ຈີນ​ສາ​ມາດ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ໂອ​ລິມ​ປິກ​ທີ່​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ

(GMT+08:00) 2008-08-02 17:07:55 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ຕອນ​ເຊົ້າ​ວັນ​ທີ 2 ສິງຫາ​ນີ້, ທ່ານປານ ສມິດ ປະທານ​ອະນຸ​ກຳມະການ​ກິລາ​ແລະ​ສິ່ງ​ແວດ​ລ້ອມ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​​ໄດ້ເດີນ​ທາງ​​ໄປຮອດ​ປັກ​ກິ່ງ. ​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິທະຍຸ CRI ຢູ່​ສະໜາມ​ບິນ, ທ່ານ​ສມິດ​ກ່າວ​ວ່າ, ທ່ານ​ເຊື່​ອໝັ້ນ​ວ່າ, ຈີນ​ສາມາດ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທີ່​ທຳອອກ​ໃນ​ເວລາ​ຮ້ອງ​ຂໍ​ຈັດ​ງານ​ກິລາ​ໂອ​ລິມປິກ.

ທ່ານ​ກ່າວ​ວ່າ: "ປັກ​ກິ່ງ​ບໍ່ພ​ຽງ​ແຕ່​ກຳລັງ​ກຽມ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ມີ​ທົ່ວ​ປວງ​ຊົນ​ເຂົ້າ​ຮ່ວມ​ແລະ​ມີ​ເຕັກນິກ​ວິ​ທະ​ຍາ​ສາດ, ກໍ່​ກຳລັງ​ກຽມ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ສີຂຽວ. ຂ້າພະ​ເຈົ້າ​ເຊື່ອໝັ້ນ​ວ່າ, ຄຸນ​ນະພາບ​ອາກາດ​ປັກ​ກິ່ງ​ຈະ​ດີ​ຂຶ້ນ​ຕື່ມ​ອີກ. ປັກ​ກິ່ງ​ເປັນ​ນະຄອນ​ທີ່​ໃຫຍ່ຫຼາຍ, ພັດ​ທະ​ນາ​ໄວ​ຫຼາຍ, ທັງ​ໝົດ​ເຫຼົ່ານີ້​ຈະ​ສ້າງ​ແຮງ​ກົດ​ດັນ​ອັນ​ໃຫຍ່ຫຼາຍ​ຕໍ່​ສິ່ງ​ແວດ​ລ້ອມ, ​ແຕ່​ຂ້າພະ​ເຈົ້າ​ເຊື່ອວ່າ, ຄຳ​ໝັ້ນ​ສັນຍາ​ຂອງ​ເພື່ອນ​ມິດ​ຈີນ​​ລ້ວນ​ແຕ່​ຈະ​ບັນລຸ​ຜົນ​ເປັນ​ຈິງ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>