ກຳ​ມະ​ການ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ກ່າວ​ວ່າ, ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ຂ່າວ​ໂອ​ລິມ​ປິກ​ໂດຍ​ຜ່ານ​ອິນ​ເຕີ​ເນັດ​ຢູ່​ຈີນ​ຈະ​ບໍ່​ຖືກ​ຈຳ​ກັດ

(GMT+08:00) 2008-08-02 19:40:15 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 2 ສິງຫາ​ນີ້, ​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານ​ເຄວັນ ​ໂກສ​ເພີ ກຳມະການ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ກ່າວ​ວ່າ, ທ່ານ​ເຊື່ອ​ວ່າ, ນັກ​ຂ່າວ​ຕ່າງປະ​ເທດລາຍ​ຂອງງານ​ຂ່າວ​ງານ​ກິລາໂອ​ລິ​ມປິກ​​ໂດຍ​ຜ່ານ​ອິນ​ເຕີ​ເນັດ​ຢູ່​ຈີນນັ້ນ​ຈະ​ບໍ່​ຖືກ​ຈຳກັດ.

ໃນ​ໄລຍະ​ມໍ່ໆ​ມາ​ນີ້, ມີ​ນັກ​ຂ່າວ​ຕ່າງປະ​ເທດ​ຈົ່ມ​ວ່າ, ຢູ່​ສູນ​ຂ່າວ​ງານ​ກິລາ​ໂອ​ລິມປິກ​ເຂົ້າ​ເວ​ບ​ໄຊ​ບາງ​ແຫ່ງ​ບໍ່​ໄດ້, ຕໍ່​ເລື່ອງ​ນີ້, ທ່ານ​ໂກສ​ເພີ​ກ່າວ​ວ່າ, ພາຍຫຼັງຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ກັບ​ຄະນະ​ກຳມະການ​ຈັດ​​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແລກປ່ຽນ​ກັນແລ້ວ, ​ໄດ້​ບັນລຸ​ຄວາມ​ເຫັນ​​​ເປັນເອກະສັນ​ກັນ​ທີ່​ກ່ຽວຂ້ອງ. ພ້ອມ​ກັນ​ນັ້ນ, ທ່ານ​ກ່າວ​ເນັ້ນ​ວ່າ, ​ໃນ​ໂລກ​ນີ້, ບໍ່​ວ່າ​ປະ​ເທດ​ໃດ​ກໍ່ລ້ວນ​ແຕ່​ມີ​ການ​ຕິດຕາມ​ຄຸ້ມ​ຄອງ​ອິນ​ເຕີ​ເນັດ​ໃນ​ລະດັບ​ຕ່າງ​ກັນ, ປະ​ເທດ​ຕ່າງໆລ້ວນ​ແຕ່​ຈະ​ປິດ​ລ້ອມເວ​ບ​ໄຊ​ລາ​ມົກ​ແລະ​ເວ​ບ​ໄຊ​ທີ່​ຈະ​ສົ່ງ​ຜົນ​ສະທ້ອນ​ທາງ​ລົບ​​ຕໍ່ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ສະ​ນັ້ນ, ຂໍ​ແຕ່​ວ່າ​ໄດ້​ຮັບປະກັນ​ໃຫ້​ນັກ​ຂ່າວສາມາດລາຍ​ງານ​ຂ່າວ​ຂອງງານ​ກິລາ​ໂອ​ລິ​ມປິກ​ໂດຍ​ຜ່ານ​ອິນ​​​​ເຕີ​ເນັດ​ບໍ່​ຖືກ​ຈຳ​ກັດ​ກໍ່​ພໍ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>