ທ່ານ​ບຸ​ສຕີ​ລາຄາ​ສູງ​ຕໍ່​ການ​ພົວ​ພັນ​ອາ​ເມ​ລິ​ກາ​ຈີນ ແລະຄອງ​ຄອຍ​ເຂົ້າ​ຮ່ວມ​ໂອ​ລິມປິກ​ປັກ​ກິ່ງ

(GMT+08:00) 2008-08-01 10:18:11 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ສານ​ຊີ​ນ​ຮວາ:ວັນ​ທີ 30 ກໍລະ​ກົດ​ແລ້ວ​ນີ້,ຢູ່​ວໍ​ຊິງ​ຕັນ,​ໃນ​ເວ​ລາ​ທ່ານ​ຈອັດ ບຸ​ສ ປະທາ​ນາທິ​ບໍດີ​ອາ​ເມ​ລິ​ກາ​ທີ່​ຈະ​ຢ້ຽມ​ຢາມ​ອາ​ຊີ​ໃນ​ໄວໆ​ນີ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຈີນ ສ.​ເກົາຫຼີ​ແລະ​ໄທ,ທ່ານ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ​ຈີນ,​​ແລະ​ສະ​ແດງ​ຄວາມ​ຄອງຄອຍ​ຢ່າງ​​ເຕັມທີ່​ຕໍ່​ການ​ໄປ​ຊົມງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ທ່ານ​ບຸ​ສ​ກ່າວ​ວ່າ,ພາຍ​ໃນ​ອາຍຸຕຳ​ແໜ່​ງຂອງ​ທ່ານ,ຜູ້ນຳ​ຂອງອາ​ເມ​ລິ​ກາຈີນ​ໄດ້​ສ້າງ​ການ​ພົວພັນທາງ​ວຽກ​ງານ​ແບບ​ກົງ​ໄປ​ກົງ​ມາ,ການ​ສົນທະນາ​ແລະ​ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພວມ​ຂະຫຍາຍ​ໄປ​ໜ້າ​ດ້ວຍ​ຮູບ​ການ​ທີ່​ດີງາມ​ແລະ​ໜັກ​ແໜ້ນ.

ທ່ານ​ບຸ​ສ​ກ່າວ​ເນັ້ນ​ວ່າ,​ໃນ​ອະນາ​ຄົດ,ບໍ່​ວ່າ​ຈະ​ແມ່ນ​ຜູ້​ໃດ​ເຂົ້າ​ແທນ​ທ່ານ​ເປັນ​ປະທາ​ນາທິ​ບໍດີ​ອາ​ເມ​ລິ​ກາ,ອາ​ເມ​ລິ​ກາ​ກໍ​ຈະ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ຕໍ່​ຈີນ​ທີ່"ພົວ​ພັນ​ຢ່າງ​ຕັ້ງໜ້າ".

ເມື່ອ​ກ່າວ​ເຖິງ​ງານ​ກິລາ​ໂອ​ລິ​ມ​ປິກ​ປັກ​ກິ່ງ,​ທ່ານ​ບຸ​ສກ່າວ​ວ່າ,​ທ່ານ​​ເອງ​ແລະ​ອາ​ເມ​ລິ​ກາ​ລ້ວນ​ແຕ່​ເຄົາ​ລົບ​ປະຊາ​ຊົນ​ຈີນ,ເຄົາ​ລົບ​ປະ​ຫວັດ​ສາດ​ແລະ​ມູນ​ເຊື້ອ​ຂອງ​ຈີນ;ໄດ້​ຮັບ​ການ​ເຊື້ອ​​ເຊີນ​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິມ​ປິກ,ທ່ານ​ຮູ້ສຶກເປັນ​ກຽດ​ຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>