ້ນ,ມີ 5,2% ​ໄດ້​ຮັບທຶນ​ການ​ສຶກສາ​ຈາກ​ລັດຖະບານ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>