ຂະ​ແໜງ​ການ​ອຸ​ຕຸ​ນິ​ຍົມ​ມີ​ຄວາມ​ສາ​ມາດ​ພະ​ຍາ​ກອນ​ອາ​ກາດ​ຢ່າງ​ແມ່ນ​ຢຳ​ໃຫ້​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ

(GMT+08:00) 2008-08-02 19:22:28 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ວັນ​ທີ 2 ສິງຫາ​ນີ້, ຢູ່​ທີ່​ປັກ​ກິ່ງ, ນາງ​ວາງ​ອີງ​ຊຸ່ນ ​ໂຄສົກ​ຂອງ​ພະ​ແນ​ກອຸຕຸນິຍົມ​ນະຄອນ​ປັກ​ກິ່ງ​ກ່າວ​ວ່າ, ຂະ​ແໜງ​ການ​ອຸຕຸ​ນິຍົມ​ໄດ້​ມີ​ຄວາມ​ສາມາດ​ອຳນວຍ​ການ​ບໍລິການ​ອຸຕຸນິຍົມ​ທີ່ແມ່ນ​ຢຳ​​ໃຫ້​ແກ່​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແລ້ວ.

ວັນ​ທີ 2 ສິງຫາ​ນີ້, ​ໃນ​ກອງປະຊຸມ​ແນະນຳ​ວຽກ​ງານ​ກະກຽມ​ການ​ບໍລິການ​ອຸຕຸນິຍົມ​ໂອ​ລິ​ມປິກ​ປັກ​ກິ່ງ, ທ່ານ​ວາງ​ອີງ​ຊຸ່ນກ່າວ​ວ່າ, ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ທາງ​ອາກາດ​ທີ່​ໃຫຍ່​ສົມຄວນ, ປະລິມານ​ຝົນຕົກ​ຈະ​ຫຼາຍກວ່າ​​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກທຸກ​ຄັ້ງທີ່​ຜ່ານ​ມາ. ​ເພື່ອ​ອຳ​ນວຍ​ການ​ບໍລິການ​ອຸຕຸ​ນິຍົມ​ທີ່​ແມ່ນ​ຢຳ, ທັນ​ການ​ແລະ​ຮອບດ້ານ​ກວ່າ​ເກົ່າ​ແກ່​ງານ​ກິລາ​ໂອ​ລິ​ມປິກ, ຂະ​ແໜງ​ການ​ອຸຕຸ​ນິຍົມ​ໄດ້​ສ້າງ​ລະບົບ​ພະຍາກອນ​ອາກາດ​ໃຫ້​ງານ​ກິລາ​ໂອ​ລິມປິກ​ປັກ​ກິ່ງ, ​ເຊິ່ງ​ແມ່ນ​ຂະ​ແໜງການ​ອຸຕຸ​ນິຍົມ​ຂອງ​ຈີນ, ກາ​ນາ​ດາ, ອົສ​ຕຼາ​ລີ​ແລະ​ອາ​ເມ​ລິ​ກາຮ່ວມ​ກັນ​ຕິດ​ຕັ້ງ. ນາງ​ກ່າວ​ວ່າ, ລະບົບ​ພະຍາກອນ​ລາຍ​ງານ​ອາກາດ​ຮ້າຍ​ແຮງ​ທີ່​ເກີດ​ຂຶ້ນ​ກະທັນ​ຫັນ​ຢ່າງ​ອັດຕະ​ໂນ​ມັດທີ່​ຕິດ​ຕັ້ງ​ເປັນ​ເທື່ອ​ທຳ​ອິດ​ນັ້ນ, ​ໄດ້​ຍົກ​ສູງ​ຄວາມ​ສາມາດ​ພະຍາກອນ​ອາກາດ​ໃນ​ໄລຍະ​ສັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>